loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກົມສື່ມວນຊົນ ສະພາແຫ່ງຊາດ ເຝີກອົບຮົມໃຫ້ ສພຂ ສາລະວັນ

ກ.ພ. 4, 2022 | ເຂດ 14 ສາ​ລະ​ວັນ

(ສພຂ) ໃນວັນທີ  4 ກຸມພາ 2022 ນີ້ ທີ່ຫ້ອງຮັບຮອງສະໂມສອນແຂວງ. ກົມສື່ມວນຊົນ ສະພາແຫ່ງຊາດ (ສພຊ) ໄດ້ເຄື່ອນໄຫວເຝີກອົບຮົມຍຸດທະສາດໃໝ່ແຫ່ງການກະຈາຍຂໍ້ມູນ-ຂ່າວສານຜ່ານລະບົບແອັບພິເຄຊັນຂອງມືຖື (LAONA), ໃຫ້ແກ່ພະນັກງານວິຊາການ ທີ່ຮັບຜິດຊອບວຽກງານຂໍ້ມູນ-ຂ່າວສານ ສະພາປະຊາຊົນແຂວງສາລະວັນ. ຊຶ່ງນຳໂດຍ ທ່ານ ຂັນທະວີ ວົງພະຈັນ ຮອງຫົວໜ້າກົມສື່ມວນຊົນ ສພຊ ພ້ອມຄະນະ, ໃຫ້ກຽດຕ້ອນຮັບຂອງ ທ່ານ ສົມພອນ ແສງສຸລິຈັນ ຄະນະປະຈໍາ ເລຂາທິການສພຂ,ມີຄະນະເລຂາທິການ, ພະນັກງານ-ລັດ ຖະກອນໃນຂະແໜງຄົ້ນຄວ້າ-ສັງລວມ ແລະຂໍ້ມູນ-ຂ່າວສານ ເຂົ້າຮ່ວມ.

ການເຝີກຄັ້ງນີ້, ໄດ້ແນະນໍາ, ຮຽນຮູ້ ແລະ ການປະຕິບັດຕົວຈິງ ໃນການເຂົ້າລະຫັດຂອງ ສພຂ ໃນເວັບໄຊ໌ຂອງສະພາແຫ່ງຊາດ, ຂັ້ນຕອນ, ວິທີການນຳເອົາຮູບພາບ ແລະ ເນື້ອໃນຂອງຂ່າວ, ແກ້ໄຂຂ່າວ, ການຕັ້ງແອັບພິເຄຊັນຜ່ານລະບົບມືຖື(LAONA)  ທີ່ສາມາດລິ້ງກັນກັບ ເວັບໄຊ໌ www.na.gov.la ຂອງສພຊ; ທັງນີ້ກໍ່ເພື່ອຍົກສູງຄຸນນະພາບຂອງວຽກງານຂໍ້ມູນຂ່າວສານ ຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ  ໃນການໂຄສະນາເຜີຍແຜ່ການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ນະຄອນຫຼວງ, ຍົກລະດັບການກະຈາຍຂໍ້ມູນ-ຂ່າວສານ ໃຫ້ວ່ອງໄວ ແລະທັນເຫດການ ທັງເປັນກະບອກສຽງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃນການໂຄສະນາຂໍ້ມູນ-ຂ່າວສານ ຜ່ານລະບົບທີ່ທັນສະໄໝ, ເພື່ອເຜີຍແຜ່ ແລະ ສະໜອງຂໍ້ມູນ-ຂ່າວສານ ການເຄື່ອນໄຫວວຽກງານຂອງ ສສຊ, ສສຂ ໃນຂອບເຂດທົ່ວປະເທດ  ແລະ ສາມາດເຮັດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວ-ສານ ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ທັນເຫດການ.

                    ນາງ ຄັດສອນ ຮຸ່ງສະຫວ່າງ