loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກົກທໍ່ພູປາຍທໍ່ວີ

ກ.ພ. 15, 2023 | SlideMobile, ສ້າງສັນສັງຄົມ

ດັ້ນກີບເມກ
ກົກທໍ່ພູປາຍທໍ່ວີ ອາດຈະມີຄວາມໝາຍຕ່າງກັນກັບຊື່ທໍ່ຊ້າງຮ່າງທໍ່ແມວ ແລະ ກົກທໍ່ພູ ມັນຄືຄວາມເປັນຈິງທີ່ຄົນເບິ່ງເຫັນຫຼັກຖານວັດຖຸ ແຕ່ຜົນຂອງພຶດຕິກຳທີ່ເປັນຜົນງານຍິ່ງໃຫຍ່ຂອງຄົນເຖົ້າແກ່ບຳນານບາງຄົນອາດຖືກເຍົາວະຊົນເກີດໃໝ່ໃຫຍ່ລຸນເບິ່ງເຫັນຄືວ່ານ້ອຍທໍ່ວີ ດັ່ງນັ້ນ ການທີ່ຄົນໃນສັງຄົມເບິ່ງເຫັນຄຸນຄ່າບັນພະບຸລຸດ; ຜູ້ເຖົ້າທີ່ສ້າງຜົນງານມາກ່ອນ ຈຶ່ງເປັນສິ່ງຈຳເປັນບໍ່ຄວນເບິ່ງຂ້າມ ແລະ ລະເລີຍໃຫ້ຄວາມສຳຄັນຍົກຍ້ອງເຊີດຊູບົດບາດດັ່ງກ່າວ.
ກົກທໍ່ພູ ຍັງໝາຍເຖິງປະເທດໃດໜຶ່ງທີ່ມີຮີດຄອງປະເພນີວັດທະນະທຳດີງາມ ມີວັນນະຄະດີ ແລະ ສິລະປະວັດຖຸຮຸ່ງເຮືອງ ມີວິລະກໍາອາດຫານ, ມີມູນເຊື້ອນໍ້າໃຈຮັກຊາດສູງສົ່ງ ແຕ່ພໍຕົກມາໃນປັດຈຸບັນ ບັນດາຜົນງານ, ບົດບາດເຫຼົ່ານັ້ນ ຖືກປະປ່ອຍປະຖີ້ມຂາດຄວາມສຳຄັນຍົກຍ້ອງເຊີດຊູເບົາບາງຫົດຫາຍສູນເສຍໄປ ຖືກກະແສວັດທະນະທຳ-ຄ່ານິຍົມໃໝ່ຖ້ວມທົ້ນບູຊາແທນ ຍິ່ງເປັນສິ່ງທີ່ໜ້າຄິດ, ຄົນລຸ້ນໃໝ່ບໍ່ເຂົ້າໃຈອະດີດ, ບໍ່ເຂົ້າໃຈມູນເຊື້ອ ບໍ່ຮູ້ກົກເຄົ້າເຫງົ້າທີ່ມາຂອງຕົນ ພາໃຫ້ເກີດຄວາມບໍ່ຮູ້ສົງໄສ, ເບິ່ງບໍ່ເຫັນຄຸນຄ່າໃນພູມປັນຍາຂອງອະດີດ ຈຶ່ງບໍ່ເຊີດຊູສົ່ງເສີມ; ຂາດຄວາມຮັກລໍ້າເລິກໃນມູນມໍລະດົກຊາດ, ບໍ່ສົນໃຈວິເຄາະວິໄຈໃຫ້ເຫັນຄຸນຄ່າ ບາງເທື່ອບາງກໍລະນີ ຖືກແກ່ດຶງຊັກຈູງເຫັນຄຸນຄ່າຄົນອື່ນດີກວ່າພີ່ນ້ອງເຜົ່າພັນ…!
ກົກທໍ່ພູປາຍທໍ່ວີ ມັນຈຶ່ງສຸດສ້ວຍກາບປີ ເພາະວ່າຄົນລຸ້ນໃໝ່ເບິ່ງບໍ່ເຫັນຄຸນຄ່າຂອງປະຫວັດສາດ; ຄຸນຄ່າຂອງພູມປັນຍາ ບັນພະບຸລຸດໃນຮີດຄອງປະເພນີວັດທະນະທຳ, ມູນເຊື້ອອົງອາດກ້າຫານ, ບໍ່ຍອມຈຳນົນເສຍສະຫຼະຊີບເພື່ອຊາດ… ມູນເຊື້ອທີ່ເວົ້າມານັ້ນ ມັນຈຶ່ງສຸດສ້ວຍ ຖ້າວ່າຄົນລຸ້ນໃໝ່ບໍ່ຈິງໃຈປົກປັກຮັກສາ, ເຊີດຊູພັດທະນາສືບຕໍ່ຂະຫຍາຍມູນເຊື້ອ. ດັ່ງນັ້ນ, ວິລະກຳ ບັນພະບຸລຸດສ້າງຍິ່ງໃຫຍ່ກວ່າພູຜາ ເຮົາຕ້ອງສຶກສາຮຽນຮູ້ກະຕັນຍູຮູ້ຄຸນ…!
ສັງລວມວ່າ: ກົກທໍ່ພູປາຍທໍ່ວີ ເປັນຄຳເວົ້າໃຫ້ຄະຕິເຕືອນຈິດໃຈ ບໍ່ໃຫ້ຄົນຫຼົງລືມໂຕ; ຫຼົງລືມບັນພະບຸລຸດ; ຫຼົງລືມມູນເຊື້ອຊາດຂອງຕົນ; ບໍ່ໃຫ້ຫຼົງເຫີ່ກະແສໃໝ່ຂອງວັດຖຸຈົນລືມຄຸນຄ່າພູມປັນຍາຊາດຂອງຕົນ, ເຮົາຈະຮູ້ຈັກເຊີດຊູໄດ້ ຕ້ອງສຶກສາຄົ້ນຄວ້າບໍ່ເຫັນແກ່ຫຼີ້ນກິນຟຸມເຟືອຍ!