loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະປະຈໍາສະພາແຫ່ງຊາດ ປະກອບຄໍາເຫັນໃສ່ ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035

​ກ.ກ. 2, 2023 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ທີ່ລັດຖະບານ ໄດ້ວາງອອກ ໃຫ້ມີປະສິດທິພາບ ປະສິດທິຜົນ, ໃນວັນທີ 30 ມິຖຸນາ 2023ທ່ານ ຮສ. ປອ. ລິນຄໍາ ດວງສະຫວັນ ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ຈຶ່ງສະເໜີບາງຄໍາເຫັນ ຕໍ່ບົດສະເໜີດັ່ງກ່າວ ເປັນຕົ້ນ:
1. ໃຫ້ສືບຕໍ່ຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນຂົງເຂດບໍ່ແຮ່ ເພື່ອເປັນເຄື່ອງມືໃຫ້ແກ່ການຈັດຕັ້ງປະຕິບັດ ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ໃຫ້ສໍາເລັດຕາມຄາດໝາຍ;
2. ຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດ ຮອດປີ 2035 ຕ້ອງໃຫ້ສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງ, ຍຸດທະສາດຂອງຂະແໜງການ ແລະ ກົດໝາຍທີ່ກ່ຽວຂ້ອງ ເພື່ອກໍານົດໄດ້ ທິດທາງທີ່ແນ່ນອນໃນການຄຸ້ມຄອງ ແລະ ສະຫງວນເນື້ອທີ່ ໃນການຂຸດຄົ້ນແຮ່ທາດ ທີ່ມີໃນຂອບເຂດທົ່ວປະເທດ ໃຫ້ຄົນຮຸ່ນຕໍ່ໄປ;
3. ການສໍາຫຼວດສ້າງແຜນທີ່ ທໍລະນີສາດ-ແຮ່ທາດ ມາດຕາສ່ວນ 1:200.000 ແລະ ມາດຕາສ່ວນ 1:50.000 ຕ້ອງໃຫ້ສອດຄ່ອງ ກັບແຜນທີ່ຂອງຂະແໜງການອື່ນທີ່ກ່ຽວຂ້ອງ ເປັນຕົ້ນ: ຂະແໜງການປ້ອງກັນຊາດ, ກະສິກໍາ ແລະ ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ, ຄົ້ນຄວ້າຊອກຫາແຫຼ່ງທຶນ ເພື່ອນໍາໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ສໍາເລັດ ພ້ອມທັງສະເໜີໃຫ້ກວດກາຄືນ ຖ້າຫາກວ່າເຂດໃດຢູ່ແຂວງໃດ ໄດ້ຮັບການຈັດຕັ້ງປະຕິບັດແລ້ວ ກໍບໍ່ຄວນກໍານົດເຂົ້າຮ່າງຍຸດທະສາດຕື່ມ ເພື່ອບໍ່ໃຫ້ໄປຊໍ້າຊ້ອນກັນ, ແຕ່ຫາກເຂດໃດໃນແຂວງໃດໜຶ່ງ ບໍ່ທັນຖືກຈັດຕັ້ງປະຕິບັດ ຫຼື ຖືກປະຕິບັດມາແລ້ວ ແຕ່ບໍ່ທັນສຳເລັດ ກໍໃຫ້ສືບຕໍ່ເຮັດຢູ່ບ່ອນນັ້ນໆ;
