ໃນໂອກາດຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງເຊກອງ (ສພຂ) ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຄົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງອົງການປົກຄອງແຂວງ ຢູ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງ ສພຂ ເຊກອງ ຊຸດທີ II ໃນວັນທີ 16 ສິງຫານີ້ ທ່ານ ປອ ແພງສີ ສີລາວີ ຮອງປະທານ ສພຂ ແຂວງ ສະເໜີຕໍ່ອົງການປົກຄອງແຂວງເອົາໃຈໃສ່ 9 ບັນຫາສໍາຄັນ ເພື່ອເຮັດໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມບັນລຸຕາມແຜນການທີ່ວາງໄວ້.


ຍົກສູງປະສິດທິພາບການຄຸ້ມຄອງ ແລະ ບໍລິຫານລັດໃຫ້ມີຄວາມກະທັດຮັດ, ໂປ່ງໃສ ແລະ ຍຸຕິທໍາ, ເພີ່ມທະວີການປະສານງານ, ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງຂັ້ນແຂວງ, ເມືອງ ແລະ ບ້ານໃຫ້ດີຂຶ້ນ; ຄົ້ນຄວ້າອອກນິຕິກໍາຂັ້ນທ້ອງຖິ່ນ ເພື່ອຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດ 8 ມາດຕະການກະຕຸ້ນເສດຖະກິດຂອງລັດຖະບານໃຫ້ປະກົດຜົນເປັນຈິງ ແລະ ສືບຕໍ່ຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນວັງຄົມ, ປະຕິບັດນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍ,ເປັນເຈົ້າການໃນການຮ່ວມມືກັບພາກພື້ນ, ສາກົນຢ່າງແຂງແຮງ ແລະ ຄ່ອງຕົວຫຼາຍຂຶ້ນ.
#ຂ່າວ: ສັນຍາ.
#ພາບ: ນາລີວັນ.