ໃນຕອນເຊົ້າ ຂອງວັນທີ 23 ທັນວາ 2025, ເວລາ 09:00 ໂມງ, ທີ່ສໍານັກງານອົງການປົກຄອງ ນະຄອນຫຼວງວຽງຈັນ ຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ໄດ້ດຳເນີນກອງປະຊຸມຄັ້ງປະຖົມມະລືກ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ລຳພອຍ ສີອັກຄະຈັນ, ຮອງປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ, ຮອງປະທານ ຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ມີ ທ່ານ ຮອງປະທານ ຄະນະສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ, ບັນດາທ່ານ ຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ຕາງໜ້າກະຊວງການຕ່າງປະເທດ ແລະ ມີບັນດາທ່ານໃນແຕ່ລະອະນຸກຳມະການຊ່ວຍວຽກ ຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຂອງ ອະນຸເລຂານຸການ ຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງ ຈຳນວນໜຶ່ງ ເປັນຕົ້ນ: ມະຕິຂອງຄະນະປະຈຳ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ຮັບຟັງການສະເໜີ ຮ່າງມະຕິ ວ່າດ້ວຍການແບ່ງຄວາມຮັບຜິດຊອບພາຍໃນຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ແລະ ຮັບຟັງການສະເໜີຮ່າງແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ ເພື່ອກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V, ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ປຶກສາຫາລືວຽກງານຈຸດສຸມທີ່ຈໍາເປັນ ແລະ ຮີບດ່ວນ ຈໍານວນໜຶ່ງ ໃນການກະກຽມໃຫ້ແກ່ການເລືອກຕັ້ງ ເປັນຕົ້ນ ບັນດາໜ້າວຽກທີ່ໄດ້ກະກຽມສໍາເລັດ ໃນໄລຍະຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ, ແລກປ່ຽນປະກອບຄໍາຄິດຄໍາເຫັນ ຕໍ່ບັນດາເນື້ອໃນເອກະສານ ແລະ ວຽກງານປິ່ນອ້ອມ ກ່ຽວກັບວຽກງານເລືອກຕັ້ງ.

ນອກຈາກນີ້, ເພື່ອເປັນການຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ແລະ ແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນນະຄອນຫຼວງ ໃຫ້ແທດເຖິງ, ທັນເວລາ ແລະ ໃຫ້ເກີດເປັນໝາກຜົນຕົວຈິງ, ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາທ່ານທີ່ຖືກແຕ່ງຕັ້ງໃນຄະນະກໍາມະການເລືອກຕັ້ງ ເອົາໃຈໃສ່ ນໍາພາ-ຊີ້ນໍາ ໃນການກະກຽມກໍານົດແຜນວຽກຂອງຕົນ ໃຫ້ລະອຽດ ແລະ ແບ່ງຄວາມຮັບຜິດຊອບພາຍໃນອະນຸກໍາມະການໃຫ້ລະອຽດຈະແຈ້ງ, ນໍາພາຊີ້ນໍາບັນດາຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ຄະນະຮັບຜິດຊອບປ່ອນບັດເລືອກຕັ້ງ ຢູ່ສະຖານ ທູດ, ກົງສຸນລາວ ແລະ ສໍານັກງານຜູ້ຕາງໜ້າຖາວອນ ຂອງ ສປປ ລາວ ຢູ່ຕ່າງປະເທດ ເພື່ອຮັບປະກັນໃນການຈັດຕັ້ງປະຕິບັດວຽກງານການເລືອກຕັ້ງ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.