4. ໃຫ້ກຳນົດນະໂຍບາຍ ຊຸກຍູ້ ສົ່ງເສີມ ການດຶງດູດການລົງທຶນ ເຂົ້າໃສ່ການຜະລິດຕະພັນແຮ່ທາດ ເພື່ອຊົມໃຊ້ພາຍໃນປະເທດ ແລະ ສົ່ງອອກ ໃຫ້ມີຄວາມຈະແຈ້ງ, ແຮ່ທາດຊະນິດໃດຄວນສະຫງວນໄວ້ ເພື່ອເປັນຜະລິດຕະພັນຊົມໃຊ້ພາຍໃນ, ແຮ່ທາດປະເພດໃດ ຄວນຂຸດຄົ້ນ ແລະ ປຸງແຕ່ງ ເພື່ອສົ່ງອອກຂາຍຕ່າງປະເທດ, ຄົ້ນຄວ້າກໍານົດລາຄາແຮ່ທາດແຕ່ລະປະເພດ ໂດຍມີການວາງແຜນເປັນແຕ່ລະໄລຍະ ເປັນຕົ້ນ: ແຮ່ຫາຍາກ, ແຮ່ທາດທີ່ມີຈໍານວນປະລິມານສະສົມຫຼາຍ (ເກືອກາລີ, ຫີນກາວ …), ຖ້າໂຄງການໃດ ລັດຖະບານໄດ້ອະນຸຍາດໃຫ້ລົງທຶນໄປແລ້ວ ກໍໃຫ້ສືບຕໍ່ຊຸກຍູ້ຜູ້ລົງທຶນ ປະຕິບັດຕາມສັນຍາ, ກົດໝາຍ ແລະ ບໍ່ຄວນສືບຕໍ່ໃຫ້ລົງທຶນອີກ;
5. ການຄົ້ນຄວ້າອະນຸຍາດກິດຈະການກ່ຽວກັບແຮ່ທາດໃນຕໍ່ໜ້າ ໃຫ້ປະຕິບັດຕາມຂັ້ນຕອນທີ່ກໍານົດໄວ້ ໃນກົດໝາຍ ຢ່າງເຂັ້ມງວດ ເປັນຕົ້ນ: ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍປ່າໄມ້ ແລະ ນິຕິກໍາອື່ນທີ່ກ່ຽວຂ້ອງ ໂດຍສະເພາະການສ້າງບົດວິພາກເສດຖະກິດ-ເຕັກນິກ, ບົດສຶກສາຜົນກະທົບຕໍ່ສິ່ງແວດລ້ອມ ແລະ ການໄລ່ລຽງຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບ ລວມທັງການຄັດເລືອກເອົາ ບໍລິສັດ ທີ່ຈະມາພັດທະນາ ໃນຂົງເຂດບໍ່ແຮ່ ຕ້ອງເປັນບໍລິສັດຂະໜາດໃຫຍ່, ມີມາດຕະຖານສາກົນ, ມີປະສົບການ, ມີຄວາມເປັນມືອາຊີບ ແລະ ມີຄວາມພ້ອມທາງດ້ານງົບປະມານ;
6. ຄົ້ນຄວ້າ, ວິເຄາະ, ວິໄຈ ຢ່າງຖີ່ຖ້ວນ ກ່ອນອະນຸຍາດ ໃຫ້ຂຸດຄົ້ນແຮ່ທາດ, ເຂດໃດຄວນໃຫ້ຂຸດຄົ້ນ, ເຂດໃດຄວນສະຫງວນໄວ້ ແລະ ໃຫ້ຄໍານຶງເຖິງເຂດຍຸດທະສາດການທະຫານ, ເຂດທີ່ຢູ່ອາໄສ, ເຂດຜະລິດກະສິກໍາ, ເຂດປ່າສະຫງວນ, ປ່າປ້ອງກັນ, ເຂດປ່າຍອດນໍ້າ ແລະ ອື່ນໆ;
7. ຄົ້ນຄວ້າ ຊອກຫາວິທີການຫຼຸດຜ່ອນ ແລະ ກ້າວໄປເຖິງການຢຸດຕິ ການສົ່ງອອກແຮ່ດິບ, ຫັນໄປສູ່ການປຸງແຕ່ງແຮ່ທາດ ເປັນຜະລິດຕະພັນສໍາເລັດຮູບ ໃຫ້ຫຼາຍຂຶ້ນ, ຈໍາກັດການສົ່ງອອກແຮ່ທາດດິບ ອອກຕ່າງປະເທດ ໃນລະດັບທີ່ແນ່ນອນ;
