ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ດັ້ນກີບເມກ
​ ສະພາບຝືດເຄືອງທາງເສດຖະກິດ-ການໃຊ້ຈ່າຍຄ່າຄອງຊີບຍັງເປັນບັນຫາໜັກອົກຂອງຄົນໃນສັງຄົມ ເພາະລາຄາສິນຄ້າສ່ວນໃຫຍ່ຍັງຢູ່ໃນລະດັບລາຄາຂຶ້ນທົບເຄິ່ງ ຫຼື ບາງສິນຄ້າລາຄາຂຶ້ນກາຍທົບເຄິ່ງ ເຮັດໃຫ້ການໃຊ້ຈ່າຍເປັນພາລະຝືດເຄືອງໜັກຄືເກົ່າ ບວກໃສ່ການໃຊ້ຈ່າຍດ້ານການສຶກສາຂອງລູກຫຼານຍິ່ງເຮັດໃຫ້ພໍ່ແມ່ຜູ້ປົກຄອງໜັກໃຈ.
​ ຍາມເປີດສົກຮຽນໃໝ່ ຄ່າໃຊ້ຈ່າຍເຄື່ອງນຸ່ງ-ເຄື່ອງຮຽນຕໍາລາຮຽນ; ຖ້າຄອບຄົວໃດມີລູກຫຼາຍຄົນຍິ່ງໜັກໜ່ວງ ເພາະລາຍຈ່າຍເພີ່ມຂຶ້ນທົບເຄິ່ງ ແຕ່ລາຍໄດ້ຍັງຄືເກົ່າ, ຜູ້ຂຽນໄດ້ຮັບຟັງຫາງສຽງພໍ່ແມ່ຜູ້ປົກຄອງທີ່ຈົ່ມເລື່ອງໃຊ້ຈ່າຍຄ່າເຄື່ອງແບບນັກຮຽນຂອງບາງໂຮງຮຽນ ທີ່ຕ້ອງໄດ້ຊື້ພາຍໃນໂຮງຮຽນ, ເສື້ອ, ໂສ້ງ, ສາຍແອວ, ເກີບ…, ເຄື່ອງນຸ່ງດັ່ງກ່າວ ບາງໂຮງຮຽນທີ່ຫັນເປັນທຸລະກິດ ກໍນໍາມາຂາຍໃນໂຮງຮຽນ ເຊິ່ງເຂົ້າໃຈວ່າບາງໂຮງຮຽນອາດເຄັ່ງຄັດໃນລະບຽບເກີນໄປ; ເຂົ້າໃຈວ່າລະບຽບເຮັດໃຫ້ຮຽບຮ້ອຍ; ງາມສະ
ເໝີພາບ ແຕ່ໃນຍຸກເສດຖະກິດຝືດ ທາງໂຮງຮຽນຄວນເບິ່ງຄືນວ່າອັນໃດພໍຜ່ອນຜັນ; ອະນຸໂລມໄດ້ກໍຄວນຄິດທົບທວນຄືນ.
​ຍຸກເສດຖະກິດຝືດ ແລະ ບວກໃສ່ນະໂຍບາຍຂອງລັດທີ່ເນັ້ນປະຢັດ…, ຖ້າວ່າເຄື່ອງແບບທີ່ຖືກລະບຽບແທ້ກໍງາມ ແລະ ເຄື່ອງນຸ່ງບາງປະເພດພໍອະນຸໂລມໄດ້ເຊັ່ນ: ເກີບ ທາງໂຮງຮຽນຄວນເບິ່ງຄືນໃຫ້ເຫັນແຈ້ງໃນສະພາບເສດຖະກິດ, ການຈັດຕັ້ງກ່ຽວຂ້ອງກໍຄວນນໍາໄປຄິດ, ສອດສ່ອງກວດກາເບິ່ງສະພາບຕົວຈິງ ວ່າອັນໃດເໝາະສົມເຮົາອາດນໍາໃຊ້ໃຫ້ໄດ້ຫຼັກການ ແລະ ລະບຽບ ແຕ່ອັນໃດບໍ່ສໍາຄັນ ແລະ ຈໍາເປັນ ກໍຄວນໂຍະຍານ ເພື່ອເຫັນແກ່ເສດຖະກິດຝືດເຄືອງ.
​ ການສຶກສາພາກລັດ ຄວນເບີ່ງນະໂຍບາຍຂັ້ນເທິງຂອງລັດຖະບານ ບໍ່ແມ່ນວ່າອັນໃດກໍຈະຫັນເປັນທຸລະກິດລາຍໄດ້ເຂົ້າໂຮງຮຽນສູ່ແນວ! ບັນຫານໍ້າຖ້ວມກໍມີ, ບັນຫາເສດຖະກິດໜັກອົກ ຍັງບັນຫາໃຊ້ຈ່າຍທາງການສຶກສາອີກ! ຄວນພິຈາລະນາຊ່ວຍກັນ.