ການເຂົ້າຮ່ວມກອງປະຊຸມສາກົນຕ່າງໆຂອງສະພາແຫ່ງຊາດ ຊຸດທີ IX
1. ການເຂົ້າຮ່ວມກອງປະຊຸມສາກົນຕ່າງໆຂອງສະພາແຫ່ງຊາດຊຸດທີ IX
- ກອງປະຊຸມ AIPA ຄັ້ງທີ 42, ຈັດຂຶ້ນໃນລະຫວ່າງວັນທີ 23-25 ສິງຫາ 2021, ເຈົ້າ ພາບໂດຍ ສະພາແຫ່ງຊາດ ບຣູໄນ (ໃນຮູບແບບທາງໄກ).
- ກອງປະຊຸມລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 42 ຈັດຂຶ້ນພາຍໃຕ້ຫົວຂໍ້: “ເຊື່ອມສານ ການຮ່ວມມືລັດຖະສະພາ ໃນການນຳໃຊ້ລະບົບດິຈິຕອນຢ່າງເທົ່າທຽມກັນ ເພື່ອກ້າວສູ່ປະຊາຄົມອາຊຽນ 2025 (Forging Parliamentary Cooperation in Digital Inclusion Towards Asean Community 2025)” ແລະ ກອງປະຊຸມໄດ້ພິຈາລະນາຕົກລົງຮັບຮອງເອົາເນື້ອໃນຕ່າງໆດັ່ງລຸ່ມນີ້:
- ກອງປະຊຸມຄະນະບໍລິຫານງານໄອປາ
ກອງປະຊຸມຄະນະບໍລິຫານງານໄອປາ ໄດ້ມີການພິຈາລະນາ ແລະ ຕົກລົງຮັບຮອງເອົາບັນຫາຕ່າງໆຮ່ວມກັນ ໂດຍຜ່ານສື່ອີເລັກໂຕຼນິກ ກ່ອນການດຳເນີນກອງປະຊຸມໃຫຍ່ ດັ່ງນີ້: 1) ເຫັນດີໃຫ້ເຈົ້າພາບເຊື້ອເຊີນຕົວແທນຈາກປະເທດມຽນມາ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 42 ໃນນາມແຂກປະເທດເຈົ້າພາບ; 2) ຮັບຮອງຮ່າງວາລະກອງປະຊຸມ; 3) ຮັບຮອງຮ່າງຕາຕະລາງການດໍາເນີນກອງປະຊຸມ; 4) ບັນດາຮ່າງມະຕິ ເພື່ອນໍາໄປພິຈາລະນາໃນກອງປະຊຸມກໍາມາທິການຕ່າງໆລວມທັງໝົດ 28 ສະບັບ ແລະ 5) ຕົກລົງວັນເວລາ ແລະ ສະຖານທີ່ຈັດກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 43.
- ກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ (WAIPA)
ກອງປະຊຸມສະມາຊິກລັດຖະສະພາເພດຍິງໄອປາ ໄດ້ສະເໜີ ແລະ ພິຈາລະນາຮັບຮອງເອົາ 01 ມະຕິ ຢ່າງເປັນເອກະສັນ ຄື: ມະຕິວ່າດ້ວຍ ການສົ່ງເສີມຄວາມສາມາດທາງດ້ານເສດຖະກິດຂອງເພດຍິງ ໃນການປະຕິບັດໜ້າທີ່ວຽກງານໃນອານາຄົດ ໂດຍຜ່ານການນໍາໃຊ້ລະບົບດິຈິຕອນ ແລະ ການເງິນ. ມະຕິດັ່ງກ່າວ, ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນສົ່ງເສີມຍຸດທະສາດທາງດ້ານດີຈິຕອນທີ່ຄວບຄຸມ, ເທົ່າທຽມທາງເພດ ແລະ ປອດໄພ, ພ້ອມທັງສົ່ງເສີມການສ້າງເຄື່ອຂ່າຍທຸກລະດັບ ໃນການພັດທະນາຂີດຄວາມສາມາດຂອງແມ່ຍິງ ແລະ ເດັກຍິງ.
- ກອງປະຊຸມກຳມາທິການການເມືອງ
ກຳມາທິການການເມືອງ ໄດ້ສະເໜີ ແລະ ຄົ້ນຄວ້າຮ່າງມະຕິທັງໝົດ 5 ສະບັບ. ໄດ້ພິຈາລະນາຮັບຮອງເອົາມະຕິ 4 ສະບັບ ຢ່າງເປັນເອກະສັນ ຄື:
- ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານ ຂອງກອງປະຊຸມຄະນະປະສານງານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA Caucus) ຄັ້ງທີ 12;
- ມະຕິວ່າດ້ວຍ ການເສີມສ້າງຄວາມໝັ້ນຄົງທາງດ້ານໄຊເບີ ແລະການປົກປ້ອງຂໍ້ມູນທາງໄຊເບີທີ່ມີຄວາມໜຽວແໜ້ນ ໃນອາຊຽນ;
- ມະຕິວ່າດ້ວຍ ການສົ່ງເສີມຄວາມໜັ້ນຄົງຂອງມະນຸດ ໃນການນຳໃຊ້ລະບົບດີຈິຕອນຢ່າງເທົ່າທຽມກັນ ໃນອາຊຽນ;
- ມະຕິວ່າດ້ວຍ ການສົ່ງເສີມການທູດລັດຖະສະພາ ເພື່ອກ້າວໄປສູ່ປະຊາຄົມອາຊຽນ;
- ຮ່າງມະຕິວ່າດ້ວຍ ການສະໜັບສະໜູນຂອງລັດຖະສະພາ ຕໍ່ສະຖານະການໃນມຽນມາ (ສະເໜີໂດຍ ອິິນໂດເນເຊຍ). ຕໍ່ຮ່າງມະຕິດັ່ງກ່າວ, ຄະນະຜູ້ແທນກອງປະຊຸມກໍ່ໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດຄວາມເຫັນ ຕໍ່ສະພາບການໃນມຽນມາ ແຕ່ບໍ່ສາມາດບັນລຸຄວາມເປັນເອກະສັນກັນໄດ້ ເນື່ອງຈາກມີບາງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມ ບໍ່ເຫັນດີໃຫ້ພິຈາລະນາຮັບຮອງເອົາ. ຄະນະຜູ້ແທນຂອງສະພາແຫ່ງຊາດລາວ ກໍ່ໄດ້ປະກອບຄຳເຫັນ ໂດຍເຄົາລົບຫຼັກການຄວາມໂປ່ງໃສ ແລະ ຄວາມເປັນທຳລະຫວ່າງປະເທດສະມາຊິກອາຊຽນ ແລະ ປະເທດມຽນມາ ກໍ່ບໍ່ໄດ້ເຂົ້າຮ່ວມກອງປະຊຸມໃນຖານະເປັນສະມາຊິກຢ່າງເຕັມສ່ວນ ຈຶ່ງໄດ້ສະເໜີເລື່ອນການພິຈາລະນາຮ່າງມະຕິດັ່ງກ່າວອອກໄປ.
- ກອງປະຊຸມກຳມາທິການເສດຖະກິດ
ກຳມາທິການເສດຖະກິດ ໄດ້ສະເໜີ ແລະ ພິຈາລະນາຮັບຮອງເອົາມະຕິ ຈຳນວນ 02 ສະບັບຢ່າງເປັນເອກະສັນ ຄື:
- ມະຕິວ່າດ້ວຍ ການສົ່ງເສີມການນຳໃຊ້ລະບົບດິຈີຕອນແບບເທົ່າທຽມກັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ແລະ ເສີມຂະຫຍາຍການເຊື່ອມໂຍງເສດຖະ ກິດອາຊຽນ;
- ມະຕິວ່າດ້ວຍ ການຟື້ນຟູເສດຖະກິດຫຼັງການແຜ່ລະບາດຂອງພະຍາດໂຄວິດ-19: ການຮ່ວມມືດ້ານການທ່ອງທ່ຽວ ໃນອາຊຽນ.
ມະຕິດັ່ງກ່າວ, ໄດ້ສະໜັບສະໜູນການນຳໃຊ້ລະບົບດີຈິຕອນ ເຂົ້າໃນການສົ່ງເສີມຈຸລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ເພື່ອເສີມຂະຫຍາຍການເຊື່ອມຕໍ່ທາງດ້ານເສດ ຖະກິດຂອງອາຊຽນ, ພ້ອມທັງສະໜັບສະໜູນແຜນຍຸທະສາດການທ່ອງທ່ຽວຂອງອາຊຽນ 2020-2025 ຊຶ່ງແນ່ໃສ່ການຟື້ນຟູການທ່ອງທ່ຽວພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຕັ້ງເປົ້າໝາຍໃຫ້ອາຊຽນເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມປອດໄພ, ມີຄຸນນະພາບ, ຫຼາກຫຼາຍ ແລະ ຍືນຍົງ.
- ກອງປະຊຸມກຳມາທິການວຽກງານສັງຄົມ
ກຳມາທິການວຽກງານສັງຄົມໄດ້ສະເໜີ ແລະ ຄົ້ນຄວ້າຮ່າງມະຕິທັງໝົດ 4 ສະບັບ. ໄດ້ພິຈາລະນາຮັບຮອງເອົາມະຕິ 3 ສະບັບ ຢ່າງເປັນເອກະສັນ ຄື:
- ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງກອງປະຊຸມຄະນະກຳມະການໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ (AIPACODD) ຄັ້ງທີ 4;
- ມະຕິວ່າດ້ວຍ ການເພີ່ມທະວີການຮ່ວມມື ແລະ ສົ່ງເສີມການນຳໃຊ້ລະບົບດີຈິຕອນ ເຂົ້າໃນວຽກງານການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ;
- ມະຕິວ່າດ້ວຍ ການຫັນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (SDGs) ລົງສູ່ທ້ອງຖິ່ນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປົ້າໝາຍລະດັບຊາດມີປະສິດຕິຜົນ;
- ຮ່າງມະວ່າດ້ວຍການນຳໃຊ້ເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃຫ້ແກ່ການມີສ່ວນຮ່ວມໃນການເລືອກຕັ້ງໃຫ້ຫຼາຍຂຶ້ນ ແມ່ນບໍ່ໄດ້ຖືກຮັບຮອງເອົາ ເພາະມີີຄະນະຜູ້ແທນຫຼາຍປະເທດ ທີ່ເຂົ້າຮ່ວມໃຫ້ການຄັດຄ້ານ ເນື່ອງຈາກວ່າການເລືອກຕັ້ງຂອງແຕ່ລະປະເທດມີກົດໝາຍ, ມາດຕະຖານ, ເງື່ອນໄຂ ແລະ ວິທີການທີ່ແຕກຕ່າງກັນ ແລະ ຖືເປັນກິດຈະການພາຍໃນຂອງແຕ່ລະປະເທດສະມາຊິກອາຊຽນ, ປະກອບກັບຄວາມພ້ອມທາງດ້ານເຕັກໂນໂລຊີ ຂອງຫຼາຍປະເທດ ອາດຈະບໍ່ທັນຕອບສະໜອງໃຫ້ແກ່ການລົງຄະແນນສຽງຮູບແບບດັ່ງກ່າວໄດ້. ດັ່ງນັ້ນ, ຮ່າງມະຕິດັ່ງກ່າວ ຈຶ່ງຖືກເລື່ອນໄປພິຈາລະນາໃນກອງປະຊຸມຄັ້ງຕໍ່ໄປ.
