ດັ້ນກີບເມກ
ຫົວຂໍ້ຂ້າງເທິງນີ້ ຄົນລາວບູຮານເວົ້າເປັນຄະຕິເຕືອນໃຈເຖິງການດຳເນີນຊີວິດທີ່ຕ້ອງເອົາໃຈໃສ່ ເລື່ອງສຸຂະພາບໃນການດຳເນີນຊີວິດ ເຊິ່ງເວົ້າເຖິງການບໍລິໂພກ ອາຫານໃຫ້ພໍດີ ແກ່ຄວາມຕ້ອງການຂອງຮ່າງກາຍ ບໍ່ໃຫ້ອີ່ມເກີນໄປຈົນທ້ອງຕຶງພູງສວດ ບໍ່ໃຫ້ຖືຄະຕິທີ່ວ່າ ທ້ອງແຕກດີກວ່າຂອງເຫຼືອ ເພາະຖ້າວົນນຳແຕ່ຄິດຈະກິນ ເຮົາຈະສູນເສຍສຸຂະພາບ ເຊິ່ງມີຕົວຢ່າງ ອີ່ຕາພາມເຖົ້າ ທ້ອງແຕກ ເພາະໂລບອັນໃດກໍຢາກກິນ.
ເລື່ອງບໍລິໂພກອາຫານໃຫ້ພໍດີ ແກ່ຮ່າງກາຍຂອງແຕ່ລະຄົນ ແມ່ນປະລິມານຕ່າງກັນ ຍ້ອນວ່າ ຄວາມຕ້ອງການຮ່າງກາຍແຕ່ ລະຄົນຕ່າງກັນ ຂຶ້ນຢູ່ກັບການເຝິກ ຫຼື ເຄີຍຊີນ ບາງຄົນມີໝູ່ ພວກຫຼາຍ ຍາມປາລະມີຂຶ້ນ ບ່ອນໃດກໍເອີ້ນໄປກິນ ຈາກທີ່ເຄີຍກິນໜ້ອຍກາຍເປັນກິນຫຼາຍ; ໂລກທຸກມື້ນີ້ມັນຈະເລີນອາຫານແນວໃດກໍໄດ້ກິນ ຂໍແຕ່ມີເງິນໃນຖົງ, ການເຮັດວຽກກໍເຊັ່ນດຽວກັນ ບູຮານເວົ້າເຕືອນໄວ້ວ່າ: ແບກຫຼາຍຫຼັງຫັກ ເພາະບໍ່ສະຫຼາດແບ່ງວຽກໜ້າທີ່ໃຫ້ຄົນອື່ນຊ່ວຍເຮັດ ຢ້ານແຕ່ເຂົາໄດ້ດີກວ່າໂຕເອງ ສຸດທ້າຍກາຍເປັນຄົນຫອບວຽກອູ້ມວຽກ ໃນທີ່ສຸດແບກວຽກຍ້ອນຈິດໃຈຄັບແຄບປັນຍາໜ້ອຍ ຄິດບໍ່ກວ້າງແນມບໍ່ໄກ ໃຈບໍ່ກວ້າງ ຈຶ່ງພາໃຫ້ສ່ວນລວມເພພັງ. ດັ່ງນັ້ນ, ຄົນບູຮານເວົ້າເປັນຄະຕິເຕືອນໃຈວ່າ ການບໍລິໂພກອາຫານໃຫ້ເໝາະສົມກັບຮ່າງກາຍ ເປັນການຮັກສາສຸຂະພາບ ເຊິ່ງບໍ່ຕ່າງກັບ ລົດ ຖ້າວ່າເຮົາບັນທຸກໜັກເກີນກຳລັງ ກໍພາໃຫ້ລົດເພພັງ ມັນບໍ່ ສາມາດແບກຮັບນໍ້າໜັກເກີນຄວາມແຮງຂອງລົດໄດ້; ກິນມໍາໆບໍ່ຄຳເບິ່ງທ້ອງ ກໍສອນເລື່ອງກິນ ໃຫ້ມີສະຕິເຕືອນຕົນເອງໄດ້; ບາງຄົນແບກວຽກຫຼາຍແນວ ຍ້ອນຄິດວ່າອັນໃດກໍຢາກໄດ້ຢາກມີຄືໝູ່ ສຸດທ້າຍຊີວິດເພພັງກ້າວບໍ່ເຖິງຝັນ ເຂົ້າທຳນອງ ຢາກມີຫຼາຍໄຂ້ ຢາກໄດ້ຫຼາຍຕາຍ.
ສັງລວມວ່າ ການດຳເນີນຊີວິດໜ້າທີ່ວຽກງານໃຫ້ພໍດີເຊັ່ນດຽວກັບ ບໍລິມາດອາຫານຕາມຄວາມຕ້ອງການ ຂອງຮ່າງກາຍ, ສິ່ງທີ່ຕ້ອງລະວັງກໍແມ່ນບໍ່ໂລບຄື ອີ່ຕາພາມ ໃນນິທານພະເວດ ສັນດອນ.