loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຂໍ້ຄິດສໍາລັບປີໃໝ່

ທ.ວ. 30, 2022 | SlideMobile, ຮຽນຮູ້ຄຳສັບກົດໝາຍ

ດັ້ນກີບເມກ

            ຜູ້ຂຽນຂໍສະເໜີຄໍາເຫັນທີ່ວ່າ ເຮົາຈະປັບປຸງປ່ຽນແປງອັນໃດແດ່ເພື່ອຕ້ອນຮັບປີໃໝ່, ໜຶ່ງປີຜ່ານໄປ ເຮົາຄວນທົບທວນຊີວິດວ່າເຮົາໄດ້ບັນລຸເປົ້າໝາຍທີ່ຕັ້ງໄວ້ແນວໃດແດ່? ຍັງມີອັນໃດແດ່ທີ່ເຮັດບໍ່ໄດ້? ຖ້າວ່າຄົນໃດກໍຕາມທີ່ໃຊ້ຊີວິດຜ່ານໄປປີໜຶ່ງໂດຍປາສະຈາກເປົ້າໝາຍຊີວິດ ຫຼື ພຽງແຕ່ຄິດວ່າມີຢູ່ມີກິນໄປແຕ່ລະມື້ ຄໍາຖາມເຫຼົ່ານີ້ໜ້າຄິດ ເພາະຢ່າລືມວ່າໃນໂລກໜ່ວຍນີ້ ເຮົາຈະເຮັດສິ່ງໃດກໍຕາມຖ້າຂາດແຜນການ, ຂາດແຜນຊີວິດກໍຄົງຖືກດຶງດູດພັດໄປຕາມກະແສໂລກ.

ຜູ້ຂຽນຄິດວ່າ: ຄົນເຮົາຄວນຕັ້ງສະຕິສັງລວມເຕືອນຕົວເອງ- ຄວບຄຸມອາລົມ ແລະ ຄວາມຄິດຕົວເອງໃຫ້ໄດ້ ເພື່ອພັດທະນາຊີວິດໃຫ້ດີຂຶ້ນກ້າວໜ້າກວ່າປີຜ່ານມາ, ມັກຟັງຄໍາຕໍານິຕິຊົມ, ມັກຢູ່ໃກ້ຊິດຄົນເກັ່ງ, ມັກມີໝູ່ຄູ່ຂະຫຍັນຮໍ່າຮຽນ, ສ້າງຊີວິດ ຫຼື ວ່າຕົນເອງມີນິດໄສມັກມ່ວນແຕ່ລະມື້, ມັກເຂົ້າສັງຄົມຊຸມແຊວ, ມັກທ່ຽວເລາະເມົາຕໍາຈອກ, ເງິນເດືອນອອກເຂົ້າຮ້ານສະຫຼອງ, ນິໄສບໍ່ມັກເກັບອອມເງິນໄວ້ໃຊ້ຍາມຈໍາເປັນ, ບາງຄົນປີໃໝ່ ຫຼື ປີເກົ່າ ກໍຍັງມີນິໄສຄືເກົ່າ ຄື ຂີ້ຄ້ານ, ຄວາມຮູ້ບໍ່ສະແຫວງຫາ ເວລາເຮັດວຽກກໍມີແຕ່ຫຼົບລີ້ເອົາຄວາມຄິດຂອງຄົນອື່ນ ແນວວ່າລັກຄວາມຄິດຂອງຄົນອື່ນມັນງ່າຍນໍ.

ບາງຄົນເປັນນັກຮຽນຍັງມີນິໄສຄືເກົ່າມັກກ່າຍໝູ່ ນິໄສຕັ້ງແຕ່ຮຽນມໍປາຍບໍ່ຖີ້ມ ຢ່າລືມວ່ານິໄສກ້າວໜ້າ, ນິໄສດີ, ນິໄສຮັກການພັດທະນາ ຄົນເຮົາສາມາດສ້າງມັນຂຶ້ນໄດ້ດ້ວຍຕົວເຮົາເອງບໍ່ຕ້ອງລໍເທວະດາຟ້າແຖນສ້າງໃຫ້ ຫຼື ອ້ອນວອນ ຜູດຜີປີສາດໃຫ້ຊ່ວຍດົນບັນດານ.

ຜູ້ຂຽນສັງລວມວ່າ: ປີໃໝ່ 2023 ນີ້ ຜູ້ທີ່ຢາກສ້າງຕົວເອງໃຫ້ເປັນທີ່ເພິ່ງອັນປະເສີດ, ສ້າງຕົວເອງໃຫ້ເຂັ້ມແຂງແນ່ນອນຕ້ອງເຝິກນິໄສຮັກຄວາມກ້າວໜ້າ ຫຼີກເວັ້ນນິໄສລໍອໍານາດດົນບັນດານ, ນິໄສອ້ອນວອນສິ່ງສັກສິດບັນດານໃຫ້, ບາງຄົນແຮ່ງຄັກຊື້ແຕ່ຫວຍຫຼົງເຫີ່ ສີ່ຮ້ອຍລ້ານ… ຄົນບູຮານສອນໄວ້ດີລະເດວ່າ: ສິບສະຫຼຶງຢູ່ຟາກນໍ້າ ຢ່າໂອ້ອ່າວຄະນິງຫາ ສອງສະຫຼຶງມາມືໃຫ້ຄ່ອຍກໍາເອົາໄວ້!!!