- ກອງປະຊຸມກຳມາທິການວຽກງານພາຍໃນ
ກຳມາທິການວຽກງານພາຍໃນ ໄດ້ສະເໜີ ແລະ ຄົ້ນຄວ້າຮ່າງມະຕິທັງໝົດ 16 ສະບັບ. ໄດ້ພິຈາລະນາຮັບຮອງເອົາມະຕິ 15 ສະບັບ ຢ່າງເປັນເອກະສັນ ຄື:
- ມະຕິວາດ້ວຍ ການຮັບຮອງເອົາບົດລາຍງານການເງິນຂອງໄອປາ ປະຈໍາປີ 2020-2021;
- ມະຕິວ່າດ້ວຍ ການອະນຸຍາດໃຫ້ນຳໃຊ້ເງິນກອງທຶນພິເສດ ເພື່ອໃຊ້ຈ່າຍເຂົ້າໃນການບໍລິຫານສຳນັກງານກອງເລຂາໄອປາ ແລະ ປັບປຸງເງິນເດືອນໃຫ້ແກ່ພະນັກງານກອງເລຂາໄອປາ;
- ມະຕິວ່າດ້ວຍ ການຮັບຮອງເອົາແຜນງົບປະມານຂອງໄອປາ ປະຈໍາປີ 2021-2022;
- ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງກອງເລຂາ AIPA ປະຈໍາປີ 2020-2021;
- ມະຕິວ່າດ້ວຍ ການຮັບຮອງເອົາລັດຖະສະພາ ຢູເຄນ ເປັນປະເທດສັງເກດການຂອງ AIPA;
- ມະຕິວ່າດ້ວຍ ການຮັບຮອງເອົາລັດຖະສະພາ ປາກິສະຖານ ເປັນປະເທດສັງເກດການຂອງ AIPA;
- ມະຕິວ່າດ້ວຍ ການຮັບຮອງເອົາການປັບປຸງທຳມະນູນ AIPA;
- ມະຕິວ່າດ້ວຍ ການຮັບຮອງເອົາລະບຽບການ ແລະ ຂັ້ນຕອນໃນການເປັນເຈົ້າພາບຈັດກອງປະຊຸມໃຫຍ່ AIPA;
- ມະຕິວ່າດ້ວຍ ການຮັບຮອງເອົາຂໍ້ແນະນຳ ແລະ ຂັ້ນຕອນດຳເນີນກອງປະຊຸມປືກສາຫາລືລະຫວ່າງ AIPA-ASEAN;
- ມະຕິວ່າດ້ວຍ ການຮັບຮອງເອົາລະບຽບການ ແລະ ຂັ້ນຕອນຂອງການດຳເນີນກອງປະຊຸມສະມາຊິກລັດຖະສະພາໜຸ່ມຂອງ AIPA;
- ມະຕິວ່າດ້ວຍ ການຮັບຮອງເອົາການສ້າງຕັ້ງເວທີປຶກສາຫາລື ລະຫວ່າງໄອປາ ແລະ ລັດຖະສະພາເອີຣົບ (AIPA-EP);
- ມະຕິວ່າດ້ວຍ ການຮັບຮອງເອົາການມອບລາງວັນກຽດຕິຄຸນໄອປາ ໃຫ້ແກ່ ທ່ານ Post Dr. Kittisethabindit Cheam Yeap (ກໍາປູເຈຍ);
- ມະຕິວ່າດ້ວຍ ການຮັບຮອງເອົາການມອບລາງວັນກຽດຕິຄຸນໄອປາ ໃຫ້ແກ່ທ່ານ Fadli Zon (ອິນໂດເນເຊຍ);
- ມະຕິວ່າດ້ວຍ ການຮັບຮອງເອົາການຊົມເຊີຍຕໍ່ການສຳເລັດໜ້າທີ່ການເປັນປະທານໄອປາ ຂອງພະນະທ່ານ Pehin Dato Awang Haji Abdul Rahman Taib;
- ມະຕິວ່າດ້ວຍ ການຮັບຮອງເອົາວັນເວລາ ແລະ ສະຖານທີ່ ຂອງກອງປະຊຸມໃຫຍ່ສະມັດຊາ AIPA ຄັ້ງທີ 43 ຊຶ່ງໄດ້ເຫັນດີ ແລະ ຮັບຮອງເອົາລັດຖະສະພາກຳປູເຈຍ ເປັນເຈົ້າພາບກອງປະຊຸມໃຫຍ່ສະມັດຊາ ໄອປາ ຄັ້ງທີີ 43 ໃນລະ ຫວ່າງວັນທີ 12-16 ກັນຍາ 2022, ທີ່ ພະນົມເປນ, ຣາຊະອານາຈັກກໍາປູເຈຍ;
- ຮ່າງມະຕິວ່າດ້ວຍ ການຮັບຮອງເອົາລັດຖະສະພາ ຈໍເຈຍ ເປັນປະເທດສັງເກດການຂອງໄອປາ ແມ່ນບໍ່ໄດ້ຖືກຮັບຮອງເອົາ ເນື່ອງຈາກບາງຄະນະຜູ້ແທນໃຫ້ການຄັດຄ້ານ ໂດຍໃຫ້ເຫດຜົນວ່າ ຈໍເຈຍ ບໍ່ໄດ້ເປັນສະມາຊິກຂອງສົນທິ ສັນຍາໄມຕີຈິດ ແລະ ການຮ່ວມມືຢູ່ໃນອາຊີຕາເວັນອອກສ່ຽງໃຕ້ (TAC) ແລະ ຈໍເຈຍເອງຍັງບໍ່ມີສະຖານທູດຂອງຕົນ ປະຈຳຢູ່ໃນທຸກປະເທດສະມາຊິກອາຊຽນ ຈຶ່ງຍັງບໍ່ຄົບເງື່ອນໄຂໃນການເປັນປະເທດສັງເກດການຂອງໄອປາເທື່ອ.
- ຜົນຂອງກອງປະຊຸມ.
ກອງປະຊຸມໃຫຍ່ປະຈຳປີຄັ້ງນີ້, ແມ່ນໄດ້ສຸມໃສ່ຄົ້ນຄວ້າປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນໃນຫົວຂໍ້: “ເຊື່ອມສານການຮ່ວມມືລັດຖະສະພາ ໃນການນຳໃຊ້ລະບົບດິຈິຕອນຢ່າງເທົ່າທຽມກັນ ເພື່ອກ້າວສູ່ປະຊາຄົມອາຊຽນ 2025 (Forging Parliamentary Cooperation In Digital Inclusion Towards Asean Community 2025)” ໃນກອງປະຊຸມຕ່າງໆຄື: ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ, ກຳມາທິການການເມືອງ, ກຳມາທິການເສດຖະກິດ, ກຳມາທິການສັງຄົມ ແລະ ກຳມາທິການວຽກງານພາຍໃນຂອງໄອປາ ແລະ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານ ແລະມະຕິຕ່າງໆຈຳນວນ 28 ສະບັບຄື: ຂົງເຂດສະມາຊິກລັດຖະສະພາເພດຍິງ ມີ 1 ມະຕິ, ຂົງເຂດການເມືອງມີ 4 ມະຕິ, ຂົງເຂດເສດຖະກິດ ມີ 2 ມະຕິ, ຂົງເຂດສັງຄົມ ມີ 4 ມະຕິ ແລະ ຂົງເຂດວຽກງານພາຍໃນ ມີ 16 ມະຕິ.
ໃນກອງປະຊຸມໃຫຍ່ໄອປາຄັ້ງນີ້ ຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກລັດຖະສະພາອາຊຽນໄດ້ລົງນາມຕໍ່ຖະແຫຼງການຮ່ວມກອງປະຊຸມໃຫຍ່ໄອປາ ຄັ້ງທີ 42. ນອກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາວັນເວລາ ແລະ ສະຖານທີ່ຈັດກອງປະຊຸມຄັ້ງຕໍ່ໄປ, ຄັ້ງທີ 43 ໃນປີ 2022, ໂດຍເປັນປະທານໄອປາ ແລະເປັນເຈົ້າພາບຈັດກອງປະຊຸມ ແມ່ນ ສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ.
- ກອງປະຊຸມ ASEP ຄັ້ງທີ 11 ຈັດຂຶ້ນໃນວັນທີ 16 ພະຈິກ 2021 (ຮູບແບບທາງ ໄກ)
ກອງປະຊຸມອາເຊັບ ຄັ້ງທີ 11 ນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້: “ເພີ່ມທະວີການຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນຍຸກໂຄວິດ-19 ແລະ ໃນໄລຍະຕໍ່ໄປ”(Strengthening Parliamentary Partnership for Peace and Sustainable Development in the Era of COVID-19 and Beyond )” ໄດ້ຮັບຮອງເອົາບັນດາເນື້ອໃນຕ່າງໆດັ່ງນີ້:
- ກອງປະຊຸມຄົບຄະນະ ວາລະທີ 1:
ກອງປະຊຸມຄົບຄະນະ ວາລະທີ 1 ໄດ້ດຳເນີນໄປ ພາຍໃຕ້ການເປັນປະທານຮ່ວມ ຂອງ ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຼີ ເຮັງຊໍາຣິນ, ປະທານສະພາແຫ່ງຊາດກຳປູເຈຍ ແລະ ທ່ານ ນາງ ກິດຕິສັງຮາກບິນດິດ ຄຸນ ສຸດາຣີ, ຮອງປະທານສະພາແຫ່ງຊາດຜູ້ທີສອງຂອງກຳປູເຈຍ. ໃນວາລະດັ່ງກ່າວ, ຫົວໜ້າຄະນະຜູ້ແທນຈາກລັດຖະສະພາທີ່ເຂົ້າຮ່ວມ ໄດ້ຂຶ້ນກ່າວປາໄສ ໃນຫົວຂໍ້:“ການເພີ່ມທະວີການຮ່ວມມືລັດຖະສະພາເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນຍຸກ ໂຄວິດ-19 ແລະ ໃນໄລຍະຕໍ່ໄປ (Strengthening Parliamentary Partnership for Peace and Sustainable Development in the Era of COVID-19 and Beyond)” ຊຶ່ງທ່ານ ປອ. ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ ໄດ້ຮັບກຽດຖືກເຊີນຂຶ້ນກ່າວປາໄສເປັນຜູ້ທຳອິດ.