8. ເອົາໃຈໃສ່ ສ້າງກົນໄກການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃຫ້ເປັນລະບົບຄົບຊຸດ ເປັນຕົ້ນ: ການສະໜອງຂໍ້ມູນຂ່າວສານ, ເຄື່ອງມືອຸປະກອນ ແລະ ການແບ່ງຄວາມຮັບຜິດຊອບຢ່າງຂາດຕົວ ເພື່ອບໍ່ໃຫ້ມີການຖິ້ມຄວາມຮັບຜິດຊອບໃຫ້ກັນ ລວມທັງກົນໄກການຈັດເກັບລາຍຮັບຈາກພັນທະຕ່າງໆ ຂອງໂຄງການພັດທະນາບໍ່ແຮ່;
9. ຄົ້ນຄວ້າພິຈາລະນາຄວາມອາດສາມາດ (ເຄື່ອງມື, ວິຊາການ, ງົບປະມານ) ແລະ ການມີສ່ວນຮ່ວມໃນການຖືຮຸ້ນໂຄງການບໍ່ແຮ່ ຂອງລັດວິສາຫະກິດພັດທະນາແຮ່ທາດລາວ ວ່າຈະເຂົ້າຖືຮຸ້ນໃນລັກສະນະ, ຮູບແບບ ແລະ ເງື່ອນໄຂແນວໃດ ແລະ ລັດຄວນຖືຮຸ້ນທຸກໆໂຄງການຂຸດຄົ້ນແຮ່ທາດ ໂດຍຖືເອົາບໍລິມາດແຮ່ທາດ ທີ່ສໍາຫຼວດຄົ້ນພົບນັ້ນ ມາເປັນທຶນ ໃນການຖືຮຸ້ນຂອງລັດ;
10. ການກໍານົດຊັດສ່ວນຜົນປະໂຫຍດຂອງລັດຖະບານ ຈາກໂຄງການພັດທະນາແຮ່ທາດ ຕ້ອງໃຫ້ສົມເຫດສົມຜົນ ຢ່າງໜ້ອຍ ຕ້ອງໃຫ້ໄດ້ 50% ຂຶ້ນໄປ;
11. ຮີບຮ້ອນ ກໍານົດແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາ ໃນການຈັດຕັ້ງປະຕິບັດ ຮ່າງຍຸດທະສາດ ສະບັບດັ່ງກ່າວ ໃຫ້ເປັນອັນລະອຽດ ແລະ ຈະແຈ້ງ;
12. ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ໃຫ້ມີຈຸດສຸມ ແລະ ມີເປົ້າໝາຍທີ່ແນ່ນອນ ໂດຍສະເພາະ ບຸກຄະລາກອນ ໃນຂົງເຂດທໍລະນີສາດ ແລະ ແຮ່ທາດ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ເປັນມືອາຊີບ ແລະ ມີຄວາມຊໍານານງານ;
13. ກຳນົດກົນໄກການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນພັດທະນາຊຸມຊົນ ທີ່ໄດ້ຈາກໂຄງການພັດທະນາແຮ່ທາດ ໃຫ້ຖືກຕາມຈຸດປະສົງ ແລະ ເປົ້າໝາຍ ການນຳໃຊ້ກອງທຶນດັ່ງກ່າວ ພ້ອມທັງໃຫ້ບຸລິມະສິດໃນການພັດທະນາຊຸມຊົນ ຢູ່ເຂດໃກ້ຄຽງ ແລະ ເຂດທີ່ໂຄງການຕັ້ງຢູ່;
14. ເອົາໃຈໃສ່ໂຄສະນາເຜີຍແຜ່ ປຸກລະດົມໃຫ້ທຸກພາກສ່ວນທຸລະກິດ, ເອກະຊົນ ແລະ ປະຊາຊົນ ເຂົ້າໃຈ, ມີສ່ວນຮ່ວມ ແລະ ເຂົ້າຮ່ວມ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.