(ສພຊ) ຕອນເຊົ້າວັນທີ 29 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີທີ່ກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ.
ທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບການປັບປຸງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX. ຈາກນັ້ນ, ປະທານກອງປະຊຸມ ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ຢ່າງມີຈຸດສຸມ, ມີເຫດມີຜົນ ແລະ ກົງໄປກົງມາ. ຫຼັງຈາກນັ້ນ, ຄະນະຮັບຜິດຊອບຮ່າງກົດໝາຍດັ່ງກ່າວ ໄດ້ຊີ້ແຈງກັບທີ່.
ປະທານກອງປະຊຸມ ໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ ແລະ ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊິ່ງຜົນການລົງຄະແນນສຽງ ລວມຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ 145 ທ່ານ, ເຫັນດີ 141 ທ່ານ, ບໍ່ເຫັນດີ 2 ທ່ານ ແລະ ບໍ່ອອກສຽງ 0 ທ່ານ.