- ກອງປະຊຸມປຶກສາຫາລືຫົວຂໍ້ທີ 1:
“ການຮ່ວມມື ຂອງລັດຖະສະພາ ເພື່ອສັນຕິພາບ, ຄວາມໜັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ” ຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ເປນ ສີມານ, ປະທານກຳມາທິການການສືບສວນ ແລະ ຕ້ານການສໍ້ລາດບັງຫຼວງ, ສະພາແຫ່ງຊາດກຳປູເຈຍ, ຄະນະຜູ້ແທນລາວກໍ່ໄດ້ເຂົ້າຮ່ວມປຶກສາຫາລືໃນກອງປະຊຸມດັ່ງກ່າວ ນຳໂດຍ ທ່ານ ສັນຍາ ປຣະເສີດ, ປະທານກໍາມາທິການການຕ່າງປະເທດ. ກອງປະຊຸມໄດ້ປຶກສາຫາລືກັນ ກ່ຽວກັບເພີ່ມທະວີການຮ່ວມມືແບບພະຫຸພາຄີ ເພື່ອສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ບົນຫຼັກການຄວາມສະ ເໝີພາບທາງດ້ານອະທິປະໄຕ, ຜືນແຜນດິນອັນຄົບຖ້ວນ, ເອກະລາດທາງດ້ານການເມືອງ ແລະ ບໍ່ແຊກແຊງກິດຈະການພາຍໃນຂອງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ໂດຍຍຶດໝັ້ນກົດໝາຍສາກົນ ກໍ່ຄືຫຼັກການ ແລະ ຈຸດປະສົງຂອງອົງການສະຫະປະຊາຊາດ, ເນັ້ນໜັກເຖິງຄວາມສຳຄັນຂອງການປຶກສາຫາລືຮ່ວມກັນ, ການສ້າງຄວາມໄວ້ເນື້ອເຊື້ອໃຈ ແລະ ການເຄົາລົບເຊິງກັນ ແລະ ກັນ ໂດຍອາໄສການພົວພັນທາງການທູດ ແລະ ບົດບາດຂອງລັດຖະສະພາ ໃນການປຶກສາຫາລື, ພ້ອມນີ້ຍັງໄດ້ປຶກສາຫາລືກັນກ່ຽວກັບຄວາມສຳຄັນຂອງເສດຖະກິດດິຈິຕອນ ຊຶ່ງໄດ້ຮຽກຮ້ອງໃຫ້ມີຄວາມພະຍາຍາມຮ່ວມກັນ ເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງທາງໄຊເບີ, ສົ່ງເສີມຄວາມສຳຄັນຂອງບົດບາດຍິງ-ຊາຍ, ການມີສ່ວນຮ່ວມຂອງຊາວໜຸ່ມ ແລະ ແມ່ຍິງ ໃນການບັນລຸສັນຕິພາບອັນຍາວນານ, ການພັດທະນາແບບກວມລວມ ແລະ ຍືນຍົງ ເພື່ອຄວາມໝັ້ນຄົງຂອງສັງຄົມ.
- ກອງປະຊຸມປຶກສາຫາລືຫົວຂໍ້ທີ 2:
“ການພຶ້ນຟູເສດຖະກິດໂລກໃນຍຸກ ໂຄວິດ-19 ແລະ ໃນໄລຍະຕໍ່ໄປ” ພາຍໃຕ້ການເປັນປະທານຂອງ ທ່ານ ຢາງ ເຊມ, ປະທານກຳມາທີການສິດທິມະນຸດ, ຄຳຮ້ອງຂໍຄວາມເປັນທຳ ແລະ ສຶບສວນ ຂອງສະພາສູງກຳປູເຈຍ, ຄະນະຜູ້ແທນລາວກໍ່ໄດ້ເຂົ້າຮ່ວມປຶກສາຫາລືໃນກອງປະຊຸມດັ່ງກ່າວ ນຳໂດຍ ທ່ານ ຮສ.ປອ. ລິນຄໍາ ດວງສະຫັວນ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ກອງປະຊຸມໄດ້ແລກປ່ຽນສົນທະນາ ແລະ ປຶກສາຫາລື ກ່ຽວກັບບັນຫາຜົນກະທົບຂອງພະຍາດໂຄວິດ ແລະ ການຟື້ນຟູເສດຖະກິດໃນຍຸກໂຄວິດ-19 ແລະ ໃນຕໍ່ໜ້າ, ຊຶ່ງໄດ້ຮັບຟັງການສະເໜີບົດຂອງນັກວິຊາການ ກ່ຽວກັບການຟື້ນຟູເສດຖະກິດ ໃນຍຸກໂຄວິດ-19 ໂດຍໄດ້ຍົກໃຫ້ເຫັນ 4Rs (ເປີດໃໝ່, ເລີ່ມ ໃໝ່, ສ້າງ ໃໝ່ ແລະ ຄວາມຢືດຢຸ່ນ) ແມ່ນສິ່ງທີ່ຄວນຈະໄດ້ຈັດຕັ້ງປະຕິບັດ ເພື່ອເປົ້າໝາຍ ແລະ ຜົນປະໂຫຍດຂອງ 3Ps (ພົນລະເມືອງ, ຄວາມຈະເລີນຮຸ່ງເຮືອງ ແລະ ໂລກ). ໃນກອງປະຊຸມຄະນະຜູ້ແທນໄດ້ແລກປ່ຽນຄໍາຄິດຄຳເຫັນ ໂດຍໄດ້ຍົກໃຫ້ເຫັນວ່າ ພະຍາດໂຄວິດ-19 ເປັນບັນຫາຕົ້ນຕໍ່ຂອງລະບົບສາທາລະນະສຸກ ແລະ ລະບົບເສດຖະກິດ-ສັງຄົມ ຂອງ ASEP ກໍ່ຄືທົ່ວໂລກ ແລະ ກອງປະຊຸມໄດ້ຮັບຮູ້ເຖິງຄວາມສຳຄັນ ແລະ ຄວາມຈຳເປັນ ກ່ຽວກັບຄວາມພະຍາຍາມໃນການຮ່ວມມືສາກົນ ເພື່ອເອົາຊະນະຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດ ໂດຍການສ້າງຄວາມເຂັ້ມແຂງຂອງລະບົບສາທາລະນະສຸກທົ່ວໂລກ ເປັນຕົ້ນ ການປ້ອງກັນ, ຄວາມສະເໜີພາບໃນການເຂົ້າເຖິງວັກຊີນ, ຢາປົວພະຍາດ ແລະ ອຸປະກອນການແພດທີ່ຈຳເປັນອື່ນໆ ຢ່າງເທົ່າທຽມ; ການສະໜັບສະໜູນດ້ານນິຕິກຳຂອງລັດຖະສະພາ ຈາກບັນດາຄູ່ຮ່ວມ ASEP ສຳລັບແຜນຟື້ນຟູພາກພື້ນ ລວມທັງແຜນຟື້ນຟູເອີຣົບ, ກອບການຟື້ນຟູຮອບດ້ານຂອງອາຊຽນ ແລະ ບັນດາຂໍ້ລິເລີ່ມຟື້ນຟູອື່ນໆ ຂອງອາຊຽນ; ລະບົບການຄ້າແບບພະຫຸພາຄີ ທີ່ເປີດກວ້າງໂປ່ງໃສ, ບໍ່ຈຳແນກ, ບໍ່ແບ່ງແຍກ, ເປັນເອກະພາບບົນພື້ນຖານລະບຽນຫຼັກການ ໂດຍມີອົງການການຄ້າໂລກເປັນຫຼັກ ເພື່ອຊຸກຍູ້ສົ່ງເສີມ ແລະ ຟື້ນຟູຫຼັງການແຜ່ລະບາດຂອງພະຍາດໂຄວິດ-19; ການເພີ່ມທະວີການຮ່ວມມື ແລະ ເປີດກວ້າງການລົງເລິກ ແລະ ເຊື່ອມໂຍງ ລະຫວ່າງການລົງທຶນໂດຍກົງຂອງຕ່າງປະເທດ ແລະ ບັນດາຈຸລະວິສາຫະກິດ, ທຸລະກິດຂະໜາດນ້ອຍ ແລະ ກາງ; ຮັບຮູ້ເຖິງຄວາມສຳຄັນຂອງຂະແໜ່ງການທ່ອງທ່ຽວ ທີ່ສ້າງໂອກາດໃນການສ້າງວຽກເຮັດງານທຳ ແລະ ເປັນເສົາຄ້ຳສຳຄັນຂອງເສດຖະກິດ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາຄູ່ຮ່ວມ ASEP ເພີ່ມທະວີຄວາມພະຍາຍາມ ໃນການປະສານສົມທົບ, ຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງສ້າງໃຫ້ມີກົນໄກທີ່ມີປະສິດທິພາບ ຮັບປະກັນໃນການເອົາຊະນະຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໂດຍໄວ້.
- ກອງປະຊຸມປຶກສາຫາລືຫົວຂໍ້ທີ 3:
“ການແກ້ໄຂບັນຫານໍ້າ-ພະລັງງານ ຄວາມໜັ້ນຄົງທາງດ້ານສະບຽງອາຫານພາຍໃຕ້ການປ່ຽນແປງດິນຟ້າອາກາດ” ກອງປະຊຸມໄດ້ດຳເນີນໄປພາຍໃຕ້ການເປັນປະທານຂອງ ທ່ານ ສູໂອ ຢາຣາ, ຮອງປະທານກຳມາທິການການຕ່າງປະເທດ, ການຮ່ວມມືສາກົນ, ຂໍ້ມູນ-ຂ່າວສານ ຂອງສະພາແຫ່ງຊາດກຳປູເຈຍ, ຄະນະຜູ້ແທນລາວກໍ່ໄດ້ເຂົ້າຮ່ວມປຶກສາຫາລືໃນກອງປະຊຸມດັ່ງກ່າວ ນຳໂດຍ ທ່ານ ຮສ.ປອ. ລິນຄໍາ ດວງສະຫັວນ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ກອງປະຊຸມໄດ້ປຶກສາຫາລືກ່ຽວກັບການແກ້ໄຂບັນຫານ້ຳ, ພະລັງງານ ແລະ ຄວາມໝັ້ນຄົງທາງດ້ານສະບຽງອາຫານ ພາຍໃຕ້ການປ່ຽນແປງດິນຟ້າອາກາດ, ໂດຍໄດ້ຮັບຟັງການລາຍງານຈາກນັກຊ່ຽວຊານ ກ່ຽວກັບການຄ້ຳປະກັນສະບຽງອາຫານຈາກອົງການອາຫານ ແລະ ການກະເສດ ແລະ ຜູ້ຊ່ຽວຊານທາງດ້ານການນຳໃຊ້ນ້ຳ ຈາກອົງການແມ່ນ້ຳຂອງ ປະຈຳ ຣາຊະອານາຈັກກຳປູເຈຍ ຊຶ່ງໄດ້ນຳສະເໜີກ່ຽວກັບການຜະລິດກະສິກຳ ເພື່ອການຄ້ຳປະກັນທາງດ້ານສະບຽງອາຫານ ພາຍໃຕ້ການປ່ຽນແປງດິນຟ້າອາກາດ ແລະ ການນຳໃຊ້ນ້ຳໃຫ້ເກີດປະໂຫຍດສູງສຸດ. ໃນກອງປະຊຸມຄະນະຜູ້ແທນໄດ້ແລກປ່ຽນຄໍາຄິດຄຳເຫັນ ໂດຍໄດ້ຮັບຮູ້ ແລະ ຢືນຢັນຕໍ່ຄຳໝັ້ນສັນຍາຂອງຕົນ ໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍກອງປະຊຸມໄດ້ມີຄໍາເຫັນໃຫ້ຊຸກຍູ້ອົງການພັດທະນາສາກົນ ຈັດຫາແຫຼ່ງກຳໄລທີ່ດີກວ່າເກົ່າ ເພື່ອສະໜັບສະໜູນ ແລະ ຊ່ວຍເຫຼືອບັນດາຄູ່ຮ່ວມ ASEP ພິເສດແມ່ນບັນດາປະເທດທີ່ກຳລັງພັດທະນາ ໃຫ້ບັນລຸເປົ້າໝາຍການພັດທະນາແບບຍືນຍົງ; ກອງປະຊຸມໄດ້ຮຽກຮ້ອງໃຫ້ທຸກປະເທດ ທີ່ເຂົ້າຮ່ວມສົນທິສັນຍາວ່າດ້ວຍການປ່ຽນແປງດິນຟ້າອາກາດ ຂອງສະຫະປະຊາຊາດ ໃຫ້ປະຕິບັດຄຳໝັ້ນສັນຍາຂອງຕົນ ເປັນຕົ້ນແມ່ນສົນທິ ສັນຍາປາຣີ, ຮຽກຮ້ອງໃຫ້ມີການຄຸ່ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ ໃຫ້ມີປະສິດທິ ພາບ, ປະສິດທິຜົນ, ຍືນຍົງ, ທົ່ວເຖິງ ແລະ ເປັນທຳ, ພ້ອມທັງຮຽກຮ້ອງໃຫ້ມີການຮ່ວມມືກັນຢ່າງສະໜິດ ແໜ້ນ, ແລກປ່ຽນບົດຮຽນ, ແບ່ງປັນຄວາມຮູ້ ແລະ ສ້າງຄວາມສາມາດ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດຄວາມໝັ້ນຄົງທາງດ້ານນ້ຳ-ພະລັງງານ ແລະ ສະບຽງອາຫານ.
