loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄວາມເຢັນ-ຄວາມຮ້ອນ

ມ.ສ. 28, 2023 | SlideMobile

ດັ້ນກີບເມກ
ຄວາມຮ້ອນເກີດຈາກຫຼາຍສາເຫດ ຖ້າວ່າເວລາໃດໂລກ ຂາດຄວາມສົມດູນ ກໍຈະເຮັດໃຫ້ດິນຟ້າອາກາດປ່ຽນແປງ ສັດ-ມະນຸດອາໄສຢູ່ໜ້າໂລກກໍຢູ່ຍາກ; ຖ້າວ່າແນວຄິດຈິດໃຈຂອງ ຄົນຂາດຄວາມສົມດູນມີແຕ່ຄວາມໂລບຢາກໄດ້ ຫຼື ສ້າງແຕ່ວັດຖຸ ແຕ່ບໍ່ພັດທະນາຈິດໃຈ ກໍຈະພາໃຫ້ຄົນເຮົາຄິດເອົາແຕ່ສິ່ງທີ່ຕົນຢາກໄດ້ຝ່າຍດຽວ; ໂລກຮ້ອນເກີດຈາກຫຼາຍສາເຫດເຊັ່ນ: ເນື້ອທີ່ປ່າໄມ້ຫຼຸດລົງ ເຮັດໃຫ້ການສ້າງຄວາມສົມດູນທາງອາກາດມີການປ່ຽນແປງ.
ຄົນເຮົາຄວນຕັ້ງຂໍ້ສັງເກດເຕືອນຕົນເອງວ່າ ເມື່ອກ່ອນ ອາກາດບໍ່ຮ້ອນຍ້ອນຫຍັງ? ເຮົາມີແມ່ນໍ້າ-ມີຫ້ວຍຮ່ອງຄອງບຶງອຸດົມສົມບູນ ແລະ ມີຕົ້ນໄມ້-ປ່າໄມ້-ດົງປ່າ ເປັນໂຕສ້າງຄວາມ ສົມດູນໃຫ້ໂລກໜ້າຢູ່… ແຕ່ອາກາດທຸກມື້ປ່ຽນໄວ ປີນີ້ຮ້ອນສໍ່ານີ້ ປີໜ້າອາດຮ້ອນກວ່ານີ້! ຜູ້ຂຽນຄິດວ່າ: ແຕ່ລະຄົນ ແຕ່ລະຄອບຄົວສາມາດຊ່ວຍຫຼຸດຜ່ອນໂລກຮ້ອນໄດ້ດ້ວຍການປູກຕົ້ນໄມ້-ຮັກປ່າໄມ້-ຮັກທຳມະຊາດ ແລະ ເຫັນພິດໄພຂອງການ ທຳລາຍທຳມະຊາດທຳລາຍປ່າໄມ້, ການຊ່ວຍກັນປູກຕົ້ນໄມ້ ຢູ່ບໍລິເວນພື້ນທີ່ອ້ອມເຮືອນ, ປູກໃສ່ສວນ ແລະ ໂຄສະນາປຸກລະ ດົມປູກໃສ່ປ່າສະຫງວນ, ປ່າຊຸມຊົນ, ສວນສາທາລະນະ.
ການປູກຕົ້ນໄມ້ຕ້ອງໄດ້ເຂົ້າໃຈວ່າ: ຕົ້ນໄມ້ແບບລາວເຮົາ ເຄີຍມີມາກ່ອນທີ່ຊ່ວຍໃຫ້ອາກາດເຢັນມີຕົ້ນຫຍັງແດ່? ບໍ່ແມ່ນນິຍົມກັນປູກພຽງແຕ່ຕົ້ນໄມ້ນໍາເຂົ້າປະເພດໄມ້ປະດັບ ໄມ້ໂຊທີ່ໃຫ້ສີສັນງາມຊົ່ວຄາວ ແຕ່ບໍ່ໄດ້ສ້າງອົກຊີຊ່ວຍໃຫ້ເຢັນໄດ້; ປູກພັນໄມ້ຕ່າງປະເທດ ນອກຈາກຮັກສາຍາກແລ້ວ ຍັງມີລາຄາແພງ ເປືອງກວ່າຕົ້ນໄມ້ພັນລາວເດີມຄື ຕົ້ນຍູງ-ຍາງ-ດູ່-ແດງ… ຖ້າວ່າ ເຮົາຂາດວິທີຄິດ ຮັກສາປ່າ-ຮັກສານໍ້າ ຂາດການປູກຈິດສຳນຶກໃຫ້ເຍົາວະຊົນ ແລະ ແຕ່ລະຄອບຄົວ ຮັກຕົ້ນໄມ້-ປູກຕົ້ນໄມ້ພວກເຂົາກໍຈະບໍ່ຮູ້ຄຸນຄ່າ.
ຜູ້ຂຽນເຫັນວ່າທ່າອ່ຽງຄົນເຮັດເຮືອນງາມ ຕັດຕົ້ນໄມ້ອອກຢາກໂຊເຮືອນງາມ ໂດຍໃຊ້ແອເຢັນແທນ ກໍຈະມີແຕ່ຄວາມເຢັນໃນຫ້ອງການ; ຫ້ອງນອນໃນເຮືອນ ແຕ່ອາກາດຢູ່ນອກຮ້ອນຢູ່ຍາກ ການປູກຈິດສຳນຶກ-ການຮັກສາຄວາມສົມດູນ ຈຶ່ງເປັນສິ່ງສຳຄັນບໍ່ຄວນເບິ່ງຂ້າມ!