ລັດຖະທຳມະນູນ ແມ່ນແນວທາງຂອງພັກກຳອຳນາດ ທີ່ຖືກຫັນເປັນກົດໝາຍພື້ນຖານຂອງຊາດ, ເປັນພາຫະນະທີ່ສຳຄັນພື້ນຖານໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳອຳນາດ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດ. ລັດຖະທຳມະນູນ ແຫ່ງ ສປປລາວ ສະບັບທຳອິດ ໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ຜ່ານການຈັດຕັ້ງປະຕິບັດ ກໍໄດ້ມີການປັບປຸງມາແລ້ວ 2 ຄັ້ງຄື: ຄັ້ງທີ 1 ປີ 2003, ຄັ້ງທີ 2 ປີ 2015; ໃນຕະຫຼອດໄລຍະດັ່ງກ່າວ, ລັດເຮົາກໍໄດ້ຜັນຂະຫຍາຍລັດຖະທຳມະນູນເປັນກົດໝາຍໃນຂົງເຂດຕ່າງໆຈຳນວນ 167 ສະບັບ ໃນນີ້, ຂົງເຂດເສດຖະກິດ 75 ສະ ບັບ, ຂົງເຂດວັດທະນະທຳ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທຳ 32 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບ ເຊິ່ງລັດຖະທໍາມະນູນ ແລະ ກົດໝາຍເຫຼົ່ານັ້ນ ໄດ້ກາຍເປັນພາຫະນະອັນແຫຼມຄົມໃນການດັດປັບການພົວພັນສັງຄົມຕາມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການຂອງພັກເຮົາ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ໄດ້ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ເຊິ່ງໄດ້ສ້າງເງື່ອນໄຂພື້ນ ຖານໃຫ້ແກ່ການສ້າງລັດ ສປປລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ. ຜ່ານການຈັດຕັ້ງປະຕິບັດເຫັນວ່າ ມີບາງບົດບັນຍັດຈະໄດ້ຄົ້ນຄວ້າປັບປຸງໃຫ້ສອດຄ່ອງກັບສະພາບການໃໝ່.
ໃນດ້ານອື່ນ, ເພື່ອຈັດຕັ້ງປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ, ລົງວັນທີ 05 ກັນຍາ 2023 ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເປັນຮູບປະທໍາ; ສະນັ້ນ, ຈຶ່ງມີຄວາມຈໍາເປັນຢ່າງພາວະວິໄສທີ່ລັດເຮົາຈະຕ້ອງໄດ້ຄົ້ນຄວ້າ ແລະ ປັບປຸງລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງພັກ ແລະ ລັດເຮົາ ໃນໄລຍະ ໃໝ່.
ການປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ຄັ້ງນີ້ ແມ່ນແນໃສ່:
1. ສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີຫຼັກການຂອງພັກ ເປັນຂໍ້ບັນຍັດຂອງລັດຖະທໍາມະ ນູນ ແຫ່ງ ສປປລາວ ສະບັບໃໝ່ ເປັນຕົ້ນ ມະຕິຄະນະບໍລິຫານງານສູນກາງພັກວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລ່ວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ; ມະຕິກົມການເມືອງສູນການພັກ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.
2. ປັບປຸງບາງບົດບັນຍັດກ່ຽວກັບລະບົບອົງການອຳນາດແຫ່ງລັດຂັ້ນຕ່າງໆ ເປັນຕົ້ນອົງການບໍລິຫານລັດຂັ້ນທ້ອງຖິ່ນ ໃຫ້ມີຄວາມສອດຄ່ອງກັບໜ້າທີ່ການເມືອງຂອງພັກ ແລະ ລັດ ໃນໄລຍະໃໝ່, ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍຢ່າງມີປະສິດທິພາບ, ປະສິດທິຜົນສູງຂຶ້ນ, ຮັບ ປະກັນການປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂຶ້ນສູ່ຈຸດໝາຍທີ່ພັກເຮົາວາງໄວ້.