- ກອງປະຊຸມຖະແຫຼງການຮ່ວມ:
ກອງປະຊຸມໄດ້ດຳເນີນ ພາຍໃຕ້ການເປັນປະທານຂອງ ທ່ານ ຮູນ ມະນີ, ປະທານກຳມາທິການການສຶກສາ, ໄວໜຸ່ມ, ກິລາ, ປະເພນີ, ສາດສະໜາ, ວັດທະນະທໍາ ແລະ ການທ່ອງທ່ຽວ ຂອງສະພາແຫ່ງຊາດກຳປູເຈຍ, ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງນຳໂດຍ ທ່ານ ສັນຍາ ປຣະເສີດ, ປະທານກໍາມາທິການການຕ່າງປະເທດ. ໃນກອງປະຊຸມຄະນະຜູ້ແທນທີ່ເຂົ້າຮ່ວມ ໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ໃສ່ຮ່າງຖະແຫຼງການຮ່ວມຂອງກອງປະຊຸມ ASEP ຄັ້ງທີ 11 ຢ່າງກົງໄປກົງມາ, ຊຶ່ງຮ່າງຖະແຫຼງການທີ່ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້ ແມ່ນໄດ້ມີການປັບປຸງບາງຄຳສັບ ແລະ ເພີ່ມເນື້ອໃນເຂົ້າຈຳນວນໜຶ່ງ ໂດຍສະເພາະແມ່ນເນື້ອໃນ ຂໍ້ທີ 12 ກ່ຽວກັບບັນຫາຄວາມປອດໄພທາງດ້ານທະເລ ທີ່ ສສ. ຫວຽດນາມ ສະເໜີເພີ່ມເຂົ້າ ແຕ່ ສປ.ຈີນ ສະເໜີໃຫ້ຕັດອອກ ເນື່ອງຈາກວ່າບັນຫາທະເລຈີນໃຕ້ ແມ່ນບັນຫາຂອງພາກພື້ນ ບໍ່ແມ່ນບັນຫາຂອງສອງທະວີບອາຊີ-ເອີຣົບ ແລະ ເຫັນວ່າສະຖານະການທົ່ວໄປຂອງທະເລຈີນໃຕ້ແມ່ນມີສະຖຽນລະພາບ ຊຶ່ງບັນຫາດັ່ງກ່າວນີ້ແມ່ນບໍ່ສາມາດຕົກລົງກັນໄດ້ຢ່າງເປັນເອກະພາບ ໃນກອງປະຊຸມຮ່າງຖະແຫຼງການຮ່ວມວັນທີ 12 ພະຈິກ 2021 ຈຶ່ງໄດ້ຍົກມາປຶກສາຫາລືຕື່ມໃນກອງປະຊຸມຄັ້ງນີ້. ຜ່ານການເຈລະຈາ ແລະ ປຶກສາຫາລືກັນ ຄະນະຜູ້ແທນຫຼາຍປະເທດໄດ້ເຫັນດີຕາມການສະ ເໜີຂອງ ສສ.ຫວຽດນາມ. ດັ່ງນັ້ນ, ຈຶ່ງເຮັດໃຫ້ເນື້ອໃນຂອງຖະແຫຼງການດັ່ງກ່າວມີຄວາມເປັນເອກະພາບກັນ, ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍໄດ້ ຢ່າງແທດເໝາະກັບສະພາບການໃນປັດຈຸບັນ ໂດຍໄດ້ເນັ້ນໜັກການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດ, ການແກ້ໄຂບັນຫາຊັບພະຍາກອນນ້ໍາ-ພະລັງງານ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ເອຣົບ ກໍ່ຄືທົ່ວໂລກ;
- ຜົນຂອງກອງປະຊຸມ
ກອງປະຊຸມໄດ້ຮັບຟັງບົດລາຍງານຜົນຂອງກອງປະຊຸມປຶກສາຫາລືຫົວຂໍ້ທີ 1, 2 ແລະ 3, ພ້ອມທັງຮັບຟັງການລາຍງານຜົນກອງປະຊຸມຖະແຫຼງການຮ່ວມຂອງກອງປະຊຸມການເປັນຄູ່ຮ່ວມລັດຖະສະພາອາຊີ-ເອີຣົບ (ASEP) ຄັ້ງທີ 11 ແລະ ຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ຮັບຮອງເອົາຖະແຫຼງການຮ່ວມດັ່ງກ່າວ ຢ່າງເປັນເອກະສັນດ້ວຍການຕົບມືຮັບຮອງເອົາ, ພ້ອມທັງເຫັນດີເປັນເອກະພາບກັນນຳເອົາເນື້ອໃນຂອງຖະແຫຼງການຮ່ວມຂອງກອງປະຊຸມຄັ້ງນີ້ ສະເໜີຕໍ່ກອງປະຊຸມສຸດຍອດຜູ້ນຳອາຊີ-ເອີຣົບ (ASEM) ຄັ້ງທີ 13 ທີ່ຈະຈັດຂຶ້ນຢູ່ ຣາຊະອານາຈັກ ກໍາປູເຈຍ, ໃນລະຫວ່າງວັນທີ 25-26 ພະຈິກ 2021, ຊຶ່ງເນື້ອໃນຂອງຖະແຫຼງການດັ່ງກ່າວມີຄວາມເປັນເອກະພາບກັນ, ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍໄດ້ ຢ່າງແທດເໝາະກັບສະພາບການໃນປະຈຸບັນ ໂດຍໄດ້ເນັ້ນໜັກການສົ່ງເສີມສັນຕິພາບ, ຄວາມ ໝັ້ນຄົງ, ການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຟື້ນຟູເສດຖະກິດພາຍຫຼັງການແຜ່ລະບາດ, ການແກ້ໄຂບັນຫາຊັບພະຍາກອນນ້ໍາ-ພະລັງງານ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນອາຊີ-ເອຣົບ ກໍ່ຄືທົ່ວໂລກ.
- ກອງປະຊຸມ APPF ຄັ້ງທີ 29 ຈັດຂຶ້ນໃນວັນທີ 13-16 ທັນວາ 2021 ທີ່ ສ.ເກົາຫຼີ (ໃນຮູບແບບທາງໄກ).
ກອງປະຊຸມ APPF ຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ໃຫຍ່ “ບົດບາດຂອງບັນດາລັດຖະສະພາໃນການເພິ່ມທະວີຄວາມຍືດຍຸ່ນພາຍຫຼັງຍຸກໂຄວິດ-19 (The role of parliaments in strengthening resilience in the post-Covid-19 era)”, ໄດ້ພິຈາລະນາຮັບຮອງເອົາເນື້ອໃນຕ່າງໆດັ່ງນີ້:
- ກອງປະຊຸມສະມາຊິກລັດຖະສະພາເພດຍິງ
- ການກຳນົດແນວທາງເພື່ອຮັບປະກັນໃຫ້ແກ່ການຕອບໂຕ້ຕໍ່ວິກິດການທີ່ຕ້ອງຄຳນຶງເຖິງບົດບາດຍິງ-ຊາຍ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19;
- ການບັນລຸສິດສະເໝີພາບຍິງ-ຊາຍ ໂດຍການເພິ່ມທະວີການມີສ່ວນຮ່ວມ ແລະ ການເປັນຕົວແທນຂອງແມ່ຍິງ.
- ກອງປະຊຸມວຽກງານການເມືອງ ແລະ ຄວາມໜັ້ນຄົງ
- ຄວາມເປັນຜູ້ນໍາຂອງລັດຖະສະພາເພື່ອສັນຕິພາບ ແລະ ຄວາມໝັ້ນຄົງໃນອາຊີ-ປາຊີຟິກ ແລະ ສາກົນ;
- ການເສີມສ້າງລະບົບພະຫຸພາຄີໃນພາກພື້ນ ແລະ ແກ້ໄຂບັນຫາດ້ວຍຫຼັກການທາງດ້ານກົດໝາຍ;
- ການສົ່ງເສີມການຮ່ວມມືທີ່ມີປະຊາຊົນເປັນແກນກາງດ້ວຍການຮັບປະກັນຄວາມໝັ້ນຄົງຂອງມະນຸດ
- ກອງປະຊຸມວຽກງານເສດຖະກິດ ແລະ ການຄ້າ
- ການເພິ່ມທະວີການຮ່ວມມືສາກົນ ເພື່ອຄວາມຍືດຍຸ່ນທາງດ້ານເສດຖະກິດ ແລະ ການຟື້ນຟູເສດຖະກິດແບບກວມລວມ;
- ເລັ່ງດ່ວນຊຸກຍູ້ເສດຖະກິດດິຈີຕອນ ແລະ ເພິ່ມທະວີການເຊື່ອມໂຍງ;
- ບົດບາດຂອງລັດຖະສະພາໃນການຍົກສູງເສດຖະກິດແບບປະສົມປະສານ ແລະ ສົ່ງເສີມການຄ້າໃນພາກພື້ນ.
- ກອງປະຊຸມວຽກງານຮ່ວມມືໃນພາກພື້ນອາຊີ-ປາຊີຟິກ
- ບົດບາດຂອງລັດຖະສະພາ ໃນການສ້າງຄວາມສົມດຸນໃຫ້ແກ່ການຄວບຄຸມພະຍາດ, ເສດຖະກິດ, ສິດທິມະນຸດ ແລະ ແນວຄວາມຄິດເພື່ອການຮ່ວມມືລະຫວ່າງລັດຖະສະພາ;
- ການປະຕິບັດງານຮ່ວມຂອງລັດຖະສະພາ ໃນການຕອບໂຕ້ກັບບັນຫາການປ່ຽນແປງດິນຟ້າອາກາດ ແລະ ເພື່ອການພັດທະນາແບບຍືນຍົງ;
- ຍົກລະດັບຄວາມເຂົ້າໃຈຕໍ່ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ ໃນອາຊີ-ປາຊີຟິກ.
