ເພື່ອຮັບປະກັນໃຫ້ແກ່ການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໃຫ້ໄດ້ຮັບຜົນດີ, ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມ ກົດໝາຍ ແລະ ນິຕິກຳ ຂອງຄະນະກຳມະການເລືອກຕ້ັງລະດັບຊາດວາງອອກ


ໃນຕອນເຊົ້າຂອງວັນທີ 20 ກຸມພານີ້, ຢູ່ທີ່ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຈັດຕັ້ງກອງປະຊຸມ ລາຍງານການເຄື່ອນໄຫວວຽກງານເລືອກຕັ້ງ ຂອງອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ເຊິ່ງເປັນປະທານໂດຍ ທ່ານ ສຸບັນ ສະວະບຸດ ປະທານ ກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ອະນຸກຳມະການ ໂຄງປະກອບ ແລະ ບຸກຄະລາກອນ, ຄະນະກຳມະການເລືອກຕັ້ງລະດັບຊາດ ພ້ອມດ້ວຍຄະນະຈາກສະພາແຫ່ງຊາດ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາ ເພື່ອເກັບກຳບັນດາຄຳຄິດເຫັນ, ບັນດາຫາງສຽງສັງຄົມ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ກ່ອນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງຫຼວງພະບາງ, ເຊິ່ງມີບັນດາທ່ານຜູ້ຕາງໜ້າ ຈາກອະນຸກຳມະການ ໂຄງປະກອບ ແລະ ບຸກຄະລາກອນ ຂັ້ນແຂວງ, ເມືອງ-ນະຄອນ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ທ່ານ ສິງຕັນ ໄຊລືຊົ່ງ ຮອງປະທານສະພາປະຊາຊົນແຂວງ, ຫົວໜ້າອະນຸກຳມະການ ໂຄງປະກອບ ແລະ ບຸກຄະລາກອນ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ລາຍງານໃຫ້ຮູ້ວ່າ ພາຍຫຼັງທີ່ໄດ້ຮັບເອກະສານຕ່າງໆ ຈາກສູນກາງກ່ຽວກັບວຽກງານເລືອກຕັ້ງ ຄະນະປະຈຳສະພາປະຊາຊົນແຂວງ ກໍ່ໄດ້ຜັນຂະຫຍາຍ ມາເປັນຂອງທ້ອງຖິ່ນ ເຊິ່ງໄດ້ປະສານສົມທົບກັບ ບັນດາອົງການຈັດຕັ້ງພັກ-ລັດ ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການຄົ້ນຄວ້າໂຄງປະກອບ, ກຳນົດເປົ້າໝາຍ ແລະ ຈຳນວນຜູ້ລົງຮັບສະໝັກ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ໄດ້ຮ່າງຄຳແນະນຳຕ່າງໆ ກ່ຽວກັບວຽກງານບຸກຄະລາກອນ ເປັນຕົ້ນແມ່ນ: ມາດຖານເງື່ອນໄຂຂອງຜູ້ລົງຮັບສະໝັກ, ແບບຟອມການຂຽນປະຫວັດຫຍໍ້, ຮູບພາບ ແລະ ເອກະສານຕ່າງໆ ຕາມມາດຕາ 14 ກົດໝາຍ ວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ການລົງໂຄສະນາຫາສຽງ ເຊິ່ງເປົ້າໝາຍ ທີ່ຈະລົງຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ລວມມີ 14 ທ່ານ, ຍິງ 5 ທ່ານ, ໃນນັ້ນ ເລືອກເອົາ 10 ທ່ານ; ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ປະກອບມີ 84 ທ່ານ, ຍິງ 20 ທ່ານ, ໃນນັ້ນ ເລືອກເອົາ 60 ທ່ານ; ໄດ້ສຳເລັດ ການສັງລວມຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 261,004 ຄົນ, ຍິງ 129,461 ຄົນ, ສະຖານທີ່ປ່ອນບັດ ແລະ ໜ່ວຍປ່ອນບັດທັງໝົດໃນທົ່ວແຂວງລວມມີ 787 ໜ່ວຍ;


ພ້ອມດຽວກັນນັ້ນ ປະທານ ກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ ອະນຸກຳມະການທີ່ກ່ຽວຂ້ອງ ແລະ ບຸກຄະລາກອນທີ່ຮັບຜິດຊອບຫີບບັດ ຕ້ອງຮັກສາຫີບປ່ອນບັດ, ບັດລົງຄະນະແນນສຽງ ແລະ ການນັບຄະແນນສຽງ ໃຫ້ຕ້ອງຖືກຕ້ອງຈັດເຈນ ຕາມຈຳນວນ ເພື່ອລາຍງານໃຫ້ຄະນະກຳມະການ ເລືອກຕ້ັງລະດັບຊາດ ຮັບຊາບໃຫ້ທັນເວລາ ແລະ ໃຫ້ເພີ່ມທິວີການໂຄສະນາຫາສຽງຜ່ານຊ່ອງທາງຕ່າງໆ ເພື່ອໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ເຖີງຄວາມໝາຍສຳຄັນ ຂອງການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເພາະເປັນເຫດການ ການເມືອງໃຫຍ່ຂອງຊາດ ເປັນການປັບປຸງອົງການອຳນາດລັດຂັ້ນຕ່າງໆ ໃນທຸກໆ 5 ປີ ຈະມີ 1 ຄັ້ງ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າ ໃນທົ່ວແຂວງຫຼວງພະບາງ ຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນອອກມາໃຊ້ສິດປະຊາທິປະໄຕຂອງຕົນ ໃນການເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຂົ້າໄປເປັນຕົວແທນຂອງປະຊາຊົນຢູ່ໃນສະພາ.
ພາບແລະຂ່າວ: ວິລິຍະ ວັນນະສີ

