ຄະນະຜູ້ແທນລາວ ສຳເລັດການເຂົ້າຮ່ວມກອງປະຊຸມໃຫຍ່ APF-50

​ກ.ກ. 14, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນທີ 9-13 ກໍລະກົດ 2025 ທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາ, ປະທານກຳມາທິການການຕ່າງປະເທດ, ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ຄັ້ງທີ 50 (APF-50) ທີ່ນະຄອນຫຼວງປາຣີ, ປະ ເທດຝຣັ່ງ ໂດຍມີຄະນະຜູ້ແທນຫຼາຍກວ່າ 540 ທ່ານ ຈາກ 52 ປະເທດ ທີ່ເປັນສະມາຊິກ APF ແລະ ຈາກ 20 ອົງການຈັດຕັ້ງສາກົນ ທີ່ເປັນຕົວແທນຈາກອົງການລັດຖະສະພາປະຈໍາພາກພື້ນຕ່າງໆຈາກທົ່ວໂລກ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ດຳເນີນໄປພາຍໃຕ້ຫົວຂໍ້: “ຝຣັ່ງໂກໂຟນີ, ປຽບເໝືອນສະໝໍເຮືອຢູ່ໃນໂລກທີ່ເຕັມໄປດ້ວຍວິກິດການ (La Francophonie, une ancre dans un monde en crise)”. ໃນວາລະກອງປະຊຸມໃຫຍ່ປະຈໍາປີນີ້, ຍັງມີກອງປະຊຸມຄະນະບໍລິຫານງານ APF, ກອງປະຊຸມເຄືອຂ່າຍສະມາຊິກລັດຖະສະພາເພດຍິງ, ກອງປະຊຸມເຄືອຂ່າຍສະມາຊິກລັດຖະສະພາໜຸ່ມ ແລະ ກອງປະຊຸມ 4 ກໍາມາທິການປະຈໍາຂອງ APF ທີ່ຈັດຂຶ້ນຄວບຄູ່ກັນໄປ ເຊັ່ນ: ກໍາມາທິການການເມືອງ; ກຳມາທິການວຽກງານລັດຖະສະພາ; ກຳມາທິການເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ກຳມາທິການສຶກສາ, ວັດທະນະທຳ ແລະ ການສື່ສານ.
ໃນກອງປະຊຸມໃຫຍ່, ບັນດາຜູ້ແທນຈາກປະເທດຕ່າງໆ ໄດ້ຂຶ້ນກ່າວປາໄສພາຍໃຕ້ຫົວຂໍ້ຂອງກອງປະຊຸມ ໂດຍຍົກໃຫ້ເຫັນສະພາບບັນຫາ ແລະ ສິ່ງທ້າທາຍ ທີ່ໂລກພວກເຮົາກຳລັງປະເຊີນໜ້າ ເປັນຕົ້ນ: ຄວາມຂັດແຍ້ງທາງດ້ານກຳລັງອາວຸດ, ຄວາມຂັດແຍ້ງທາງດ້ານສົງຄາມການຄ້າ, ໄພທຳມະຊາດ, ຄວາມທຸກຍາກ ແລະ ອື່ນໆ ກາຍເປັນອຸປະສັກ ແລະ ໄພຂົ່ມຂູ່ຕໍ່ສັນຕິ ພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນປະເທດຕ່າງໆ ຢ່າງໜັກໜ່ວງ ເຊິ່ງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຝຣັ່ງໂກໂຟນີ ຕ້ອງເພີ່ມທະວີການຮ່ວມມື ແລະ ສົ່ງເສີມຄວາມສາມັກຄີ, ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການທີ່ດີ ກ່ຽວກັບການປະຕິບັດໜ້າທີ່ດ້ານນິຕິບັນຍັດ ພ້ອມທັງຮ່ວມກັນປຶກສາຫາລື ແລະ ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນຢ່າງສັນຕິວິທີ.
ໂອກາດນີ້, ທ່ານ ສັນຍາ ປຣະເສີດ ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ກ່າວປາໄສໃນກອງປະຊຸມໃຫຍ່ຄົບຄະນະ ໂດຍທ່ານຢໍ້າຄືນນະໂຍບາຍການຕ່າງປະເທດຂອງ ສປປລາວ: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢ່າງສະເໝີຕົ້ນສະເໝີປາຍ; ຢຶດໝັ້ນຕາມເຈຕະນາລົມ ແລະ ຄວາມໝາຍໝັ້ນທາງດ້ານການເມືອງ ທີ່ຈະຮ່ວມມືກັບວົງຄະນະຍາດສາກົນ ແກ້ໄຂບັນດາຂໍ້ຂັດແຍ້ງ ແລະ ສິ່ງທ້າທາຍ ທີ່ພວມເກີດຂຶ້ນໃນພາກພື້ນຕ່າງໆ ແລະ ໃນໂລກ ດ້ວຍສັນຕິວິທີ ອັນໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ສັນຕິພາບ, ການຮ່ວມມືເພື່ອການພັດທະນາແບບຍືນຍົງ ໃນບັນດາປະເທດຝຣັ່ງໂກໂຟນີ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ນອກນີ້, ທ່ານຍັງຍົກໃຫ້ເຫັນເຖິງບົດບາດຂອງສະພາແຫ່ງຊາດລາວ ໃນການຊຸກຍູ້, ສົ່ງເສີມການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ໂດຍໄດ້ມີການຮັບຮອງເອົາກົດໝາຍຫຼາຍສະບັບທີ່ສອດຄ່ອງກັບຫຼັກການສາກົນ ແລະ ມີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ກໍຄືການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພ້ອມທັງບົດບາດໃນການໃຫ້ສັດຕະຍາບັນແກ່ສົນທິສັນຍາ ເປັນຕົ້ນແມ່ນສົນທິສັນຍາກ່ຽວກັບການຕ້ານອາຊະຍາກຳຂ້າມຊາດ, ການຄ້າມະນຸດ, ການຕ້ານການກໍ່ການຮ້າຍ, ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງຄອມພິວເຕີ, ການເກືອດຫ້າມອາວຸດນິວເຄລຍ ແລະ ອື່ນໆ ເຊິ່ງບັນດາສົນທິສັນຍາເຫຼົ່າ ນັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການພັດທະນາແບບຍືນຍົງ ແລະ ຄວາມຢູ່ດີກິນດີຂອງປະຊາຊົນ ໃນພາກພື້ນ ແລະ ໃນໂລກ; ພ້ອມດຽວກັນນີ້, ທ່ານຍັງແຈ້ງໃຫ້ທີ່ປະຊຸມຊາບກ່ຽວກັບການປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ ແລະ ກົດໝາຍກ່ຽວຂ້ອງຈຳນວນໜຶ່ງ ເພື່ອໃຫ້ແທດເໝາະກັບສະພາບການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການເຊື່ອມໂຍງກັບສາກົນໃນໄລຍະໃໝ່ ພ້ອມທັງຮຽກຮ້ອງມາຍັງລັດຖະສະພາສະມາຊິກ APF ຈົ່ງເພີ່ມທະວີບົດບາດການທູດລັດຖະສະພາທັງໃນກອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອເປັນອີກຊ່ອງທາງໜຶ່ງທີ່ສຳຄັນໃນການແກ້ໄຂບັນດາບັນຫາ ແລະ ຂໍ້ຂັດແຍ້ງຕ່າງໆຢ່າງສັນຕິວິທີ ຜ່ານຂະບວນການເຈລະຈາ, ຢຶດຫຼັກການ ແລະ ລະບຽບການສາກົນ ໃນການປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງຂອງພາກພື້ນ ແລະ ໂລກ.