- ຜົນຂອງກອງປະຊຸມ
- ຮັບຮອງມະຕິ 13 ສະບັບ ໃນຂົງເຂດການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ, ການຮ່ວມມືໃນພາກພື້ນອາຊີ-ປາຊີຟິກ ແລະການສົ່ງເສີມບົດບາດຍິງ-ຊາຍ. ມີ 1 ມະຕິ ໃນຂົງເຂດວຽກງານການເມືອງ ແລະ ຄວາມໝັ້ນຄົງ ທີ່ກ່ຽວກັບບັນຫາແຫຼມເກົາຫຼີ, ສະເໜີໂດຍ ສ.ເກົາຫຼີ, ຊຶ່ງບັນດາປະເທດສະມາຊິກບໍ່ທັນເປັນເອກະພາບກັນໃນເບື້ອງຕົ້ນ, ແຕ່ຮອດມື້ຮັບຮອງເອົາ ຄະນະຜູ້ແທນກໍ່ບໍ່ມີການທັກທ້ວງ ແລະ ເຫັນດີເປັນເອກະພາບຮັບຮອງເອົາໄດ້.
- ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ ປະຈຳປີເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກ ຄັ້ງທີ 29, ມີເນື້ອໃນຕົ້ນຕໍ່ກ່ຽວກັບການສົ່ງເສີມບົດບາດຍິງ-ຊາຍ, ບັນຫາການເມືອງ ແລະ ຄວາມໝັ້ນຄົງ, ບັນຫາເສດຖະກິດ-ການຄ້າ ແລະ ການຮ່ວມມືໃນພາກພື້ນ ອາຊີ-ປາຊິຟິກ;
- ຮັບຮອງເອົາ ສະພານິຕິບັນຍັດແຫ່ງຊາດ ແຫ່ງ ບຣູໄນ ດາລູຊະລຳ ເປັນສະມາຊິກສົມບູນຂອງ APPF;
- ຮັບຮອງເອົາລະບຽບການຂອງເວທີປຶກສາຫາລືລັດຖະສະພາອາຊີ-ປາຊີຟິກສະບັບປັບປຸງໃໝ່, ຊຶ່ງໄດ້ປັບປຸງ ແລະ ຍົກເລິກປະທານກິດຕິມະສັກ ໂດຍເອົາປະທານກອງປະຊຸມເປັນປະທານ APPF ແລະບໍ່ມີກອງເລຂາ;
- ຮັບຮອງເອົາລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ເປັນເຈົ້າພາບກອງປະຊຸມຄັ້ງທີ 30 ໃນປີ
- 4. ກອງປະຊຸມ APPF ຄັ້ງທີ 30 ຈັດຂື້ນໃນວັນທີ 26-29 ຕຸລາ 2022 ທີ່ ບາງກອກ, ຣາຊະອານາຈັກໄທ.
- ກອງປະຊຸມ APPF ຄັ້ງນີ້ຈັດຂື້ນ ພາຍໃຕ້ຫົວຂໍ້“ລັດຖະສະພາ ແລະ ການພັດທະນາແບບຍືນຍົງ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19’’ ໄດ້ພິຈາລະນາຮັບເອົາເນື້ອໃນຕ່າງໆດັ່ງນີ້:
- ຜົນຂອງການດຳເນີນກອງປະຊຸມ
- ກອງປະຊຸມອານຸກຳມະການພາກພື້ນອາຊີຕາເວັນອອກສຽງໃຕ້:
- ການປຶກສາຫາລືກັນກ່ຽວກັບກໍານົດເວລາ ຂອງການດຳລົງຕຳແໜ່ງຄະນະບໍລິຫານງານ APPF
- ກອງປະຊຸມວຽກງານສະມາຊິກລັດຖະສະພາເພດຍິງ:
- ບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບອັນໜັກໜ່ວງຕໍ່ສັງຄົມ, ເສດຖະກິດ ແລະ ການເມືອງ;
- ການສົ່ງເສີມການສຶກສາ ແລະ ການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານສົ່ງເສີມ ແລະ ພັດທະນາແມ່ຍິງ.
- ກອງປະຊຸມວາລະທີ 1 – ວຽກງານການເມືອງ ແລະ ຄວາມໝັ້ນຄົງ: ໄດ້ລົງເລິກປຶກສາຫາລື 03 ຫົວຂໍ້ຄື:
- ການສົ່ງເສີມການທູດລັດຖະສະພາ ເພື່ອຄວາມໝັ້ນຄົງໃນພາກພື້ນ;
- ການສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມໝັ້ນຄົງທາງໄຊເບີ ໃນພາກພື້ນອາຊີ-ປາຊີຟິກ;
- ລັດຖະສະພາ ແລະ ການຟື້ນຕົວແບບຍືນຍົງ ເພື່ອສົ່ງເສີມປະຊາທິປະໄຕ, ສັນຕິພາບ ແລະ ຄວາມໝັ້ນຄົງ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-
- ກອງປະຊຸມວາລະທີ 2 – ວຽກງານເສດຖະກິດ ແລະ ການຄ້າ:
- ການສົ່ງເສີມຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ແລະ ເສດຖະກິດສີຂຽວ ສຳລັບການພັດທະນາແບບກວນລວມ;
- ການສ້າງຄວາມເຂັ້ມແຂງໃນການເຊື່ອມຈອດ ແລະ ການເສີມຂະຫຍາຍເສດຖະກິດດິຈີຕອນ ໃນພາກພື້ນອາຊີ-ປາຊີຟີກ.
- ກອງປະຊຸມວາລະທີ 3 ໃນຂົງເຂດການຮ່ວມມືພາກພື້ນອາຊີ–ປາຊີຟິກ:
- ການສົ່ງເສີມການນຳໃຊ້ພະລັງງານທົດແທນເພື່ອບັນລຸຄວາມສົມດູນຂອງກາກບອນ/ການປ່ອຍອາຍພິດໃຫ້ກາຍເປັນສູນ;
- ການພັດທະນາການບໍລິການທາງດ້ານສຸຂະພາບ ແລະ ການອໍານວຍຄວາມສະດວກໃນການເຂົ້າເຖິງການຮັກສາສຸຂະພາບຂັ້ນພື້ນຖານຢ່າງເທົ່າທຽມກັນ;
- ການສົ່ງເສີມການທ່ອງທ່ຽວ ແລະ ການສ້າງຄວາມເຂົ້າໃຈ ຕໍ່ກັບຄວາມຫຼາກຫຼາຍທາງດ້ານວັດທະນະທຳ ໃນພາກພື້ນ.
- ກອງປະຊຸມກຸ່ມຍ່ອຍ (Working Group) ດຳເນີນພາຍຫຼັງທີ່ ຄະນະບໍລິຫານງານ ໄດ້ມີການຕົກລົງຮັບຮອງເອົາວາລະ ແລະ ຮ່າງມະຕິທີ່ສະເໜີໂດຍບັນດາປະເທດສະມາຊິກ ຈຳນວນທັງໝົດ 34 ສະບັບ ຕາມແຕ່ລະຂົງເຂດຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ-ການຄ້າ, ການຮ່ວມມືໃນພາກພື້ນ ແລະ ການສົ່ງເສີມບົດບາດຍິງຊາຍ ເພື່ອຄົ້ນຄວ້າ, ປັບປຸງ ແລະ ຊັບຊ້ອນເນື້ອໃນທີ່ມີຄວາມຄ້າຍຄືກັນເຂົ້າເປັນອັນດຽວກັນ. ກອງປະຊຸມໄດ້ປັບປຸງຮ່າງມະຕິຈາກທັງໝົດ 34 ສະບັບ ມາເປັນ 13 ສະບັບ ແລ້ວສົ່ງຕໍ່ໄປຍັງຄະນະຮ່າງມະຕິ (Drafting Committee) ເພື່ອຄົ້ນຄວ້າພິຈາລະນາ ແລະ ຕົກລົງເອົາເນື້ອໃນຢ່າງລະອຽດ ແລະ ຍຶດຫຼັກການຄວາມເປັນເອກະສັນ.
- ກອງປະຊຸມຄະນະກຳມະການຮ່າງເນື້ອໃນ (Drafting Committee) ໄດ້ຄົ້ນຄວ້າປັບປຸງ ແລະ ຮັບຮອງເອົາມະຕິທັງໝົດ 11 ສະບັບ. ໃນນັ້ນ, ຈາກຂົງເຂດການເມືອງ-ຄວາມໝັ້ນຄົງ 3 ສະບັບ, ຂົງເຂດເສດຖະກິດການຄ້າ 2 ສະບັບ, ການຮ່ວມມືໃນພາກພື້ນ 3 ສະບັບ ແລະ ການສົ່ງເສີມບົດບາດຍິງ-ຊາຍ 3 ສະບັບ.
- ກອງປະຊຸມຄົບຄະນະວາລະສຸດທ້າຍ: ຫົວໜ້າຄະນະຜູ້ແທນລັດຖະສະພາສະມາຊິກ APPF ທີ່ເຂົ້າຮ່ວມກອງປະຊຸມ ໄດ້ລົງລາຍເຊັນຕໍ່ຖະແຫຼງການຮ່ວມຂອງກອງປະຊຸມ APPF ຄັ້ງ 30 ຊຶ່ງເນື້ອໃນຂອງຖະແຫຼງການຮ່ວມ ແມ່ນການສະຫຼຸບລາຍງານຜົນຂອງກອງປະຊຸມປຶກສາຫາລືແຕ່ລະວາລະ ແລະ ກອງປະຊຸມໄດ້ຮັບຮອງເອົາມະຕິ ທັງໝົດຈຳນວນ 11 ສະບັບ ແລະ ຖອນອອກໂດຍປະເທດຜູ້ສະເໜີຮ່າງເອງ ຈຳນວນ 2 ສະບັບ ຄື:
- ມະຕິວ່າ ດ້ວຍການຮ່ວມມືລະຫວ່າງລັດຖະສະພາໃນພາກພື້ນອາຊີ-ປາຊີຟິກເພື່ອການບັນລຸໂລກທີ່ປາດສະຈາກອາວຸດນິວເຄຼຍ ທີ່ສະເໜີໂດຍ ຢີ່ປຸ່ນ;
- ຮ່າງມະຕິວ່າດ້ວຍ ການຕ້ານການກໍ່ການຮ້າຍໃນພາກພື້ນອາຊີ-ປາຊີຟິກ ທີ່ສະເໜີໂດຍຣັດເຊຍ.
ກອງປະຊຸມໄດ້ຕົກລົງເອົາ ປະເທດ ຟິລິປິນ ເປັນເຈົ້າພາບໃນການຈັດກອງປະຊຸມ APPF ຄັ້ງທີ 31 ໃນປີ 2023, ທີ່ ນະຄອນຫຼວງມະນີລາ, ສາທາລະນະລັດ ຟີລິບປິນ.
