ດັ້ນກີບເມກ
ເຖິງແມ່ນວ່າສະພາບການຂອງກະແສໂລກຈະຢູ່ໃນສະຖານະການໃດກໍຕາມ ຊີວິດຄົນເຮົາກໍຍັງພົບອຸປະສັກຄືເກົ່າ ເຊິ່ງອາດຕ່າງພຽງແຕ່ເງື່ອນໄຂໜັກເບົາຕ່າງກັນ; ສະຖານະການປັດຈຸບັນ ເສດຖະກິດຝືດເຄືອງ ຟື້ນໂຕໄດ້ຍາກ; ຫາກິນລໍາບາກ ລາຍໄດ້ບໍ່ຄືເກົ່າ ຫຼຸດລົງຫຼາຍຮູບແບບ; ເງື່ອນໄຂຂອງເສດຖະກິດຝືດ; ລາຍໄດ້ບໍ່ໝັ້ນຄົງ ມັນສອນບົດຮຽນຊີວິດວ່າ ຢ່າປະໝາດເມື່ອຫາໄດ້ ກໍຕ້ອງຮູ້ຈັກແບ່ງໃຊ້ຈ່າຍ…
ຄົນທີ່ຮູ້ຈັກໃຊ້ສະຕິປັນຍາ ຄວບຄຸມອາລົມຕົນເອງ ໃຫ້ຮູ້ຈັກປະຢັດໃຊ້ຈ່າຍໃນຍາມເສດຖະກິດຝືດເຄືອງເທົ່ານັ້ນ ຊີວິດຈຶ່ງຈະພົບຄວາມສຸກໄດ້ ແຕ່ກົງກັນຂ້າມ ອາດມີບາງຄົນໃຊ້ຊີວິດໃນກະແສບໍລິໂພກນິຍົມ ຫາເພື່ອທ່ຽວເພື່ອກິນ ບາດເຖິງເວລາຕົກອັບ ບໍ່ມີແຜນສຳຮອງ-ບໍ່ມີເງິນປະຢັດໃຊ້ຈ່າຍ ຍາມຈຳເປັນ ຈະພົບທາງຫຍຸ້ງຍາກທັນທີ ເຊິ່ງບາງຄົນກໍຫາທາງອອກແບບໃຊ້ ວິທີຕິດໜີ້ຢືມສິນ… ເຂົ້າທຳນອງ ຢືມທ້າວກໍເພື່ອຈ່າຍທ້າວ ຂໍເພື່ອຮັກສາໜ້າໄວ້ ແຕ່ບາງຄົນກໍເລືອກໃຊ້ວິທີ 18 ມຸງກຸດ ເພື່ອເອົາໂຕລອດກໍມີ.
ທາງລອດໃນຍາມເສດຖະກິດຝືດ, ຟື້ນໂຕຍາກ ເຮົາຕ້ອງຫັນມາເພິ່ງພາການຫຼຸດຜ່ອນການໃຊ້ຈ່າຍທີ່ບໍ່ຈຳເປັນ ແລະ ຮູ້ຈັກປັບປ່ຽນພຶດຕິກຳຊີວິດ ໃຊ້ຈ່າຍຂາດເຫດຜົນພຽງພໍ ຜູ້ຂຽນຄິດວ່າ: ຖ້າໃຜມີດິນສວນດິນນາ ຈະໄດ້ປຽບໃນການເລືອກທາງເສດຖະກິດ ປູກຝັງເປັນທາງຊ່ວຍແກ້ໄຂເສດຖະກິດຝືດເຄືອງເຊັ່ນ: ການຈົກໜອງລ້ຽງປາ-ການປູກຜັກ-ປູກຕົ້ນໄມ້ໃຫ້ໝາກ ຜົນອາດໃຊ້ເວລາແນ່ ກໍຖືວ່າເປັນທາງໝັ້ນຄົງປອດໄພ ທັງໄລຍະສັ້ນ ແລະ ຍາວ ເພາະເຮົາຈະໄດ້ເພິ່ງພາອາໄສ ຜົນຈາກການປູກຝັງ ຄືດັ່ງທີ່ພໍ່ແມ່ເຮົາເຄີຍພາເຮັດມາກ່ອນ; ຖ້າວ່າການໃຊ້ຊີວິດ ແບກຫາບພາລະໜັກ ໃນການໃຊ້ຈ່າຍເກີນໄປ ກໍຕ້ອງຮູ້ຈັກຕັດຮອນອັນບໍ່ຈຳເປັນອອກ ເຊິ່ງມີສຸພາສິດລາວເຕືອນໄວ້ວ່າ: ເຫັນຊ້າງຂີ້ຢ່າຂີ້ຕາມຊ້າງ, ນົກນ້ອຍເຮັດຮັງຕາມກຳລັງ… , ຖ້າວ່າໃຜຫາກເຮັດເອົາໜ້າ ສ້າງໜີ້ເກີນກຳລັງຈ່າຍ ກໍຈະພົບບັນຫາທັນທີ ແຜ່ລາມໃສ່ຍາດພີ່ນ້ອງຄອບຄົວ.
ການຈະຂ້າມຜ່ານຍຸກເສດຖະກິດຝືດເຫັນວ່າກະເສດ ແມ່ນທາງອອກໜຶ່ງທີ່ສຳຄັນຊ່ວຍເຮົາໄດ້, ຮູ້ຈັກປູກກິນ, ຜົນຂອງການປູກດ້ວຍໂຕເຮົາເອງ ຍັງປອດໄພນຳອີກ, ບໍ່ເຮັດໜ້າໃຫຍ່ເກີນໂຕ, ຮູ້ຈັກປ່ອຍວາງ ຮູ້ຈັກປັບປ່ຽນຊີວິດຈະມີຄວາມສຸກ!