


ໂອກາດດັ່ງກ່າວ ຄະນະ ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງສະຖາບັນພັດທະນາສີມືແຮງງານ ແລະ ສະພາບພົ້ນເດັ່ນ, ຂໍ້ຫຍຸ້ງຍາກ ພ້ອມທັງຮັບຟັງຂໍ້ສະເໜີຕ່າງໆ ຈາກຄູອາຈານທີ່ສິດສອນຢູ່ໃນສະຖາບັນ ຈາກນັ້ນ, ທາງຄະນະ ກໍໄດ້ຕັ້ງຄໍາຖາມເຈາະຈີ້ມຕໍ່ບັນຫາຕ່າງໆທີ່ຕົນໃຫ້ຄວາມສົນໃຈ ແລະ ແນວທາງແກ້ໄຂບັນຫາໃນຕໍ່ໜ້າ ເພື່ອໃຫ້ໄດ້ຂໍ້ມູນຕາມຈຸດປະສົງ ແລະ ເປົ້າໝາຍທີ່ທາງກໍາມາທິການວັດທະນະທໍາ-ສັງຄົມວາງເອົາໄວ້.

ນອກຈາກນີ້ ຄະນະ ຍັງໄດ້ສືບຕໍ່ຢ້ຽມຢາມເກັບກໍາຂໍ້ມູນຈົນຮອດວັນທີ 5 ຕຸລາ 2022 ເຊິ່ງໄດ້ລົງຕິດຕາມກວດກາ ແລະ ເຮັດວຽກຢູ່ ບໍລິສັດ ທຣີໂອ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງສຶກສາທິການ ແລະ ກິລາ, ກະຊວງອຸດສາຫະກໍາ ແລະ ການຄ້າ, ນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນໂນນທອງ ແລະ ກະຊວງກະສິກໍາ ແລະ ປ່າໄມ້.

(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)