ຈະສ້າງ ແລະ ປັບປຸງກົດໝາຍ 90 ສະບັບ

ມ.ນ. 27, 2026

​(ສພຊ) – ວາລະກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ໃນຕອນບ່າຍວັນທີ 26 ມີນາຜ່ານມາ, ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ຂຶ້ນລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ແຕ່ປີ 2026-2030 ຂອງ ສພຊ ຊຸດທີ X ເຊິ່ງທ່ານໃຫ້ຮູ້ວ່າ: ຜ່ານການຄົ້ນຄວ້າການນຳສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ, ຄະນະປະຈຳສະພາແຫ່ງຊາດ ແລະ ລັດຖະບານ ໄດ້ເປັນເອກະພາບກໍານົດຮ່າງກົດໝາຍໃນຂົງເຂດຕ່າງໆເຂົ້າໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງ ສພຊ ຊຸດທີ X ຈຳນວນ 90 ສະບັບ ໃນນັ້ນ ສ້າງໃໝ່ 19 ສະບັບ, ປັບປຸງ 71 ສະບັບ ທີ່ຈັດແບ່ງໃສ່ແຕ່ລະຂົງເຂດດັ່ງນີ້:
​- ຂົງເຂດການປົກຄອງ ແລະ ຍຸຕິທຳ ມີ 10 ສະບັບ: ສ້າງໃໝ່ 4 ສະບັບ, ປັບປຸງ 6 ສະບັບ;
​- ຂົງເຂດເສດຖະກິດ ມີ 49 ສະບັບ: ສ້າງໃໝ່ 11 ສະບັບ, ປັບປຸງ 38 ສະບັບ;
​- ຂົງເຂດວັດທະນະທຳ-ສັງຄົມ ມີ 25 ສະບັບ: ສ້າງໃໝ່ 3 ສະບັບ, ປັບປຸງ 22 ສະບັບ;
​- ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີ 6 ສະບັບ: ສ້າງໃໝ່ 1 ສະບັບ, ປັບປຸງ 5 ສະບັບ.