
ຕອນເຊົ້າວັນທີ 24 ກໍລະກົດ 2025 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ນໍາໂດຍທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການ ແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວເຮັດວຽກຢູ່ສະພາປະຊາຊົນແຂວງອຸດົມໄຊ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງ, ມີບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ອົງການ ແລະ ຂະແໜງກ່ຽວຂ້ອງ ພາຍໃນສະພາປະຊາຊົນແຂວງ.

ຈຸດປະສົງ, ກໍ່ເພື່ອເປັນຕິດຕາມກວດກາ, ເກັບກໍາຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົງແຜນການ, ການເງິນ ແລະ ການກວດສອບ. ພ້ອມນັ້ນ, ໄດ້ຮັບການລາຍງານຈາກພະແນກ, ອົງການຕາມຄໍາຖາມເຈາະຈີ້ຂອງຄະນະຮັບຜິດດຊອບເປັນຕົ້ນ: ການກະກຽມແຜນພັດທະນາເສດຖະກິດ-ສັງຄມ 5 ປີ ຄັ້ງທີ X (2026-2030), ລວມທັງການຈັດສັນ ໂຄງການລົງທຶນຂອງລັດ ປີ 2026; ທິດທາງແຜນການໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນທ້າຍປີ 2025 ຂອງແຂວງ ຕາມມະຕິທີ່ສະພາປະຊາຊນແຂວງຮັບຮອງ; ການຈັດຕັ້ງປະຕິບັດຄາດໝາຍຂອງຂະແໜງການທີ່ມີຄວາມສ່ຽງຈະບໍ່ບັນລຸນັ້ນມີຄາດໝາຍໃດແດ່; ຈະມີກົນໄກວິທີການແກ້ໄຂຄືແນວໃດ?; ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະການແກ້ໄຂໜີ້ສິນທີ່ຍັງຄ້າງມາດົນ ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໂດຍສະເພາະການເກັບລາຍຮັບຈາກການຂຸດຄົ້ນບໍ່ແຮ່ ເພື່ອສົ່ງອອກ, ການຈັດເກັບລາຍຮັບດ້ວຍເຄື່ອງມືທີ່ທັນສະໄໝ ແລະ ການນໍາໃຊເງິນເກີນແຜນໄດ້ມີແຜນຈະຈັດຕັ້ງປະຕິບັດຄືແນວໃດ?; ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ?; ການຂຸດຄົ້ນແຮ່ທາດຢູ່ແຂວງອຸດົມໄຊ ໃນ 6 ເດືອນຕົ້ນປີ 2025 ເປັນຄືແນວໃດ? ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກແນວໃດ?; ການຈັດຕັ້ງປະຕິບັດວຽກງານກວດສອບ-ກວດກາ , ການແກ້ໄຂຜົນການກວດສອບຂອງບັນດາຂະແໜງການ ມີຄວາມຄືບໜ້າຄືແນວໃດ? ມີຂໍ້ສະດວກ ແລະ ຫຍຸ້ງຍາກ ແນວໃດ?. 

ຫຼັງຈາກນັ້ນ, ໄດ້ມີຄໍາຄິດເຫັນແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ປະຕິບັດຕາມແຜນການເຄື່ອນໄຫວ ທາງຄະນະທິນງານ ຍັງໄດ້ລົງເຮັດວຽກຢູ່ເມືອງນາໝໍ້ ຕື່ມອີກ.
ພາບ\ຂ່າວ: ສະພາປະຊາຊົນແຂວງ.