3. ລັດຖະທຳມະນູນສະບັບໃໝ່ນີ້ ຕ້ອງສອດຄ່ອງກັບເນື້ອໃນພື້ນຖານຂອງໂຄງການການເມືອງຂອງພັກ ແລະ ມະຕິຕ່າງໆຂອງບັນດາກອງປະຊຸມໃຫຍ່ຂອງພັກເຮົາໃນຕໍ່ໜ້າ.
4. ເປັນບ່ອນອີງພື້ນຖານຮັບປະກັນໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍໃນຕໍ່ໜ້າ ໃຫ້ເປັນລະບົບຄົບຊຸດ, ສອດ ຄ່ອງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້.
5. ສູ້ຊົນປັບປຸງລັດຖະທຳມະນູນສະບັບໃໝ່ ໃຫ້ສຳເລັດກາງປີ 2025 ແລະ ສາມາດນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX.
ການປັບປຸງລັດຖະທໍາມະນູນເທື່ອນີ້ ແມ່ນສຸມໃສ່ຄົ້ນຄວ້າ ແລະ ປັບປຸງບາງໝວດ, ບາງມາດຕາທີ່ຈຳເປັນ ເປັນຕົ້ນແມ່ນໝວດກ່ຽວກັບການປົກຄອງທ້ອງຖິ່ນ ແລະ ອາດຈະຄົ້ນຄວ້າສະເໜີເພີ່ມບາງມາດຕາ ຫຼື ບາງຂໍ້ບັນຍັດໃໝ່ ທີ່ເຫັນວ່າມີຄວາມສໍາຄັນ ແລະ ຈຳເປັນ.
ທິດຊີ້ນຳໃນການປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ ສະບັບນີ້ ມີດັ່ງນີ້:
1. ຮັບປະກັນການຍົກສູງບົດບາດນຳພາຂອງພັກປະຊາຊົນປະຕິວັດລາວ ຕິດແໜ້ນກັບການເຊີດຊູບົດບາດຄຸ້ມຄອງຂອງລັດປະຊາທິປະໄຕປະຊາຊົນ ແລະ ການປະຕິບັດສິດເປັນເຈົ້າປະເທດຊາດຂອງປະຊາຊົນລາວບັນດາເຜົ່າ ເຊິ່ງກຳມະ ກອນ, ກະສິກອນ ແລະ ນັກຮຽນຮູ້ປັນຍາຊົນ ເປັນຫຼັກແຫຼ່ງ.
2. ຮັບປະກັນການປະຕິບັດຫຼັກການລວມສູນປະຊາທິປະໄຕ ຫຼື ອຳນາດເອກະພາບ ພາຍໃຕ້ການນຳພາຂອງພັກປະ ຊາຊົນປະຕິວັດລາວ.
3. ມີຈຸດສຸມ ແລະ ສອດຄ່ອງກັບມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ ສູ່ລ່ວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ກໍຄືມະຕິກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່.
4. ຮັບປະກັນລັກສະນະວິທະຍາສາດໃນການສ້າງ ແລະ ປັບປຸງນິຕິກຳ ໂດຍມີການປະເມີນຜົນການຈັດຕັ້ງປະຕິບັດລັດຖະທໍາມະນູນ; ຄົ້ນຄວ້າ ແລະ ກຳນົດເນື້ອໃນຈຸດສຸມຕົ້ນຕໍທີ່ຈະປັບປຸງໃຫ້ລະອຽດ, ຈະແຈ້ງ; ທາບທາມ ແລະ ລະດົມຄວາມເຫັນ, ສະຕິປັນຍາຂອງທົ່ວລະບົບການເມືອງ, ປະຊາຊົນລາວບັນດາເຜົ່າ, ນັກທຸລະກິດທັງພາກລັດ ແລະ ເອກະຊົນ ລວມທັງນັກລົງທຶນຕ່າງປະເທດຢູ່ ສປປລາວ ແລະ ມີການຍາດແຍ່ງບົດຮຽນທີ່ສອດຄ່ອງຂອງຕ່າງປະເທດ ເພື່ອເຮັດໃຫ້ເນື້ອໃນຂອງລັດຖະທຳມະນູນສະບັບໃໝ່ ມີຄວາມຖືກຕ້ອງ, ສອດຄ່ອງ, ຄົບຖ້ວນ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້.
