(ສພຊ) – ວັນທີ 28 ສິງຫາຜ່ານມາ, ພົຈວ. ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ໃຫ້ສຳພາດຕໍ່ສື່ມວນຊົນ ປກສ ກ່ຽວກັບການອອກບັດປະຈຳຕົວດິຈິຕອນ ເຊິ່ງທ່ານໃຫ້ຮູ້ວ່າ: ບັດປະຈໍາຕົວພົນລະເມືອງລາວດິຈິຕອນ ແມ່ນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງລາວນັບແຕ່ມື້ເກີດຈົນເສຍຊີວິດ ດ້ວຍລະບົບເອເລັກໂຕຣນິກ ທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປລາວ, ບັດດັ່ງກ່າວບໍ່ພຽງແຕ່ເປັນຂໍ້ມູນພື້ນຖານໃຫ້ແກ່ພົນລະເມືອງ ແຕ່ຍັງມີບົດບາດສໍາຄັນໃນການຍົກສູງຄຸນນະພາບໃນການຄຸ້ມຄອງລັດຕໍ່ພົນລະເມືອງ ຕາມທິດຫັນເປັນທັນສະໄໝ ແລະ ເປັນຂໍ້ມູນສໍາຄັນໃນການສ້າງລັດຖະບານດິຈິຕອນ ກ່ອນກ້າວເຂົ້າສູ່ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ.
ບັດປະຈໍາຕົວດິຈິຕອນ ມີຄຸນສົມບັດພິເສດແຕກຕ່າງຈາກບັດເກົ່າ ທາງດ້ານໂຄງສ້າງການອອກແບບກະທັດຮັດ, ເບົາ, ສີສັນສວຍງາມ ແລະ ບໍ່ປ່ຽນສີ, ທັນສະໄໝ ແລະ ມາດຕະຖານຂອງ ISO 7810, ISO 7816, ISO 14443 ແລະ ICAO 9303; ຈຸດພິເສດທີສອງ ແມ່ນມີລະບົບຄວາມປອດໄພສູງເຊັ່ນ: ຝັງຊິບປະຫວັດບຸກຄົນ, ລາຍນິ້ວມື, ໃບໜ້າ, ເຫຍື່ອຫຸ້ມຕາ, ມີລະຫັດ QR code, ບາໂຄດ. ອາຍຸການການນຳໃຊ້ບັດປະຈຳຕົວພົນລະເມືອງດິຈິຕອນ ແມ່ນອີງຕາມອາຍຸຂອງພົນລະເມືອງ ໄດ້ແບ່ງອອກເປັນ 2 ໄລຍະຄື:
ໄລຍະທີ 1: ເລີ່ມແຕ່ມື້ເກີດຮອດ 15 ປີ ໄດ້ແບ່ງອອກເປັນສອງໄລຍະຄື: ໄລຍະທີ 1 ສາມາດອອກບັດປະຈໍາຕົວໄດ້ ເລີ່ມແຕ່ມື້ເກີດຮອດອາຍຸ 6 ປີ ແລະ ໄລຍະທີ 2 ເລີ່ມແຕ່ 6-15 ປີ;
ໄລຍະທີ 2: ອອກຄັ້ງທີ 1 ກຳນົດອາຍຸພົນລະເມືອງ 15-20 ປີ, ອອກຄັ້ງທີ 2 ແມ່ນ 20 ປີ, ຫຼັງຈາກນັ້ນ ອາຍຸການນຳໃຊ້ບັດແມ່ນ 10 ປີ, ຖ້າພົນລະເມືອງມີອາຍຸຮອດ 60 ປີຂຶ້ນໄປ ຈະອອກບັດປະຈຳຕົວດິຈິຕອນໃຫ້ໂດຍບໍ່ມີວັນໝົດອາຍຸ.
ພົນລະເມືອງລາວ ສາມາດເຮັດບັດປະຈຳຕົວດິຈິຕອນຕົນເອງ ໂດຍຜ່ານບັນດາສະຖານທີ່ໄດ້ກຳນົດດັ່ງນີ້:
ຂັ້ນສູນກາງ: ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ;
ຂັ້ນແຂວງ: ກອງບັນຊາການ ປກສ ແຂວງ;
ຂັ້ນນະຄອນຫຼວງ: ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ;
ຂັ້ນເມືອງ-ນະຄອນ: ກອງບັນຊາການ ປກສ ເມືອງ-ນະຄອນ.
ຖືວ່າ ພົນລະເມືອງລາວສາມາດອອກໄປເຮັດບັດປະຈໍາຕົວດິຈິຕອນໄດ້ຢູ່ທຸກສະຖານທີ່ກຳນົດ ແລະ ສະດວກແກ່ຕົນເອງ ຫຼື ສາມາດຈົດທະບຽນຜ່ານທະບຽນຜ່ານແອັບ LaelD ກ່ອນໄປເຮັດບັດປະຈໍາຕົວ ເຊິ່ງປັດຈຸບັນ, ກຳລັງກະກຽມຄວາມພ້ອມຮອບດ້ານເພື່ອເປີດບໍລິການທົ່ວປະເທດພ້ອມກັນ ຕາມແຜນການໄດ້ກຳນົດແມ່ນຕົ້ນເດືອນຕຸລານີ້.
ປັດຈຸບັນ, ໄດ້ເປີດຮັບຂໍ້ມູນພົນລະເມືອງໃນເບື້ອງຕົ້ນຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ, ແຕ່ຖ້າພົນລະເມືອງມີຄວາມຈໍາເປັນຕ້ອງການນໍາໃຊ້ບັດດ່ວນ ກໍສາມາດໄປເຮັດ ຫຼື ຕໍ່ບັດໄດ້ ຢູ່ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ.
ທ່ານກ່າວອີກວ່າ: ກ່ອນໄປຂໍອອກບັດປະຈໍາຕົວ, ໃຫ້ພົນລະເມືອງກະກຽມເອກະສານເບື້ອງຕົ້ນແມ່ນ: ປຶ້ມສຳມະໂນຄົວ, ບັດປະຈໍາຕົວແບບເກົ່າ (ບັດສີຂຽວ) ຫຼື ອັດສຳເນົາໜັງສືຜ່ານແດນ (passport) ສ່ວນຄ່າບໍລິການອອກບັດແມ່ນ 30,000 ກີບ.
ຄຸນປະໂຫຍດຂອງບັດປະຈໍາຕົວແມ່ນ ເປັນເອກະສານຢັ້ງຢືນຕົວຕົນຂອງພົນລະເມືອງ ສາມາດໃຊ້ແທນເອກະສານເດີນທາງໄດ້ທັງພາຍໃນ ແລະ ສາກົນ ໃນກໍລະນີ້ທີ່ໄດ້ລົງນາມໃນສົນທິສັນຍາ, ສັນຍາ ຫຼື ຂໍ້ຕົກລົງລະຫວ່າງປະເທດຮ່ວມກັນ; ສະດວກໃຫ້ແກ່ການເຂົ້າເຖິງບໍລິການບໍລິຫານລັດ, ການດໍາເນີນທຸລະກຳ ແລະ ອື່ນໆ ວ່ອງໄວ, ປະຢັດເວລາ ແລະ ປະຢັດງົບ ປະມານ.
(ກະແຕ, ໜັງສືພິມຄວາມສະຫງົບ)