ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ທິດດີ
ມື້ກ່ອນ, ຄໍລໍາ ສ້າງສັນສັງຄົມເຮົາ ໄດ້ລົງພິມບົດໃນຫົວຂໍ້: “ຊອກຮູ້ຍຸດທະສາດຫັນປ່ຽນໂດຍສັນຕິ”, ມີເພື່ອນຜູ້ອ່ານອອນລາຍແຈ້ງເຂົ້າມາວ່າ: ຢາກໃຫ້ຊອກຂໍ້ມູນກ່ຽວກັບ ກົນອຸບາຍ ແລະ ເລ້ຫຼ່ຽມຂອງຍຸດທະສາດນີ້ ມາລົງພິມຕື່ມ ແດ່ວ່າຊັ້ນ!.
ຜູ້ຂຽນໄດ້ຊອກຄົ້ນຈາກເອກະສານພາຍໃນ ແລະ ຈາກປະເທດເພື່ອນມິດຍຸດທະສາດ ເຊິ່ງພໍສັງລວມໄດ້ບາງບັນຫາດັ່ງນີ້:
ໜຶ່ງ: ເດັດຂາດນຳໃຊ້ເຄືອຂ່າຍອິນເຕີເນັດ-ສື່ອອນລາຍ ເພື່ອໂຄສະນາແຊກຊຶມບັນດາທັດສະນະທີ່ບໍ່ຖືກຕ້ອງ ຜິດພາດ; ປໍລະປັກ ບຸກໂຈມຕີ ເຂົ້າບັນດາປະເທດທີ່ບໍ່ເດີນຕາມເສັ້ນທາງຕາເວັນຕົກ.
ສອງ: ແມ່ນນຳໃຊ້ບັນຫາປະຊາທິປະໄຕ; ສິດທິມະນຸດ ເພື່ອຕ້ານກັບບັນດາປະເທດທີ່ບໍ່ຍອມຂຶ້ນຕໍ່ຕາເວັນຕົກ.
ສາມ: ຍຸຍົງ ແລະ ຊຸກຍູ້ ພາຍໃນເຮັດໃຫ້ມີການ “ຫັນປ່ຽນພາຍໃນຕົນເອງ”; ຜັນແປດ້ວຍຕົນເອງ.
ສີ່: ຍຸຍົງຫັນເປັນເອກະຊົນຢ່າງເຖິງກົກເຖິງຮາກຕໍ່ພື້ນຖານເສດຖະກິດ; ລົບລ້າງເສດຖະກິດແຫ່ງຊາດ ແນໃສ່ເຮັດໃຫ້ກາຍເປັນ ແລະ ພັດທະນາເປັນຊົນຊັ້ນນາຍທຶນ ເຊິ່ງຕົກຢູ່ໃນກົນອຸບາຍຂອງນາຍທຶນ “…ຊ່ວຍຊຸກຍູ້ການລົງທຶນ ແລະ ຍຶດຄອງຕະຫຼາດ…”.
ຫ້າ: ເພີ່ມທະວີວຽກງານການຕ່າງປະເທດ ໃກ້ສິດຕິດແທດ; ແກ່ດຶງ ແລະ ຊື້ຈ້າງຈອບອອຍເອົາພະນັກງານຫຼັກ ແຫຼ່ງໃນອົງການຂັ້ນສູນກາງ; ຂັ້ນແຂວງ ແນໃສ່ຈຸດປະສົງສ້າງໃຫ້ນິຍົມຕາເວັນຕົກ; ຫວັງນຳໃຊ້ພະນັກງານເຫຼົ່ານີ້ຄ່ອຍໆຫັນປ່ຽນແນວທາງ; ນະໂຍບາຍຂອງພັກ-ລັດ ໄປຕາມລັດທິທຶນນິຍົມ.
ຫົກ: ໃຫ້ການຮ່ວມມື; ກໍ່ສ້າງ ແລະ ກ້າວໄປສູ່ການສ້າງຕັ້ງຊັ້ນຄົນປັນຍາຊົນທີ່ນິຍົມຕາເວັນຕົກ; ສ້າງເງື່ອນໄຂເພື່ອໃຫ້ຈຳນວນຄົນເຫຼົ່ານີ້ຊຶມເລິກເຂົ້າພາຍໃນ; ຊັກຈູງແກ່ດຶງ ແລະ ຄ່ອຍໆຫັນປ່ຽນລະບອບສັງຄົມນິຍົມ (ກົນອຸບາຍນີ້ໄດ້ຮັບຜົນສຳເລັດຢູ່ສະຫະພາບໂຊວຽດ; ນັ້ນແມ່ນກໍລະນີ ກອກບາຊອບ ຜູ້ນໍາເວລານັ້ນ).
ເຈັດ: ດຳເນີນການຄົບຊຸດລະຫວ່າງ “…ຫັນປ່ຽນໂດຍສັນຕິ ກັບ ການຍຸຍົງປັ່ນປ່ວນໂຄ່ນລົ້ມ; ໂດຍນຳໃຊ້ຂໍ້ຂັດແຍ່ງຂອງຊົນເຜົ່າ; ສາສະໜາ ເພື່ອແບ່ງແຍກ; ຍຸຍົງທ່າອ່ຽງແຍກຕົວ; ແຍກຄົນເພື່ອສ້າງເງື່ອນໄຂໃຫ້ມີການປະທະກັນ ລະຫວ່າງຊົນເຜົ່າ; ສາສະໜາ; ຫັນເປັນ “ຈຸດຮ້ອນ” ກ້າວຂຶ້ນໃຊ້ກຳລັງທະຫານບຸກເຂົ້າສົມທົບກັບດ້ານການເມືອງພັກຝ່າຍຄ້ານຕ້ານ ພັກ-ລັດ; ຕ້ານລະບອບສັງຄົມນິຍົມ.
ແປດ: ສວຍໃຊ້; ລ້ຽງເກືອ ບັນດາຄັນທຸງ; ສວຍໂອກາດດ້ານການເມືອງທີ່ເປັນປະຕິການພາຍໃນ ເເນໃສ່ເຕົ້າໂຮມກຳລັງໃຫ້ກາຍເປັນການຈັດຕັ້ງການເມືອງ ລໍໂອກາດເພື່ອລົງສູ່ສະໜາມການເມືອງ.
ທັງໝົດນັ້ນ, ຄືບາງຂໍ້ມູນທີ່ຜູ້ຂຽນຊອກຫາມາໄດ້ ເພື່ອສະໜອງໃຫ້ແກ່ເພື່ອນອອນລາຍພວກເຮົາໄດ້ຮັບຊາບ.