(ສພຊ) – ວັນທີ 13 ມີນານີ້ ທີ່ສະພາແຫ່ງຊາດ (ສພຊ), ຄະນະສະຫະພັນໜ່ວຍແມ່ຍິງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ພ້ອມດ້ວຍຜູ້ປະກອບການເພດຍິງທີ່ເປັນການນໍາສັງກັດຢູ່ບັນດາສະມາຄົມທຸລະກິດ ໄດ້ເຄື່ອນໄຫວພົບປະ, ແລກປ່ຽນບົດຮຽນ ແລະ ທັດສະນະສຶກສາຢ້ຽມຊົມຫໍສະພາແຫ່ງຊາດ ນຳໂດຍທ່ານ ປອ. ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ປະທານຜູ້ຊີ້ນໍາສະຫະພັນໜ່ວຍແມ່ຍິງ ສຄອຊ; ໃຫ້ການຕ້ອນຮັບໂດຍທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິທຳ,ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ພ້ອມດ້ວຍ ສສຊ ເພດຍິງ,ຄະນະປະທານສະຫະພັນແມ່ຍິງ ສພຊ ເຊິ່ງມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມແລກປ່ຽນບົດຮຽນ.

ການພົບປະໃນຄັ້ງນີ້ ເປັນຂີດໝາຍເລີ່ມຕົ້ນທີ່ສໍາຄັນໃນການສົ່ງເສີມການພົວພັນ ແລະ ຮ່ວມມືອັນດີງາມ ລະຫວ່າງຄະນະສະມາຊິກສະພາແຫ່ງຊາດເພດຍິງ ກັບ ຄະນະສະຫະພັນໜ່ວຍແມ່ຍິງ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ, ຜູ້ປະກອບການເພດຍິງ ແລະ ສະມາຄົມນັກທຸລະກິດຍິງ ໃຫ້ເຂົ້າສູ່ລວງເລິກ ແນໃສ່ສ້າງກົນໄກປະສານງານເພື່ອຊຸກຍູ້ສົ່ງເສີມເພດຍິງໃນຂົງເຂດອຸດສາຫະກໍາ, ການຄ້າ, ຜູ້ປະກອບການເພດຍິງ, ສະມາຄົມນັກທຸລະກິດຍິງ ໄດ້ເຂົ້າມາມີສ່ວນຮ່ວມ ແລະ ມີບົດບາດໃນເວທີການເມືອງໃຫ້ນັບມື້ຫຼາຍຂຶ້ນ.
ໃນການພົບປະ ໄດ້ຮັບຟັງຄວາມເປັນມາ ແລະ ພາລະບົດບາດຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງໂດຍຫຍໍ້ ເຊິ່ງຍົກໃຫ້ເຫັນສະພາບລວມການຈັດຕັ້ງ ແລະ ການເຄື່ອນໄຫວ ກໍຄືຜົນສໍາເລັດບາງດ້ານໃນໄລຍະຜ່ານມາ; ສົນທະນາແລກປ່ຽນຄໍາເຫັນ, ປະສົບການ ໃນການເປັນຜູ້ນໍາທີ່ດີຂອງແມ່ຍິງ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນເວທີການເມືອງ ແລະ ວົງການທຸລະກິດ ລວມທັງບາງບົດຮຽນປະສົບການທີ່ຕ່າງຝ່າຍຕ່າງໃຫ້ຄວາມສົນໃຈ.
ນອກຈາກນີ້, ຄະນະສະຫະພັນໜ່ວຍແມ່ຍິງ ສຄອຊ ຍັງໄດ້ຢ້ຽມຊົມຫ້ອງປະຊຸມໃຫຍ່ ແລະ ຫ້ອງມູນເຊື້ອ ສພຊ ພ້ອມທັງມອບເງິນ ຈຳນວນ 5 ລ້ານກີບ ໃຫ້ແກ່ຄະນະ ສສຊ ເພດຍິງ ອີກດ້ວຍ.
(ນາງ ອາລິນ ສຸພິມມະປະດິດ)