ຄລຊ ຕິດຕາມ, ຊຸກຍູ້ການກະກຽມເລືອກຕັ້ງຢູ່ແຂວງຫຼວງນໍ້າທາ

ມ.ກ. 21, 2026

(ສພຊ) – ວັນທີ 19 ມັງກອນຜ່ານມາ, ຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ) ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 3 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V ໂດຍແບ່ງອອກເປັນ 2 ຄະນະຄື: ຄະນະທີ 1 ນໍາໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກໍາມະບານລາວ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ກໍາມະການອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ແລະ ຄະນະກໍາມະການເລືອກຕັ້ງແຂວງຫຼວງນໍ້າທາ ນໍາໂດຍທ່ານ ກົງເພັດ ແກ້ວບົວພາ ຮອງປະທານສະພາປະຊາຊົນແຂວງ, ກໍາມະການຄະນະກໍາມະການເລືອກຕັ້ງແຂວງ ໄດ້ລົງຕິດຕາມ, ຊຸກຍູ້ຢູ່ເມືອງນາແລ ເຊິ່ງມີບັນດາທ່ານຄະນະກໍາມະການເລືອກຕັ້ງເມືອງ (ຄລມ), ອະນຸກໍາມະການ ແລະ ກອງເລຂາຊ່ວຍວຽກ ຄລມ ເຂົ້າຮ່ວມ 40 ທ່ານ; ຄະນະທີ 2 ນໍາໂດຍທ່ານ ພົຕ. ປອ. ວົງສັກ ພັນທະວົງ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຳມະການອະນຸກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງແຂວງ ໄດ້ລົງຕິດຕາມ, ຊຸກຍູ້ຢູ່ເມືອງສິງ ເຊິ່ງມີບັນດາທ່ານຄະນະກໍາມະການເລືອກຕັ້ງເມືອງ, ອະນຸກໍາມະການ ແລະ ກອງເລຂາຊ່ວຍວຽກ ຄລມ ເຂົ້າຮ່ວມ 80 ທ່ານ.
ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງນາແລ ແລະ ທ່ານ ໜານມອນ ແກ້ວສິງໄຊ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງສິງ ໄດ້ລາຍງານສະພາບລວມຂອງເມືອງ ແລະ ຄວາມຄືບໜ້າໃນການກະກຽມເລືອກຕັ້ງ ໃນບາດກ້າວທີ 1 ແລະ ບາດກ້າວທີ 2 ເຊິ່ງມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ວາງໄວ້; ເຂດເລືອກຕັ້ງເມືອງນາແລ ມີທັງໝົດ 57 ບ້ານ ແລະ ກຳນົດເປັນ 42 ໜ່ວຍເລືອກຕັ້ງ, ມີ 84 ຫີບປ່ອນບັດ ໂດຍຄາດຄະເນພົນລະເມືອງທີ່ມີສິດເລືອກຕັ້ງ (ອາຍຸ 18 ປີຂຶ້ນໄປ) ມີຈໍານວນ 26,196 ຄົນ, ຍິງ 13,146 ຄົນ; ເຂດເລືອກຕັ້ງເມືອງສິງ ມີທັງໝົດ 93 ບ້ານ ແລະ ກໍານົດເປັນ 68 ໜ່ວຍປ່ອນບັດ ໂດຍຄາດຄະເນພົນລະເມືອງທີ່ມີສິດເລືອກຕັ້ງ ມີຈໍານວນ 31,234 ຄົນ, ຍິງ 16,346 ຄົນ.
ວັນທີ 20 ມັງກອນ, ທ່ານ ເລັດ ໄຊຍະພອນ ແລະ ທ່ານ ພົຕ. ປອ. ວົງສັກ ພັນທະວົງ ພ້ອມດ້ວຍຄະນະ ແລະ ຄະນະກໍາມະການເລືອກຕັ້ງແຂວງ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານກະກຽມການເລືອກຕັ້ງຢູ່ເມືອງວຽງພູຄາ ໂດຍມີບັນດາທ່ານຄະນະກໍາມະການເລືອກຕັ້ງເມືອງ, ອະນຸກໍາມະການ ແລະ ກອງເລຂາຊ່ວຍວຽກ ຄລມ ເຂົ້າຮ່ວມ. ທ່ານ ບຸນຊົງ ວາໄຊຢີ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງ ໄດ້ລາຍງານສະພາບລວມຂອງເມືອງ ແລະ ຄວາມຄືບໜ້າໃນການກະກຽມເລືອກຕັ້ງ ໃນບາດກ້າວທີ 1 ແລະ ບາດກ້າວທີ 2 ເຊິ່ງມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ວາງໄວ້; ເຂດເລືອກຕັ້ງເມືອງວຽງພູຄາ ມີທັງໝົດ 46 ບ້ານ ແລະ ກຳນົດເປັນ 49 ໜ່ວຍປ່ອນບັດ ໂດຍຄາດຄະເນພົນ ລະເມືອງທີ່ມີສິດເລືອກຕັ້ງ ມີຈໍານວນ 15,764 ຄົນ, ຍິງ 7,890 ຄົນ.
​ ໃນໂອກາດລົງຕິດຕາມ, ຊຸກຍູ້ການເລືອກຕັ້ງຄັ້ງນີ້, ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ຮຽກຮ້ອງໃຫ້ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ກໍຄືຄະນະກໍາມະການເລືອກຕັ້ງແຕ່ລະເມືອງ ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການຈັດຕັ້ງປະຕິບັດວຽກງານໃນບາດກ້າວຕໍ່ໄປ ເປັນຕົ້ນ: ເອົາໃຈໃສ່ປະສານສົມທົບລະຫວ່າງຂັ້ນເມືອງກັບຂັ້ນແຂວງ ໃຫ້ມີຄວາມກົມກຽວຂຶ້ນຕື່ມ ເພື່ອຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 3 ໃຫ້ສໍາເລັດ 100%; ວຽກງານໂຄສະນາ ແລະ ປຸກລະດົມ ໃຫ້ສ້າງຂະບວນການໃຫ້ມີຄວາມຟົດຟື້ນກວ້າງຂວາງທົ່ວສັງຄົມ ເພື່ອຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ໄດ້ໄປໃຊ້ສິດປ່ອນບັດຄົບຕາມຈໍານວນ, ມີຄວາມຖືກຕ້ອງຕາມກົດໝາຍ, ຂັ້ນຕອນ ແລະ ວິທີການທີ່ກໍານົດ; ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ; ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວສັງຄົມ ໃຫ້ມີຄວາມປອດໄພຮ້ອຍສ່ວນຮ້ອຍ ລວມທັງການກະກຽມສະຖານທີ່ປ່ອນບັດ, ການເກັບກໍາຈໍານວນສະຖິຕິຜູ້ມີສິດປ່ອນບັດ ແລະ ກໍານົດການປ່ອນບັດຂອງສອງກໍາລັງ, ດ້ານການຄຸ້ມຄອງ-ນໍາໃຊ້ງົບປະມານ ແລະ ວຽກງານອື່ນປິ່ນອ້ອມ.