ກໍາມາທິການກົດໝາຍ ແລກປ່ຽນບົດຮຽນກັບສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ

ສ.ຫ. 4, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

​(ສພຊ) – ຕອນບ່າຍວັນທີ 31 ກໍລະກົດຜ່ານມາ, ສະຫາຍ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ ພ້ອມດ້ວຍຄະນະ ໄດ້ພົບປະ ແລະ ແລກປ່ຽນບົດຮຽນຮ່ວມກັນຄັ້ງທໍາອິດກັບສະຫາຍ ຟານ ເວີຍ (Fan Wei) ເລຂາຄະນະພັກມະຫາວິທະຍາໄລນິຕິສາດ ແລະ ລັດຖະສາດ, ພາກຕາເວັນຕົກສຽງໃຕ້ ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມ ລາວ-ຈີນ, ຈີນ-ລາວ ໃຫ້ນັບມື້ນັບຂະຫຍາຍຕົວ ແລະ ເກີດດອກອອກຜົນຍິ່ງຂຶ້ນ ເພື່ອນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວຽກງານຂົງເຂດນິຕິກຳ ແລະ ກົດໝາຍ ໃຫ້ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
​ ສະຫາຍ ຄໍາແພງ ວິລະພັນ ໄດ້ຕີລາຄາສູງຕໍ່ການພົບປະກັນຄັ້ງນີ້ ເປັນໂອກາດດີເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືດ້ານວິຊາສະເພາະໃນຂົງເຂດວຽກງານນິຕິກຳ ແລະ ກົດໝາຍ ເຊິ່ງ ສປຈີນ ເປັນປະເທດທີ່ພັດທະນາແລ້ວ, ມີການປະຕິບັດກົດໝາຍທີ່ເຄັ່ງຄັດ, ມີບົດຮຽນປະສົບການທີ່ຫຼາກຫຼາຍ ແລະ ອຸດົມສົມບູນ ທີ່ສາມາດບິແບ່ງບົດຮຽນທີ່ປະສົບຜົນສຳເລັດ ໃຫ້ສະພາແຫ່ງຊາດ ກໍຄືກໍາມາທິການກົດໝາຍ ໃນການນຳໄປສຶກສາ ແລະ ຄົ້ນຄວ້າ ເພື່ອເປັນບົດຮຽນໃນການປັບປຸງນິຕິກຳ ແລະ ກົດໝາຍທີ່ມີຢູ່ແລ້ວຂອງ ສປປລາວ ໃຫ້ມີຄວາມສົມບູນ.
​ ສະຫາຍ ຟານ ເວີຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງແຈ້ງສະພາບການທີ່ພົ້ນເດັ່ນຂອງມະຫາວິທະຍາໄລນິຕິສາດ ແລະ ລັດຖະສາດ, ພາກຕາເວັນຕົກສຽງໃຕ້ ສູນຄົ້ນຄວ້າກົດໝາຍ ຈີນ-ອາຊຽນ.
​ ສອງຝ່າຍໄດ້ມີການສົນທະນາແລກປ່ຽນບົດຮຽນໃນຫຼາຍບັນຫາ ເປັນຕົ້ນ: ການສ້າງ ແລະ ປັບປຸງກົດໝາຍ ທີ່ມີຄວາມຈຳເປັນຮີບດ່ວນເພື່ອຮັບໃຊ້ໃນການແກ້ໄຂຄວາມຈຳເປັນດ້ານເສດຖະກິດ-ສັງຄົມ, ການຮັບຮອງເອົາກົດໝາຍໃນກອງປະຊຸມສະພາ, ການຜັນຂະຫຍາຍມາດຕາຂອງກົດໝາຍ ອອກເປັນນິຕິກຳໃຕ້ກົດໝາຍ, ການປະເມີນຜົນການປະຕິບັດກົດໝາຍ, ການໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ.
​(ສອນສັກ ວັນວິໄຊ)