ສະໄໝກ່ອນ ການໃຊ້ເງິນນັບຄ່າເປັນສະຫຼຶງເປັນບາດ ເວລາຄົນບູຮານຈະສອນໃຫ້ຈື່ຈໍາເປັນບົດຮຽນຊີວິດ ເພີ່ນມັກຈະເວົ້າແຈ້ງປຽບທຽບເປັນປິດສະໜາແນ່ ຫຼື ເວົ້າແຈ້ງໂລດ ແຕ່ກໍໄດ້ຄິດທົບທວນໃຫ້ເຂົ້າໃຈຖ່ອງແທ້ ເພື່ອນໍາເອົາມາເປັນບົດຮຽນຊ່ວຍເຕືອນຕົວເອງໃນການດໍາເນີນຊີວິດ ບໍ່ໃຫ້ຫຼົງຕົວ ຫຼື ເຫີ່ໄປຕາມຫາຂອງໃໝ່ ເຖິງແມ່ນມີລາຄາສູງກວ່າ ແຕ່ກໍສ່ຽງທີ່ຈະຄວ້ານໍ້າແຫຼວ…
ສິບສະຫຼຶງຢູ່ຟາກນໍ້າ ຢ່າໂອ້ອ່າວຄະນຶງຫາ ໝາຍຄວາມວ່າ ຂອງທີ່ຢູ່ໄກສ່ຽງຕໍ່ການລົ້ມເຫຼວ ຫຼື ເສຍເວລາລົງທຶນທັງຂາດຄວາມພ້ອມ, ຂາດອຸປະກອນທີ່ຈະສໍາເລັດ ມັນຈຶ່ງມີຄວາມສ່ຽງສູງ ແຕ່ສອງສະຫຼຶງມາມື ໃຫ້ຄ່ອຍກໍາເອົາໄວ້ ໝາຍຄວາມວ່າຂອງທີ່ຢູ່ໃກ້ເປັນໃນກໍາມື, ຢູ່ໃນຄວາມສາມາດທີ່ຈະເຮັດໄດ້ຄວນລົງມືເຮັດ ເຖິງແມ່ນມີລາຄາບໍ່ສູງ ແຕ່ກໍມີຄ່າເພີ່ມຂຶ້ນໄດ້. ຖ້າວ່າຄົນຜູ້ມີສອງສະຫຼຶງນັ້ນ ຫາກສະຫຼາດລົງທຶນ, ນໍາໃຊ້ຊັບພະຍາກອນທີ່ຕົນມີຢູ່ແລ້ວ ເຊິ່ງບາງຄັ້ງປຽບໄດ້ກັບ ຊັບພະຍາກອນວັດທະນະທໍາທີ່ເຮົາມີຢູ່ແລ້ວກໍສາມາດເພີ່ມພູນ, ຕໍ່ຍອດໃຫ້ຂະຫຍາຍກ້າວໜ້າ ພ້ອມທັງເຊີດຊູໃຫ້ພົ້ນເດັ່ນໄດ້.
ການຕໍ່ຍອດ, ເພີ່ມພູນ ຫຼື ເຊີດຊູຂອງເກົ່າທີ່ມີຄ່າຢູ່ແລ້ວ ມັນສະແດງເຖິງສະຕິປັນຍາຂອງຄົນທີ່ບໍ່ຫຼົງຕົວເອງ-ບໍ່ຫຼົງກະແສ, ບໍ່ຫຼົງໃນລາບຍົດວາດສະໜາຊົ່ວຄາວ ເຊິ່ງມັນຄ້ອງຈອງກັບພາສິດທີ່ວ່າ: ເຫັນວ່າມີເຮືອແລ້ວ ຢ່າລືມແພຝາກໄມ້ໄຜ່ ເຫັນວ່າເປັນໃຫຍ່ແລ້ວ ຢ່າລືມສົ້ນທີ່ມາ…, ສຸພາສິດນີ້ບອກວ່າ: ເວລາໄດ້ດີຂຶ້ນສູ່ທີ່ສູງ ກໍຢ່າຫຼົງລືມທີ່ມາຕໍ່າຕ້ອຍ….
ສັງລວມໄດ້ວ່າ: ພາສິດຂ້າງເທິງນັ້ນ ຊ່ວຍເຕືອນຄົນໃຫ້ມີສະຕິຮູ້ເທົ່າທັນໂລກ; ຮູ້ເທົ່າທັນຄາລົມຄົນ ເພາະວ່າຊື່ວ່າແນວຄວາມເວົ້າຂອງຄົນມັນເກີນງ່າຍໄດ້ທັງຫງາຍ ແລະ ຂວໍ້າຄວາມເວົ້າບໍ່ຢູ່ຄວາມ; ພາສິດນີ້ ສອນໃຫ້ຄົນເຮົາເຮັດແທ້ທໍາຈິງບໍ່ເວົ້າປີ້ນໄປມາໂລເລ.
ສະເໜີຂໍແລກປ່ຽນ.