ຄະນະຜູ້ແທນສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມໃຫຍ່ຂອງ APA ຄັ້ງທີ 15

ກ.ພ. 21, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ວັນທີ 18-21 ກຸມພາ 2025 ຄະນະຜູ້ແທນສະພາແຫ່ງຊາດ ນຳໂດຍທ່ານ ພອນສານ ວິໄລເມັ້ງ ສະມາຊິກສະພາແຫ່ງຊາດ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຂອງສະມັດຊາລັດຖະສະພາອາຊີ (APA) ຄັ້ງທີ 15 ທີ່ນະຄອນຫຼວງບາກູ, ສາທາລະນະລັດ ອາແຊກໄບຊານ ພາຍໃຕ້ການເປັນປະທານຂອງທ່ານ ນາງ ຊາຮິບາ ກາຟາໂຣວາ (Sahiba Gafarova) ປະທານສະພາແຫ່ງຊາດອາແຊກໄບຊານ ທັງເປັນປະທານ APA ໂດຍມີຄະນະຜູ້ແທນເຂົ້າຮ່ວມທັງໝົດ 289 ທ່ານ ຈາກ 27 ປະເທດ ທີ່ເປັນສະມາຊິກ ແລະ ລັດຖະສະພາສັງເກດການຂອງ APA ພ້ອມດຽວກັນນັ້ນ, ຍັງມີບັນອົງການຈັດຕັ້ງສາກົນທີ່ເປັນຄູ່ຮ່ວມຂອງ APA ຈຳນວນ 8 ພາກສ່ວນ ເຂົ້າຮ່ວມ.
ກອງປະຊຸມໄດ້ດຳເນີນພາຍໃຕ້ຫົວຂໍ້: “ບົດບາດຂອງການທູດລັດຖະສະພາ ໃນການສົ່ງເສີມການຮ່ວມມືແບບຫຼາຍຝ່າຍໃນອາຊີ” ເຊິ່ງຄະນະຜູ້ແທນໄດ້ເອົາໃຈໃສ່ປຶກສາຫາລື ແລະ ແລກປ່ຽນສົນທະນາກັນ ທີ່ເປັນການເນັ້ນໜັກເຖິງການເຮັດໜ້າທີ່ຂອງລັດຖະສະພາໃນການຊຸກຍູ້ການຮ່ວມມືກັນເພື່ອແກ້ໄຂບັນຫາທາທ້າຍຕ່າງໆທີ່ພວມເກີດຂຶ້ນໃນພາກພື້ນ ແລະ ສົ່ງເສີມການຮ່ວມມືກັນເພື່ອການພັດທະນາໃນອະນາຄົດ; ພ້ອມດຽວກັນນັ້ນ, ຄະນະຜູ້ແທນຍັງໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ ແລະ ກອງປະຊຸມກຳມາທິການຕາມຂົງເຂດວຽກງານຕ່າງໆຂອງ APA.
ໃນກອງປະຊຸມໃຫຍ່ຄັ້ງນີ້, ທ່ານ ພອນສານ ວິໄລເມັ້ງ ໄດ້ກ່າວປາໄສໃນກອງປະຊຸມໃຫຍ່ຄົບຄະນະ ໂດຍຍົກໃຫ້ເຫັນເຖິງສະພາບການຂອງພາກພື້ນ ແລະ ຂອງໂລກ ທີ່ພວມຜັນແປໄປຢ່າງສະຫຼັບຊັບຊ້ອນ ແລະ ມີຄວາມທ້າທາຍຫຼາຍຢ່າງ ອັນເນື່ອງມາຈາກບັນຫາທາງດ້ານເສດຖະ ກິດ-ການເງິນ, ໄພພິບັດທາງທຳມະຊາດ, ການປະທະກັນດ້ວຍກຳລັງປະກອບອາວຸດໃນຫຼາຍພາກພື້ນ, ສົ່ງຄາມການຄ້າ ແລະ ມາດຕະການບັງຄັບຝ່າຍດຽວຂອງບາງປະເທດມະຫາອຳນາດ ທີ່ສົ່ງຜົນກະທົບຕໍ່ສັນຕິພາບ, ການຮ່ວມມືເພື່ອການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ທ່ານໄດ້ຕີລາຄາສູງຕໍ່ບົດບາດຂອງ APA ທີ່ມີຄວາມພະຍາຍາມໃນການສະໜັບສະໜູນການສ້າງຄວາມຈະເລີນຮຸ່ງເຮື່ອງໃນອາຊີ ໂດຍຜ່ານການຮ່ວມມືເຊິ່ງກັນແລະກັນ; ພ້ອມທັງຍົກໃຫ້ເຫັນເຖິງການຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ຂອງ ສປປລາວ ແລະ ການຈັດຕັ້ງປະຕິບັດວຽກງານການທູດລັດຖະ ສະພາຂອງສະພາແຫ່ງຊາດລາວ ທີ່ໄດ້ເອົາໃຈໃສ່ເຂົ້າຮ່ວມການເຄື່ອນໄຫວໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ: ສະຫະພັນລັດຖະສະພາສາກົນ (IPU), ສະມັດຊາລັດຖະສະພາອາຊີ (APA), ສະມັດຊາລັດຖະສະ ພາທີ່ໃຊ້ພາສາຝຣັ່ງ (APF) ແລະ ອື່ນໆ ໂດຍສະເພາະໃນປີ 2024 ຜ່ານມາ, ລະຫວ່າງທີ່ ສປປລາວ ໄດ້ຮັບກຽດເປັນປະທານໝູນວຽນອາຊຽນ, ສະພາແຫ່ງຊາດລາວ ກໍໄດ້ຮັບກຽດເປັນປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະ ພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ພາຍໃຕ້ຫົວຂໍ້: “ບົດບາດຂອງລັດຖະສະພາ ໃນການສົ່ງເສີມການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ດ້ວຍຜົນສຳເລັດຢ່າງຈົບງາມ. ພ້ອມດຽວກັນນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະສະພາ APA ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານການທູດລັດຖະສະພາ ໃນການສົ່ງເສີມການຮ່ວມມືແບບຫຼາຍຝ່າຍ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮື່ອງຮ່ວມກັນໃນພາກພື້ນ; ສົ່ງເສີມການແກ້ໄຂບັນຫາ ແລະ ຂໍ້ຂັດແຍ້ງຕ່າງໆ ດ້ວຍສັນຕິວິທີ ໂດຍຜ່ານການເຈລະຈາທີ່ສອດຄ່ອງກັບຫຼັກການ ແລະ ກົດໝາຍສາກົນ; ສົ່ງເສີມການຮ່ວມມືບົນພື້ນຖານການເຄົາລົບເຊິ່ງກັນແລະກັນ, ມີການພັດທະນາຮ່ວມກັນ ແນໃສ່ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນໃນອາຊີ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນລາວ ໄດ້ພົບປະສອງຝ່າຍກັບຄະນະຜູ້ແທນລັດຖະສະພາໄທ ນຳໂດຍທ່ານ ພາຣາດອນ ປຣີສານອານັນທະກຸນ ຮອງປະທານສະພາຜູ້ແທນລາດສະດອນ ເຊິ່ງໄດ້ແລກປ່ຽນປຶກສາຫາລືກັນກ່ຽວກັບການຮ່ວມມືຂອງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ, ການແກ້ໄຂບັນຫາການຄຸ້ມຄອງແຮງງານ, ການປາບປາມອາຊະຍາກຳທາງໄຊເບີ, ຢາເສບຕິດ ແລະ ອື່ນໆ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນສົນທະ ນາກັບຄະນະຜູ້ແທນລັດຖະສະພາເພື່ອນມິດອື່ນໆທີ່ເຂົ້າຮ່ວມກອງປະຊຸມ.
ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ດໍາເນີນໄປໃນບັນຍາກາດທີ່ສະພາບການຂອງພາກພື້ນອາຊີ ຍັງສືບຕໍ່ມີຄວາມເຄັ່ງຮ້ອນ ໂດຍສະເພາະແມ່ນການປະທະກັນ ແລະ ຄວາມເສຍຫາຍຢ່າງຮຸນແຮງໃນເຂດກາຊາ ເຊິ່ງກອງປະຊຸມໄດ້ເນັ້ນໜັກກ່ຽວກັບການຮ່ວມມືກັນເພື່ອໃຫ້ການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຂັດແຍ້ງດັ່ງກ່າວ. ພ້ອມດຽວກັນນັ້ນ, ຍັງໄດ້ພິຈາລະນາຮັບຮອງເອົາລັດຖະສະພາໂອມານ ເປັນສະມາຊິກສົມບູນຂອງ APA, ສະພາແຫ່ງຊາດເບລາຣຸດຊີ ເປັນລັດຖະສະພາສັງເກດການຂອງ APA; ນອກນັ້ນ, ກໍໄດ້ຮັບຮອງເອົາສະພາແຫ່ງຊາດບາເຣນ ເປັນປະທານ APA ໃນປີ 2026 ແລະ ລັດຖະສະພາອີຣານ ເປັນປະທານ APA ໃນປີ 2027 ແລະ 2028.