
ວັນພະຫັດ, ວັນທີ 1 ມິຖຸນາ 2023 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ, ໂດຍການເປັນປະທານຂອງທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນສະພາປະຊາຊົນແຂວງ, ມີຮອງປະທານຄະນະກໍາມະການ, ຫົວໜ້າພະແນກ-ຮອງພະແນກການ, ຜູ້ກ່ຽວຂ້ອງ ແລະ ພະນັກງານຂະແໜງກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.


ເພື່ອປະຕິບັດຕາມທິດຊີ້ນໍາຂອງທ່ານປະທານສະພາປະຊາຊົນແຂວງ ໄດ້ມອບໃຫ້ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ເປັນຜູ້ຄົ້ນຄວ້າໜັງສືສະເໜີຂອງທ່ານເຈົ້າແຂວງ ສະບັບເລກທີ 513/ອຊ, ລົງວັນທີ 09 ພຶດສະພາ 2023(ກ່ຽວກັບການຫັນປ່ຽນທີ່ດິນກະສີກໍາມາເປັນດີນປຸກສ້າງ) ເຊິ່ງໄດ້ສະເໜີຫາສະພາປະຊາຊົນແຂວງເພື່ອຄົ້ນຄວ້າ, ພິຈາລະນາຮັບຮອງເອົາການຫັນປ່ຽນທີ່ດິນຈາກດິນກະສິກໍາມາເປັນດິນປຸກສ້າງໃຫ້ແກ່ທ່ານ ອາເຕີ ລາວລີ, ຢູ່ບ້ານໜອງແມງດາ, ເມືອງໄຊ, ແຂວງອຸດົມໄຊ, ເພື່ອສ້າງສູນເຕົ້າໂຮມຄ່ຽນຖ່າຍສິນຄ້າ ແລະ ບໍລິການຈອດລົດຂົນສົ່ງສິນຄ້າຢູ່ຈຸດບ້ານນາສ້າວ, ເມືອງໄຊ, ແຂວງອຸດົມໄຊ, ເຊິ່ງມີເນື້ອທີ່ທັງໝົດ 10 ເຮັກຕາ.


ກອງປະຊຸມ ໄດ້ຄົ້ນຄ້ວາປືກສາຫາລືທາງດ້ານວີຊາການ ກັບພະແນກການທີກ່ຽວຂ້ອງ, ມີການແລກປ່ຽນຄໍາຄິດຄໍາເຫັນ ແລະ ຄະນະກໍາມະການໄດ້ລົງພື້ນທີ່ຕົວຈິງເຫັນວ່າດິນຕອນດັ່ງກ່າວ ການປະກອບເອກະສານຂອງບໍລີສັດແມ່ນໄດ້ມີໃບອານຸຍາດຈາກພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ດິນຕອນດັ່ງກ່າວປະຊາຊົນໄດ້ມອບກໍາມະສິດໃຫ້ທາງບໍລີສັດ 100% ອອກຊີທ່ານ ອາເຕີ ລາວລີ(ບໍ່ມີຜົນສະທ້ອນລະຫວ່າງບໍລີສັດ ກັບ ປະຊາຊົນ), ບໍລີສັດໄດ້ດໍາເນີນການຖົມດິນ, ກໍສ້າງພື້ນຖານໂຄງລາງຈໍານວນໜື່ງແລ້ວ.

ຜ່ານການຄົ້ນຄວ້າບັນດາເອກະສານ ແລະ ກົດໝາຍທີ່ກ່ຽວຂ້ອງເຫັນວ່າ: ການຫັນປ່ຽນປະເພດທີ່ດິນກະສິກໍາມາເປັນດິນປຸກສ້າງແມ່ນຖືກຕ້ອງສອດຄ່ອງຕາມກົດໝາຍ ວ່າດ້ວຍທີ່ດິນ(ສະບັບປັບປຸງ) ເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019 ໄດ້ກໍານົດຄື: ມາດຕາ 25 (ປັບປຸງ)ການຫັນປ່ຽນປະເພດທີ່ດິນ: ການຫັນປ່ຽນທີ່ດິນຈາກປະເພດໜຶ່ງໄປເປັນທີ່ດິນປະເພດອື່ນ ຈະດໍາເນີນໄດ້ກໍຕໍ່ເມື່ອຫາກເຫັນວ່າມີຄວາມຈໍາເປັນນໍາໃຊ້ເຂົ້າໃນເປົ້າໝາຍອື່ນ ເພື່ອຮັບໃຊ້ຜົນປະໂຫຍດສູງສຸດຂອງຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໂດຍສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນຂອງຂະແໜງການ ແລະ ທ້ອງຖິ່ນ ຊຶ່ງເປັນສ່ວນໜຶ່ງຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ໃຫ້ມີຜົນກະທົບທາງລົບໜ້ອຍທີ່ສຸດຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ, ການຫັນປ່ຽນປະເພດທີ່ດິນດັ່ງກ່າວ ຕ້ອງໄດ້ຮັບອະນຸຍາດຈາກອົງການທີ່ມີສິດຕົກລົງຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 28, 29 ແລະ 30 ຂອງກົດໝາຍສະບັບນີ້ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ.

ຂ່າວ: ແສງພອນ ອິນນະລົງ.