- ຜົນຂອງການດຳເນີນກອງປະຊຸມ
- 5. ກອງປະຊຸມ CLV ຄັ້ງທີ 8, ຈັດຂຶ້ນໃນວັນທີ 23 ກັນຍາ 2021 (ຮູບແບບທາງໄກ)
ກອງປະຊຸມຮ່ວມລະຫວ່າງສາມກຳມາທິການຕ່າງປະເທດ ຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້: “ສົ່ງເສີມການຮ່ວມມືຂອງລັດຖະສະພາ ເພື່ອການພັດທະນາແບບຍືນຍົງ ແລະ ການຮັບມືກັບວິກິດການການແຜ່ລະບາດຂອງພະຍາດ ໂຄວິດ–19 ໃນເຂດສາມຫຼ່ຽມພັດທະນາ ກຳປູເຈຍ–ລາວ–ຫວຽດນາມ (Promoting Parliamentary Partnership for Sustainable Development and Responding to COVID-19 Crisis in CLV-DTA)” ໄດ້ຮັບຮອງເອົາບັນດາເນື້ອໃນຕ່າງໆດັ່ງນີ້:
- ກອງປະຊຸມວາລະທີ 01:
- ຮັບຟັງບົດລາຍງານຂອງ ຄະນະປະສານງານຮ່ວມ ກ່ຽວກັບການຈັດຕັ້ງ ປະຕິບັດແຜນການພັດທະນາ ແລະ ມາດຕະການຮັບມືຕໍ່ວິກິດການການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນເຂດສາມຫຼ່ຽມພັດທະນາ.
- ກອງປະຊຸມວາລະທີ 02:
- ຮັບຟັງບົດລາຍງານ ຂອງສາມກຳມາທິການການຕ່າງປະເທດ ສະພາແຫ່ງຊາດລາວ-ຫວຽດນາມ-ກຳປູເຈຍ ກ່ຽວກັບຄວາມຄືບໜ້າຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ ແລະ ຂໍ້ຕົກລົງຕ່າງໆ ໃນຂົງເຂດສາມຫຼ່ຽມພັດທະນາ.
- ກອງປະຊຸມວາລະທີ 03
- ຄົ້ນຄວ້າປຶກສາຫາລືຮ່າງຖະແຫຼງການຮ່ວມຂອງກອງປະຊຸມ CLV ຄັ້ງທີ 8;
- ພິຈາລະນາຮັບຮອງ ແລະ ພິທີລົງລາຍເຊັນໃສ່ຖະແຫຼງການຮ່ວມ.
- ຜົນຂອງກອງປະຊຸມ.
ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມ CLV ຄັ້ງທີ 8 ໂດຍມີເນື້ອໃນດັ່ງນີ້:
- ກອງປະຊຸມໄດ້ຕີລາຄາສູງ ຕໍ່ບົດລາຍງານການປະສານງານຮ່ວມເຂດ 3 ຫ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ, ທີ່ນໍາສະເໜີໂດຍ ຕາງໜ້າຈາກກະຊວງການຄ້າ ແຫ່ງຣາຊາອານາຈັກ ກຳປູເຈຍ, ພ້ອມທັງຮັບຟັງການລາຍງານຈາກຕາງໜ້າຄະນະກຳມະການຮ່ວມມືໃນເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ. ກອງປະຊຸມ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ບົດລາຍງານຜົນຂອງການຕິດຕາມກວດກາຂອງ ສາມກໍາມາທິການການຕ່າງປະເທດ ກ່ຽວກັບ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ;
- ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ຢູ່ເຂດ 3 ຫຼ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມ ພາຍຫຼັງກອງປະຊຸມຄັ້ງທີ 7 ທີ່ໄດ້ຈັດຂຶ້ນໃນປີ 2019 ລວມທັງການຄົ້ນຄ້ວາປຶກສາຫາລືຕໍ່ບົດລາຍງານກ່ຽວກັບຜົນຂອງການຕິດຕາມກວດກາຂອງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືເຂດ 3 ຫຼ່ຽມ ພັດທະນາ ກຳປູເຈຍ-ລາວ-ຫວຽດນາມ;
- ກອງປະຊຸມ ສະແດງຄວາມຊົມເຊຍ ຕໍ່ຜົນຂອງກອງປະຊຸມສຸດຍອດ CLV-DTA ຄັ້ງທີ 11 ທີ່ໄດ້ຈັດຂຶ້ນໃນວັນທີ 9 ທັນວາ 2020 ຜ່ານຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນເຈົ້າພາບ ຂອງ ສປປ ລາວ, ຊຶ່ງໄດ້ຮັບຮອງເອົາ ແຜນການພັດທະນາການທ່ອງທ່ຽວເພື່ອການໃນເຂດ 3 ຫຼ່ຽມ ພັດທະນາກໍາປູເຈຍ-ລາວ-ຫວຽດນາມ 2020-2025 ແລະ ວິໃສທັດຮອດປີ 2030, ແລະ ແຜນພັດທະນາເພື່ອອຸດສະຫະກໍາຢາງພາລາທີ່ມີຄວາມຍືນຍົງຢູ່ CLV-DTA. ນອກນັ້ນ, ກອງປະຊຸມຍັງໄດ້ສະແດງຄວາມຊົມເຊີຍ ທີ່ບັນດາການນຳຂອງສາມປະເທດ ຍິນດີຮັບເອົາຜົນຂອງກອງປະຊຸມຄັ້ງທີ 7 ຂອງຄະນະກຳມະການການຕ່າງປະເທດສະພາແຫ່ງຊາດ/ກໍາມາທິການຂອງສະພາແຫ່ງຊາດ ກຳປູເຈຍ-ລາວ-ຫວຽດ ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 17-18 ສິງຫາ 2019 ທີ່ ແຂວງ ກວາງນິງ, ສສ ຫວຽດນາມ ແລະ ກອງປະຊຸມກໍາມະການ/ກຳມາທິການປ້ອງກັນຊາດ ຄັ້ງທີ 4 ຂອງສະພາແຫ່ງຊາດທັງສາມປະເທດ ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 26-29 ສິງຫາ 2019 ທີ່ ຊຽມຣຽບ, ຣາຊະອານາຈັກ ກຳປູເຈຍ;
- ກອງປະຊຸມ ຕີລາຄາສູງຕໍ່ຜົນສຳເລັດຂອງກອງປະຊຸມລະຫວ່າງ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ສປປ ລາວ ແລະ ສສ ຫວຽດນາມ ທີ່ໄດ້ຈັດຂຶ້ນແບບທາງໄກ ໃນວັນທີ 10 ມີນາ 2021, ຊຶ່ງກອງປະຊຸມໄດ້ຕົກລົງມອບໝາຍໃຫ້ບັນດາຂະແໜງການ ແລະ ອຳນາດການປົກຄອງທີ່ກ່ຽວຂ້ອງຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ຖືກຮັບຮອງເອົາຢູ່ກອງປະຊຸມສຸດຍອດແບບທາງໄກ, ໂດຍສະເພາະແມ່ນການສືບຕໍ່ຮັກສາມູນເຊື້ອສາຍພົວພັນແຫ່ງມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສາມປະເທດ;
- ກອງປະຊຸມ ຍິນດີຕໍ່ຜົນສຳເລັດຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 54, ທີ່ແນໃສ່ເພິ່ມທະວີການຈັດຕັ້ງປະຕິບັດຂໍ້ລິເລິ່ມ ເພື່ອການເຊື່ອມໂຍງອາຊຽນ (IAI) ແລະ ແຜນປະຕິບັດງານ (2021-2025), ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025 ພ້ອມທັງການສະໜັບສະໜູນແຜນງານ ເພື່ອການຟຶ້ນຟູອາຊຽນຮອບດ້ານພາຍຫຼັງການແຜ່ລະບາດຂອງພະຍາດ;
- ກອງປະຊຸມ ຮຽກຮ້ອງໃຫ້ລັດຖະບານຂອງສາມປະເທດ ສືບຕໍ່ຢ່າງຕັ້ງໜ້າຈັດຕັ້ງປະຕິບັດບັນດາຂໍ້ຕົກລົງເພື່ອການຮ່ວມມືດ້ານພື້ນຖານໂຄງລ່າງການຄົມມະນາຄົມ-ຂົນສົ່ງ, ຂໍ້ຕົກລົງວ່າດ້ວຍການສົ່ງເສີມທາງດ້ານການຄ້າ, ການຮັບຮອງເອົາຂັ້ນຕອນຂອງພາສີທີ່ງ່າຍຂຶ້ນ, ຂັ້ນຕອນການອອກໃບອະນຸຍາດໃຫ້ແກ່ການຄົມມະນາຄົມ-ຂົນສົ່ງທາງລົດໄຟ ແລະ ເຮືອ, ການເພິ່ມໂກຕ້າໃຫ້ແກ່ການຄົມມະນາຄົມທາງບົກ, ການຄົມມະນາຄົມທາງບົກທີ່ມີຄວາມສະດວກ ແລະ ເທົ່າທຽມກັນລະຫວ່າງຊາຍແດນ, ການແລກປ່ຽນສິນຄ້າຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ພ້ອມທັງສະໜັບສະໜູນການຈັດຕັ້ງປະຕິບັດແຜນປະຕິບັດງານ ເພື່ອການເຊື່ອມໂຍງທາງດ້ານເສດຖະກິດ CLV ຮອດປີ 2030;
- ກອງປະຊຸມ ເນັ້ນໜັກເຖິງຜົນກະທົບອັນຮ້າຍແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນ CLV-DTA, ຖ່ວງດຶງການບັນລຸຜົນສຳເລັດທີ່ຜ່ານມາ ແລະ ຄວາມກ້າວໜ້າຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງທັງສາມປະເທດ. ກອງປະຊຸມຮັບຮູ້ເຖິງຄວາມສຳຄັນ ແລະ ຄວາມຕ້ອງການໃນການຍົກສູງການຮ່ວມມືລະຫວ່າງ ບັນດາກຳມາທິການເພື່ອການຮ່ວມມື ເພື່ອເຮັດໃຫ້ CLV-DTA ສາມາດປັບໂຕໄດ້ຕໍ່ວິຖີຊີວິດໃໝ່;
- ກອງປະຊຸມ ເນັ້ນໜັກເຖິງຄວາມສຳຄັນຂອງການເຂົ້າເຖິງວັກຊີນໂຄວິດ-19 ທີ່ປອດໄພ, ລາຄາຖືກ ແລະ ເທົ່າທຽມກັນ, ໂດຍສະເພາະ ສຳລັບກຸ່ມເປົ້າໝາຍ ຫຼື ກຸ່ມສ່ຽງ ທີ່ອາໄສຢູ່ CLV-DTA, ເພື່ອຕໍ່ສູ້ກັບການແຜ່ລະບາດຂອງພະຍາດ ແລະ ການປັບໂຕໄປສູ່ວິຖີຊີວິດໃໝ່ຢ່າງທັນການ ພາຍຫຼັງທີ່ບັນລຸການສ້າງປະຊາຄົມທີ່ມີພູມຄຸ້ມກັນໝູ່ຢູ່ CLV-DTA;
- ກອງປະຊຸມ ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນ CLV-DTA ທັງໃນລະດັບຊາດ ແລະ ພາກພື້ນ ເພື່ອເສີມສ້າງຄວາມອາດສາມາດຮ່ວມກັນໃນການໂຕ້ຕອບກັບພະຍາດໂຄວິດ-19, ເປັນຕົ້ນ ການຕັ້ງເປົ້າໝາຍທີ່ເປັນບູລິມະສິດ ເພື່ອສົ່ງເສີມຄວາມໝັ້ນຄົງ, ການຄຸ້ມຄອງສະຖານະການການຕິດເຊຶ້ອໃນເບຶ້ອງສາທາລະນະສຸກ ແລະ ຄວາມເອົາໃຈໃສ່ຢ່າງເຂັ້ມງວດຕໍ່ການລາດຕະເວນຊາຍແດນ ແລະ ການເຝົ້າລະວັງ ເພື່ອການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຂ້າມຊາຍແດນ;