5. ສຸມໃສ່ຄົ້ນຄວ້າ, ປັບປຸງເນື້ອໃນໃຫຍ່ທີ່ສຳຄັນຈຳນວນໜຶ່ງຂອງລັດຖະທຳມະນູນ ຫາກບໍ່ແມ່ນປັບປຸງໝົດສະບັບ ເຊັ່ນ: (1) ບັນຫາການກຳນົດບົດບາດນຳພາຂອງພັກ ຈະຮັກສາຄືເກົ່າ (ມາດຕາ 3 ລັດຖະທຳມະນູນສະບັບປີ 2015) ຫຼື ປັບ ປຸງໃໝ່ໃຫ້ຈະແຈ້ງກວ່າເກົ່າ; (2) ບັນຫາຈຸດໝາຍສັງຄົມນິຍົມ; (3) ບັນຫາການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ; (4) ບັນຫາການກໍານົດທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງບັນດາອົງການອຳນາດແຫ່ງລັດຂັ້ນສູນກາງ; (5) ບັນ ຫາການກໍານົດການແບ່ງຂັ້ນການປົກຄອງທ້ອງຖິ່ນ ເປັນຕົ້ນຂັ້ນຕາແສງ ລວມທັງການກໍານົດທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ສາຍພົວພັນສາຍຕັ້ງ ແລະ ສາຍຂວາງຂອງການປົກຄອງທ້ອງຖິ່ນແຕ່ລະຂັ້ນ; (6) ບັນຫາການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ກັບ ແຂວງ-ນະຄອນຫຼວງ, ລະຫວ່າງແຂວງ-ນະຄອນຫຼວງ ກັບ ຂັ້ນເມືອງ-ນະຄອນ, ຂັ້ນຕາແສງ ແລະ ຂັ້ນບ້ານ. ນອກຈາກເນື້ອໃນໃຫຍ່ດັ່ງກ່າວນີ້ແລ້ວ ອາດຈະຄົ້ນຄວ້າ, ປັບປຸງບາງເນື້ອໃນຍ່ອຍທີ່ເຫັນວ່າມີຄວາມສໍາຄັນ ແລະ ຈຳເປັນ.
6. ໃຫ້ສົມທົບແໜ້ນລະຫວ່າງການຄົ້ນຄວ້າຂອງຄະນະກຳມະການລະດັບຊາດ ກັບການຍາດແຍ່ງຄວາມຄິດເຫັນ ຂໍ້ສະເໜີຂອງບັນດາຂະແໜງການ ແລະ ອົງການຂັ້ນສູນກາງ ແລະ ທ້ອງຖິ່ນຕ່າງໆ ລວມທັງຍາດແຍ່ງຄວາມຄິດຄວາມເຫັນຂອງພາກທຸລະກິດທັງພາກລັດ ແລະ ເອກະຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງຕ່າງໆ; ລະດົມຄວາມຄິດຄວາມເຫັນຢ່າງກວ້າງຂວາງຈາກປະຊາຊົນລາວບັນດາເຜົ່າ ດ້ວຍຫຼາຍຮູບການ ນັບທັງຜ່ານພາຫະນະສື່ມວນຊົນ.
ຄາດຄະເນວ່າ ກາງເດືອນກໍລະກົດ 2025 ໃຫ້ໄດ້ປະກາດໃຊ້ລັດຖະທຳມະນູນສະບັບປັບປຸງໃໝ່.
(ຄັດຈາກບົດລາຍງານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຜູ້ປະຈໍາການຄະນະກໍາມະການລະດັບຊາດປັບປຸງລັດຖະທຳມະນູນ ກ່ຽວກັບການກະກຽມວຽກງານຮອບດ້ານໃຫ້ແກ່ການປັບປຸງລັດຖະທຳມະນູນສະບັບປີ 2015 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຄັ້ງວັນທີ 17 ມິຖຸນາ 2024)