loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະເລຂາທິການ ສະພາປະຊາຊົນ ນວ ຈັດກອງປະຊຸມຮ່ວມກັບຄະນະຊ່ວຍວຽກ ຄະນະສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງ 09 ເມືອງ ນວ.

ທ.ວ. 13, 2022 | ເຂດ 1 ນະຫລວງວຽງຈັນ

(ສປນວ) ໃນຕອນເຊົ້າ, ວັນທີ 12 ທັນວາ 2022 ຄະນະເລຂາທິການ ສະພາປະຊາຊົນ ນວ ໄດ້ຈັດກອງປະຊຸມແນະ ນຳການກະກຽມ ແລະ ດຳເນີນກອງປະຊຸມ ປະຈຳປີ ຂອງຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກຕັ້ງເມືອງ ໃຫ້ແກ່ຄະນະຊ່ວຍວຽກ ໂດຍການເປັນປະທານຂອງ ທ່ານ ນະຄະເສນ ສີຫາລາດ, ເລຂາທິການ ສະພາປະຊາຊົນ ນວ ແລະ ໃຫ້ການເຂົ້າຮ່ວມໂດຍ ທ່ານ ຂັນທີ ສີວິໄລ, ຫົວໜ້າຄະນະສະມາຊິກ ສະພາປະຊາຊົນ ນວ ປະຈຳເຂດເລືອກຕັ້ງເມືອງປາກງື່ມ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າ ຂະແໜງຂອງຄະນະເລຂາທິການ, ຫົວໜ້າ, ຮອງຫົວໜ້າ ຄະນະຊ່ວຍວຽກຄະນະສະມາ ຊິກສະພາປະຊາຊົນ ນວ ປະຈຳເຂດເລືອກຕັ້ງເມືອງ 09 ເມືອງ ແລະ ມີວິຊາການ ຈຳນວນໜຶ່ງ ໄດ້ໃຫ້ການເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ ໄດ້ຮັບຟັງການແນະນໍາບາງເນື້ອໃນທີ່ສຳຄັນ ຂອງຄຳແນະນຳຄະນະປະຈຳ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມ ປະຈຳປີ ຂອງຄະນະສະມາຊິກສະພາປະຊາຊົນ ນວ ປະຈຳເຂດເລືອກຕັ້ງເມືອງ ສະບັບເລກທີ 071/ຄປຈ. ສປນວ, ລົງວັນທີ 15 ພະຈິກ 2022 ແລະ ໄດ້ມີການແນະນໍາລະອຽດ ກ່ຽວກັບການກະກຽມເອກະສານປິ່ນອ້ອມກອງປະຊຸມ, ການກຳນົດຫົວຂໍ້ເນື້ອໃນທີ່ຈະນຳເຂົ້າຜ່ານກອງປະຊຸມ, ການແນະນຳ ກ່ຽວກັບການຂຶ້ນແຜນງົບປະມານຮັບໃຊ້ກອງປະຊຸມ. ພາຍຫຼັງຮັບຟັງການແນະນຳການປະຕິບັດວຽກງານໃນແຕ່ລະດ້ານແລ້ວນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນ ແລະ ໃນຕອນທ້າຍກອງປະຊຸມ ທ່ານ ນະຄະເສນ ສີຫາລາດ, ເລຂາທິການ ສະພາປະຊາ ຊົນ ນວ ກໍໄດ້ສະຫຼຸບສັງລວມ ແລະ ມີຄໍາເຫັນແລກປ່ຽນຕໍ່ບັນດາທ່ານ ທີ່ໄດ້ສະເໜີແລກປ່ຽນຢູ່ໃນກອງປະຊຸມ, ພ້ອມກັນນັ້ນ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາເມືອງ ທີ່ໄດ້ກະກຽມໃນເບື້ອງຕົ້ນແລ້ວນັ້ນໃຫ້ສືບຕໍ່ປະຕິ ບັດໃຫ້ໄດ້ຮັບສຳເລັດຕາມແຜນທີ່ກຳນົດໄວ້.