- ກອງປະຊຸມເຫັນດີ ເພິ່ມທະວີການຮ່ວມມືໃນ CLV-DTA ເພື່ອຟື້ນຟູເສດຖະກິດຢ່າງຮີບດ່ວນຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19, ອໍານວຍຄວາມສະດວກໃຫ້ບັນດາກິດຈະກຳຂ້າມຊາດທາງດ້ານການຄ້າ, ການລົງທຶຶນ, ການຄົມມະນາຄົມ ແລະ ການເຄື່ອນຍ້າຍຂອງປະຊາຊົນ ພ້ອມທັງແກ້ໄຂບັນຫາສິ່ງທ້າທາຍຂ້າມຊາຍແດນ ດ້ວຍຄວາມເຂົ້າອົກເຂົ້າໃຈຮ່ວມກັນ ແລະ ການເຄົາລົບນັບຖືເຊິ່ງກັນ ແລະ ກັນ ຄຽງຄູ່ໄປກັບການນຳໃຊ້ບັນດາລະບຽບການ ແລະ ມາດຕະການທາງດ້ານສາທາລະນະສຸກຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ;
- ກອງປະຊຸມໄດ້ ເນັ້ນໜັກເຖິງຄວາມຈໍາເປັນໃນການເລັ່ງຈັດຕັ້ງປະຕິບັດຂໍ້ຕົກລົງທີ່ມີຢູ່ແລ້ວ ແລະໂຄງການພັດທະນາໃນ CLV-DTA ທີ່ໄດ້ຮັບການອະນຸມັດ ຈາກຫົວໜ້າລັດຖະບານຂອງສາມປະເທດ ໃນຂົງເຂດອຸດສາຫະກຳ, ກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ, ເພື່ອຫຼຸດຜ່ອນຄວາມທຸກຍາກ, ສົ່ງເສີມສະບຽງອາຫານ, ສະໜັບສະໜູນການນຳໃຊ້ ແລະ ບໍລິຫານຊັບພະຍາກອນທຳມະຊາດແບບຍືນຍົງ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສະໜັບສະໜູນການເຕີບໂຕທາງດ້ານເສດຖະກິດຮ່ວມກັນ ແລະ ຫຼຸດຜ່ອນຊ່ອງຫວ່າງການພັດທະນາໃນພາກພື້ນໄປສູ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງໃນ CLV-DTA ພາຍຫຼັງວິກິດການໂຄວິດ -19;
- ກອງປະຊຸມ ຊຸກຍູ້ໃຫ້ລັດຖະບານສືບຕໍ່ພັດທະນາຂໍ້ລິເລີ່ມຕ່າງໆ ຊຶ່ງຈະສ້າງເງື່ອນໄຂທີ່ເໝາະສົມ ໃຫ້ແກ່ກະສິກຳ, ອຸດສາຫະກຳ, ການຄ້າ, ການລົງທຶນ ແລະການທ່ອງທ່ຽວແບບຍືນຍົງ. ນອກຈາກນີ້, ການເສີມຂະຫຍາຍການເຊື່ອມໂຍງທີ່ເລິກເຊິ່ງບໍ່ພຽງແຕ່ເຂົ້າໄປໃນ ພາກພື້ນ ແລະໃນໂລກເທົ່ານັ້ນ, ແຕ່ຍັງເປັນແລວທາງເສດຖະກິດອື່ນ;
- ອີກເທື່ອໜຶ່ງ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຄືບໜ້າຂອງຄະນະກໍາມະການປະສານງານຮ່ວມກັນ ໃນການເສີມສ້າງວຽກງານປ້ອງກັນຊາຍແດນ ແລະ ການປັກຫຼັກໝາຍຊາຍແດນ, ການປ້ອງກັນອາດຊະຍາກໍາຂ້າມຊາດ, ການຮັກສາຄວາມໝັ້ນຄົງ, ການປ້ອງກັນ ແລະ ປາບປາມກິດຈະກໍາທີ່ຜິດກົດໝາຍຂ້າມຊາຍແດນ ແລະ ການເຂົ້າເມືອງແບບຜິດກົດໝາຍ, ການເກັບກູ້ລະເບີດ/UXO ຢູ່ຕາມຊາຍແດນ ແລະ ການອໍານວຍຄວາມສະດວກຂ້າມຊາຍແດນສໍາລັບປະຊາຊົນຂອງສາມປະເທດ. ກອງປະຊຸມໄດ້ຮຽກຮ້ອງໃຫ້ອໍານາດການປົກຄອງທີ່ກ່ຽວຂ້ອງທັງໃນລະດັບຊາດ ແລະ ລະດັບທ້ອງຖິ່ນ ຢູ່ CLV-DTA ເພື່ອເພີ່ມທະວີການປົກປັກຮັກສາສາຍພົວພັນມິດຕະພາບ ລະຫວ່າງສາມປະເທດ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ “ ເພື່ອນບ້ານທີ່ດີ, ມິດຕະພາບອັນດີຕະຫຼອດມາ ແລະ ການຮ່ວມມືທີ່ດີ”, ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ ແລະ ການຮ່ວມມືເພື່ອແກ້ໄຂບັນຫາຄວາມໝັ້ນຄົງ ແລະ ຄວາມບໍ່ສະຖຽນລະພາບ ລວມທັງບັນຫາການແຜ່ລະບາດຂອງພະຍາດຢູ່ຕາມຊາຍແດນ ຫຼື ບັນຫາອື່ນໆທີ່ກ່ຽວຂ້ອງກັບຊາຍແດນ, ໂດຍສະເພາະຂອບເຂດທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ສາມາດເກີດຂຶ້ນໄດ້, ໃຫ້ໄດ້ຮັບການແກ້ໄຂຢ່າງທັນການ ແລະ ເໝາະສົມ ບົນພື້ນຖານຄວາມເຄົາລົບນັບຖືເຊິ່ງກັນແລະກັນ ແລະ ຄວາມສະເໝີພາບ;
- ກອງປະຊຸມໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຄໍາໝາຍໝັ້ນຂອງການນໍາທັງສາມປະເທດໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງຊັບພະຍາກອນທໍາມະຊາດຢ່າງມີປະສິດທິພາບ ແລະ ຍືນຍົງເຊັ່ນ: ນໍ້າ, ສັດປ່າ ແລະ ຊັບພະຍາກອນປ່າໄມ້. ຄຽງຄູ່ໄປກັບຄຳໝາຍໝັ້ນຂອງຜູ້ນໍາທັງສາມປະເທດ, ກອງປະຊຸມຮຽກຮ້ອງ ໃຫ້ອົງການທີ່ກ່ຽວຂ້ອງຂອງລັດຖະບານທັງສາມປະເທດ ເພີ່ມທະວີການຮ່ວມມືຢ່າງຫ້າວຫັນ ໃນການປົກປ້ອງສິ່ງແວດລ້ອມ, ການບໍລິຫານຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະ ຊາດແບບຍືນຍົງ ກວມເອົາ ຊັບພະຍາກອນນໍ້າ, ສັດປ່າ ແລະ ປ່າໄມ້, ລວມທັງ ການປັບໂຕຕໍ່ການປ່ຽນແປງດິນຟ້າອາກາດ;
- ບັນດາກໍາມາທິການ/ກໍາມະການຂອງສາມສະພາແຫ່ງຊາດ ໄດ້ຢັ້ງຍືນຄືນຕໍ່ຄຳໝັ້ນສັນຍາ ໃນການປະຕິບັດບົດບາດການຕິດຕາມກວດກາຢ່າງເຂັ້ມງວດ ໃນການແກ້ໄຂບັນຫາທີ່ຄົງຄ້າງ ເພື່ອຜົນປະໂຫຍດລວມຂອງປະຊາຊົນທີ່ອາໄສຢູ່ເຂດ CLV-DTA. ກອງປະຊຸມໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງທັງສາມປະເທດສືບຕໍ່ຮັກສາ ແລະ ປົກປ້ອງຄວາມໝັ້ນຄົງທາງດ້ານໄຊເບີ, ສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາຊັບພະຍາກອນມະນຸດ ແລະ ແລກປ່ຽນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ ຢູ່ເວັບໄຊທາງການ ຂອງ CLV-DTA ຢ່າງເປັນປົກກະຕິ ເພື່ອໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຕໍ່ການພັດທະນາ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດ ແລະ ຫຼັງການແຜ່ລະບາດຂອງພະຍາດໂຄວິດ-19;
- ກອງປະຊຸມ ໄດ້ຊຸກຍູ້ໃຫ້ກໍາມະການ/ກຳມາທິການການຕ່າງປະເທດ ຂອງສາມສະພາແຫ່ງຊາດ ສືບຕໍ່ປະຕິບັດກົນໄກການຕິດຕາມກວດກາຕົວຈິງ ໂດຍເນັ້ນໃສ່ການປຶກສາຫາລື ກັບບັນດາອົງການປົກຄອງທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາທີ່ຕິດພັນກັບການປະຕິບັດໜ້າທີ່ວຽກງານຂອງເຂົາເຈົ້າ, ພ້ອມທັງເຂົ້າເຖິງປະຊາຊົນທີ່ອາໃສຢູ່ເຂດ CLV-DTA ເພື່ອໃຫ້ເຂົ້າໃຈເຖິງຜົນກະທົບທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ -19 ຕໍ່ກັບຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ຫຼາຍຂຶ້ນ, ລວມທັງ ສິ່ງທ້າທາຍອື່ນໆໃນເຂດດັ່ງກ່າວ. ຄະນະກຳມະການ/ກຳມາທິການການຕ່າງປະເທດຂອງສາມສະພາແຫ່ງຊາດ ມີພັນທະໃນການຈັດຕັ້ງ ແຜນການເດີນທາງໄປເຮັດວຽກ ຢູ່ບັນດາເຂດເລືອກຕັ້ງຕ່າງ ເພື່ອເກັບກຳຂໍ້ມູນ ແລະ ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ລວມທັງ ຄວາມຕ້ອງການຂອງອຳນາດການປົກຄອງ ແລະ ກະກຽມບົດລາຍງານເພື່ອສົ່ງລາຍງານໃຫ້ການນຳຂອງລັດຖະສະພາ ແລະ ລັດຖະບານຂອງສາມປະເທດ ເພື່ອຈະໄດ້ມີການປຶກສາຫາລື ແລະ ຊອກຫາວິທີແກ້ໄຂຕໍ່ບັນຫາ ໃຫ້ທ່ວງທັນ ແລະ ເໝາະສົມ;
- ອີກເທື່ອໜຶ່ງ, ກອງປະຊຸມໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ແລະ ຕີລາຄາສູງຕໍ່ບັນດາຄູ່ຮ່ວມພັດທະນາ, ໂດຍສະເພາະແມ່ນ ປະເທດ ຢີ່ປຸ່ນ ຜ່ານກອງທຶນການເຊື່ອມໂຍງຢີ່ປຸ່ນ-ອາຊຽນ (JAIF) ແລະອົງການຮ່ວມມືສາກົນຍີ່ປຸ່ນ (JICA) ສໍາລັບການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການເງິນໃຫ້ກັບ CLV-DTA ຕະຫຼອດມາ. ໃນໂອກາດນີ້, ກອງປະຊຸມໄດ້ຮຽກຮ້ອງໃຫ້ມີການສືບຕໍ່ສະໜັບສະໜູນ ແລະປະກອບສ່ວນຈາກປະເທດ ຢີ່ປຸ່ນ, ບັນດາຄູ່ຮ່ວມພັດທະນາ, ສະຖາບັນການເງິນສາກົນ ແລະ ພາກສ່ວນເອກະຊົນເພື່ອ ຮີບຮ້ອນຈັດຕັ້ງປະຕິບັດແຜນປະຕິບັດງານເພື່ອການເຊື່ອມໂຍງທາງດ້ານເສດຖະກິດ CLV ເຖິງປີ 2030, ຟື້ນຟູເສດຖະກິດສີຂຽວ ພ້ອມທັງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ສອດຄ່ອງກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs);
- ກອງປະຊຸມໄດ້ຍັ້ງຢືນຄືນ ຕໍ່ຄຳໝັ້ນສັນຍາທີ່ຈະເຂົ້າຮ່ວມໃນການຫັນ CLV-DTA ໃຫ້ເປັນພາກພື້ນແຫ່ງການພັດທະນາແບບຍືນຍົງ, ການມີສ່ວນຮ່ວມນຳກັນ, ມີສັນຕິພາບ, ສະຖຽນລະພາບ, ສາມັກຄີກົມກຽວ ແລະ ຄວາມສາມາດປັບຕົວ ຊຶ່ງຈະນໍາເອົາຄວາມຈະເລີນຮຸ່ງເຮືອງມາສູ່ປະຊາຊົນທັງໝົດ, ຈະເປັນມໍລະດົກຕົກທອດອັນລໍ້າຄ່າສໍາລັບຄົນຮຸ່ນຕໍ່ໄປຂອງເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV-DTA).
