(ສພຊ) – ລະຫວ່າງວັນທີ 29 ມັງກອນ – 2 ກຸມພາ 2025, ຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປລາວ ນໍາໂດຍທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ທີ່ເມືອງປົດໂກຣິກາ (Podgorica), ປະເທດມົງເຕເນໂກຣ (Montenegro); ເຂົ້າຮ່ວມມີຄະນະຜູ້ແທນທີ່ເປັນສະມາຊິກຄະນະບໍລິຫານງານ APF ຈາກ 20 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ແບນຊິກ, ເບແນັງ, ກຳປູເຈຍ, ກາເມີຣູນ, ການາດາ, ກັບແວກ, ຝຣັ່ງ, ສປປລາວ, ລຸກຊໍາບວກ, ມາຣົກ, ໂມຣີຕານີ, ໂມນາໂກ, ມົງເຕເນໂກຣ, ນູໂວ-ບຣຸນສວິກ, ນູແວນ-ເອໂກສ, ເກເບັກ, ສາທາລະນະລັດ ປະຊາທິປະໄຕ ກົງໂກ, ຣູມານີ, ເຊເນການ ແລະ ສະວິດ ເຊິ່ງປະກອບດ້ວຍປະທານ ແລະ ຄະນະເລຂາທິການໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ, ພ້ອມທັງສະມາຊິກລັດຖະສະພາ ແລະ ເຈົ້າໜ້າທີ່ກ່ຽວຂ້ອງຈາກປະເທດເຈົ້າພາບ ລວມ 70 ກວ່າທ່ານ.

ກອງປະຊຸມໄດ້ພິຈາລະນາຮັບຮອງເອົາວາລະກອງປະຊຸມ, ອົງປະກອບຄະນະບໍລິຫານງານ, ສົນທະນາ ແລະ ຮັບຟັງບົດລາຍງານການເຄື່ອນໄຫວວຽກງານຂອງແຕ່ລະປະເທດ, ບົດລາຍງານການເຄື່ອນໄຫວວຽກງານຂອງຄະນະກຳມາທິການປະຈໍາ ແລະ ເຄືອຂ່າຍສະມາຊິກລັດຖະສະພາເພດຍິງ, ລັດຖະສະພາໜຸ່ມ, ພິຈາລະນາຮັບຮອງເອົາໂຄງການຮ່ວມມືລັດຖະສະພາ ແລະ ຮ່າງແຜນງົບປະມານປະຈຳປີ 2026 ຂອງອົງການສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ, ພ້ອມທັງປຶກສາຫາລື ແລະ ແລກປ່ຽນປະສົບການເຊິ່ງກັນແລະກັນ ໃນການປະຕິບັດໜ້າທີ່່ວຽກງານຂອງຊະມາຊິກ APF; ພ້ອມກັນນີ້, ໄດ້ພິຈາລະນາຮັບຮອງລະບຽບການພາຍໃນຂອງ APF, ຕິດຕາມການຈັດຕັ້ງການປະຕິບັດແຜນຍຸດທະສາດ 2023-2030 ແລະ ປຶກສາຫາລືກ່ຽວກັບສະພາບການພົ້ນເດັ່ນຕ່າງໆໃນພາກພື້ນ ໂດຍສະເພາະໃນບັນດາປະເທດທີ່ໃຊ້ພາສາຝຣັ່ງ.

ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ຕາງໜ້າໃຫ້ພາກພື້ນອາຊີ-ປາຊີຟິກ ລາຍງານສະພາບການເຄື່ອນໄຫວຂອງບັນດາປະເທດສະມາຊິກສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ແລະ ສະເໜີຄຳເຫັນແລກປ່ຽນຄໍາຄິດຄໍາເຫັນຕໍ່ກອງປະຊຸມ ໂດຍທ່ານ ສັນຍາ ປຣະເສີດ ໄດ້ຍົກໃຫ້ເຫັນສະພາບການທາງດ້ານການເມືອງໃນພາກພື້ນ ແລະ ໃນໂລກ, ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ, ການເຄື່ອນໄຫວໃນປີ 2025 ຂອງສະພາແຫ່ງຊາດລາວ ໃນຂອບຂອງ APF ແລະ ການດໍາເນີນນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືອັນສະເໝີຕົ້ນສະເໝີປາຍ ຂອງ ສປປລາວ ໃນວົງຄະນະຍາດສາກົນ, ປະກອບສ່ວນຊຸກຍູ້ໃຫ້ມີການພົວພັນຮ່ວມມືເຊິ່ງກັນແລະກັນ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ລະຫວ່າງປະເທດສະມາຊິກຝຣັ່ງໂກໂຟນ ໃຫ້ຫຼາຍຂຶ້ນ ເພື່ອນໍາເອົາຜົນປະໂຫຍດມາສູ່ປະຊາຊົນຂອງແຕ່ລະປະເທດ.
ກອງປະຊຸມຄະນະບໍລິຫານງານສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ໄດ້ດໍາເນີນໄປຕາມວາລະ ແລະ ໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ ໂດຍໄດ້ຮັບຮອງເອົາປະເທດກາເມີຣູນ ເປັນເຈົ້າພາບຈັດກອງປະຊຸມຄັ້ງຕໍ່ໄປ ໃນເດືອນກໍລະກົດ 2026.

