(ສພຊ) – ເພື່ອຮັບປະກັນໃຫ້ແກ່ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ໄດ້ຮັບຜົນດີ, ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ແລະ ນິຕິກຳຂອງຄະນະກຳມະການເລືອກຕັ້ງລະດັບຊາດ (ຄລຊ) ວາງອອກ; ວັນທີ 20 ກຸມພານີ້ ທີ່ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຈັດກອງປະຊຸມລາຍງານການເຄື່ອນໄຫວວຽກງານເລືອກຕັ້ງຂອງອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໂດຍການເປັນປະທານຂອງທ່ານ ສຸບັນ ສະວະບຸດ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ທັງເປັນກຳມະການອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ ແລະ ຕິດຕາມກວດກາ ເພື່ອເກັບກຳບັນດາຄຳຄິດເຫັນ, ຫາງສຽງສັງຄົມ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ກ່ອນການເລືອກຕັ້ງຢູ່ແຂວງຫຼວງພະບາງ ເຊິ່ງມີບັນດາທ່ານໃນອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງ-ນະຄອນ ເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ສິງຕັນ ໄຊລືຊົ່ງ ຮອງປະທານສະພາປະຊາຊົນແຂວງ, ກຳມະການຄະນະກຳມະການເລືອກຕັ້ງແຂວງຫຼວງພະບາງ, ຫົວໜ້າອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ລາຍງານໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ຮັບເອກະສານຕ່າງໆຈາກສູນກາງກ່ຽວກັບວຽກງານເລືອກຕັ້ງ, ຄະນະປະຈຳສະພາປະຊາຊົນແຂວງ ໄດ້ຜັນຂະຫຍາຍມາເປັນຂອງທ້ອງຖິ່ນ ເຊິ່ງໄດ້ປະສານສົມທົບກັບບັນດາອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການຄົ້ນຄວ້າໂຄງປະກອບ, ກຳນົດເປົ້າໝາຍ ແລະ ຈຳນວນຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 6 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຫຼວງພະບາງ ຊຸດທີ V; ໄດ້ຮ່າງຄຳແນະນຳຕ່າງໆກ່ຽວກັບວຽກງານບຸກຄະລາກອນ ເປັນຕົ້ນແມ່ນ: ມາດຕະຖານເງື່ອນໄຂຂອງຜູ້ລົງສະໝັກ, ແບບຟອມການຂຽນປະຫວັດຫຍໍ້, ຮູບພາບ ແລະ ເອກະສານຕ່າງໆ ຕາມມາດຕາ 14 ຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ການລົງໂຄສະນາຫາສຽງ ເຊິ່ງແຂວງຫຼວງພະບາງ ມີຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 14 ທ່ານ ຍິງ 5 ທ່ານ, ເລືອກເອົາ 10 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຂ ມີ 84 ທ່ານ ຍິງ 20 ທ່ານ, ເລືອກເອົາ 60 ທ່ານ; ໄດ້ສຳເລັດການສັງລວມຈຳນວນຜູ້ມີສິດປ່ອນບັດເລືອກຕັ້ງ ເຊິ່ງມີ 261,004 ຄົນ ຍິງ 129,461 ຄົນ, ສະຖານທີ່ປ່ອນບັດ ແລະ ໜ່ວຍປ່ອນບັດທັງໝົດໃນທົ່ວແຂວງ ລວມມີ 787 ໜ່ວຍ.
ທ່ານ ສຸບັນ ສະວະບຸດ ໄດ້ຮຽກຮ້ອງອະນຸກຳມະການທີ່ກ່ຽວຂ້ອງ ແລະ ບຸກຄະລາກອນທີ່ຮັບຜິດຊອບຫີບບັດ ຕ້ອງຮັກສາຫີບປ່ອນບັດ, ບັດລົງຄະແນນສຽງ ແລະ ການນັບຄະແນນສຽງໃຫ້ຖືກຕ້ອງຕາມຈຳນວນ ເພື່ອລາຍງານໃຫ້ ຄລຊ ຮັບຊາບທັນເວລາ ແລະ ເພີ່ມທະວີການໂຄສະນາຜ່ານຊ່ອງທາງຕ່າງໆ ເພື່ອໃຫ້ທົ່ວສັງຄົມຮັບຮູ້ເຂົ້າໃຈເຖິງຄວາມໝາຍສຳຄັນຂອງການເລືອກຕັ້ງຄັ້ງນີ້ ເພາະເປັນເຫດການການເມືອງໃຫຍ່ຂອງຊາດ, ເປັນການປັບປຸງອົງການອຳນາດລັດຂັ້ນຕ່າງໆໃນທຸກ 5 ປີ ຈະມີ 1 ຄັ້ງ.
(ວິລິຍະ ວັນນະສີ)