6. ກອງປະຊຸມ IPU ຄັ້ງທີ 144 ທີ່ ບາລີ ນູຊາດົວ, ປະເທດ ອິນໂດເນເຊຍ, ລະຫວ່າງວັນທີ 20 – 24 ມີນາ 2022
ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ ຄັ້ງທີ 144 ໄດ້ຮັບຮອງເອົາມະຕິຮີບດ່ວນ 01 ສະບັບ, ຖະແຫຼງການ 01 ສະບັບ ແລະ ມະຕິຂອງກໍາມາທິການ 02 ສະບັບດັ່ງລາຍລະອຽດລຸ່ມນີ້:
1. ກອງປະຊຸມໄດ້ພິຈາລະນາລົງຄະແນນສຽງ ແລະ ຮັບຮອງເອົາມະຕິບັນຫາຮີບດ່ວນຂອງໂລກ ທີ່ສະເໜີໂດຍປະເທດນິວຊີແລນຄື: ມະຕິວ່າດ້ວຍການແກ້ໄຂບັນຫາສົງຄາມໃນຢູເຄຼນໂດຍສັນຕິວິທີ, ການເຄົາລົບກົດໝາຍສາກົນ, ກົດບັດ ສປຊ ແລະ ອະທິປະໄຕຜືນແຜ່ນດິນອັນຄົບຖ້ວນ (Peaceful Resolution of the war in Ukraine, respecting international law, the Charter of United Nations and territorial integrity) ມະຕິດັ່ງກ່າວມີເນື້ອໃນກ່າວປະນາມການບຸກລຸກໂຈມຕີທາງການທະຫານດ້ວຍອາວຸດນິວເຄຼຍຂອງ ສະຫະພັນ ຣັດເຊຍ ທີ່ມີຕໍ່ປະຊາຊົນອູເກຣນ ແລະ ໄດ້ມີ 14 ຂໍ້ຮຽກຮ້ອງໄປຍັງຫຼາຍພາກສ່ວນທີ່ກ່ຽວຂ້ອງລວມທັງ ຣັດເຊຍ; ສະໜັບສະໜູນໃຫ້ລັດຖະສະພາສະມາຊິກໄອພີຢູ ພະຍາຍາມຫາແນວທາງແກ້ໄຂຮ່ວມກັນ ເພື່ອຍຸດຕິການໂຈມຕິທາງທະຫານຕໍ່ປະຊາຊົນ, ບ້ານ ແລະ ເມືອງຂອງອູເກຣນ; ຮຽກຮ້ອງໃຫ້ສະມາຊິກໄອພີຢູ ຊອກຫາທຸກວິທີທາງເພື່ອອຳນວຍຄວາມສະດວກ, ໃຫ້ສະໜັບສະໜູນ ແລະ ຊ່ວຍເຫຼືອຜູ້ລີ້ໄພຈາກສົ່ງຄາມ, ເພື່ອຮັບປະກັນການມີສ່ວນຮ່ວມຂອງທຸກຄົນຢ່າງເທົ່າທຽມກັນ. ນອກນັ້ນ, ມະຕິດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ ສະມາຊິກລັດຖະສະພາ ຣັດເຊຍ ແລະ ອູເກຣນ ສົ່ງເສີມຂໍລິເລິ່ມເພື່ອຢຸດຕິການເປັນສັດຕູ ແລະ ແກ້ໄຂບັນຫາໂດຍສັນຕິວີທີ ແລະ ທາງການທູດ. (ຮ່າງມະຕິສະບັບເຕັມແປຕິດຄັດມາພ້ອມນີ້)
2. ກອງປະຊຸມໄດ້ຮັບຮອງເອົາ ຖະແຫຼງການນູຊາດົວວ່າດ້ວຍການເຂົ້າໃກ້ເປົ້າໝາຍທີ່ເປັນສູນ: ຊຸກຍູ້ໃຫ້ລັດຖະສະພາດຳເນີນງານກ່ຽວກັບການປ່ຽນແປງດິນຟ້າອາກາດ (Nusa Dua Declaration on Getting to zero: Mobilizing parliaments to act on climate change) ຊຶ່ງແມ່ນຜົນຂອງການອະພິປາຍທົ່ວໄປຂອງຫົວໜ້າຄະນະຜູ້ແທນໂດຍມີເນື້ອໃນຕົ້ນຕໍດັ່ງນີ້:
- ຍົກລະດັບການຈັດຕັ້ງປະຕິບັດແຫ່ງຊາດເພື່ອບັນລຸເປົ້າໝາຍສາກົນ: ຮຽກຮ້ອງໃຫ້ບັນດາລັດຖະສະພາຮັບປະກັນການຜັນຂະຫຍາຍບັນດາຂໍ້ຕົກລົງ, ສັນຍາ ແລະ ສົນທິສັນຍາສາກົນເຂົ້າໃນລະບຽບການ ແລະ ກົດໝາຍແຫ່ງຊາດຕໍ່ບັນຫາການປ່ຽນແປງດິນຟ້າອາກາດ ໃຫ້ສອດຄ່ອງກັບ ຂໍ້ຕົກລົງປາຣີ; ເອົາໃຈໃສ່ປະກອບສ່ວນ ແລະ ຈັດສັນງົບປະມານຂອງບັນດາປະເທດ; ເປົ້າໝາຍການພັດທະນາແບບຍືນຍົງ ແລະ ການສ້າງນະໂຍບາຍ ແລະ ຍຸດທະສາດເພື່ອການພັດທະນາດ້ານດິນຟ້າອາກາດແຫ່ງຊາດ. ເນື່ອງຈາກຜົນຂອງກອງປະຊຸມ COP26 ກໍໄດ້ຢັ້ງຍືນໃຫ້ເຫັນແລ້ວວ່າ, ມາຮອດປັດຈຸບັນ ຄວາມພະຍາຍາມໃນການແກ້ໄຂບັນຫາດິນຟ້າອາກາດຢ່າງຈິງຈັງແມ່ນຍັງບໍ່ພຽງພໍ ແລະ ບໍ່ເປັນຮູບປະທຳ, ລັດຖະສະພາ ຈຶ່ງມີບົດບາດສຳຄັນ ແລະ ຮັບຮອງເອົາກົດໝາຍ ແລະ ນະໂຍບາຍແຫ່ງຊາດທີ່ກ່ຽວຂ້ອງ ສອດຄ່ອງກັບສັນຍາ ແລະ ສົນທິສັນຍາສາກົນ ເພື່ອໃຫ້ຄຳໝາຍໝັ້ນຂອງບັນດາປະເທດໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳຫຼາຍຂຶ້ນ;
- ຮີບຮ້ອນໃຫ້ມີການຫັນປ່ຽນມາສູ່ພະລັງງານສະອາດເພື່ອການຟື້ນຟູໂຄວິດ-19ສີຂຽວ: ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ສຸຂະພາບ, ສັງຄົມ ແລະ ເສດຖະກິດຢ່າງໜັກໜ່ວງ, ໃນໄລຍະການຟື້ນຟູຈາກພະຍາດໂຄວິດ-19 ຈຶ່ງກາຍເປັນກາລະໂອກາດໃຫ້ແກ່ການປ່ຽນແປງ ເພື່ອຫັນໄປໃສ່ພະລັງງານສະອາດໃນການຫຼຸດຜ່ອນບັນຫາປ່ຽນແປງດິນຟ້າອາກາດ, ໂດຍສະເພາະ ການຫັນປ່ຽນ ຈາກການເຜົາໄໝ້ເຊື້ອເພິງທີ່ເປັນແຫຼ່ງພະລັງງານສ້າງມົນລະພິດ ໄປສູ່ພະລັງງານທີ່ທົດແທນຄືນໄດ້. ລັດຖະສະພາ ຄວນເອົາໃຈໃສ່ຮັບຮອງນະໂຍບາຍສີຂຽວໃນການລົງທຶນ, ຈັດສັນງົບປະມານໃຫ້ພຽງພໍ ເຂົ້າໃນການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດ, ເພິ່ມມູນຄ່າສຳລັບການປ່ອຍພະລັງງານທີ່ໄປທຳລາຍຊັ້ນບັນຍາກາດ ແລະ ສົ່ງເສີມການນຳໃຊ້ພະລັງງານນິວເຄຼຍ ທີ່ເປັນແຫຼ່ງພະລັງງານສະອາດ;
- ການກ້າວໄປສູ່ການນຳເດີນງານດິນຟ້າອາກາດແບບກວມລວມ: ຮັບຮູ້ໄດ້ວ່າການປ່ຽນແປງດິນຟ້າອາກາດໄດ້ສົ່ງຜົນກະທົບເປັນວົງກວ້າງ ແລະ ບໍ່ເທົ່າທຽມກັນລະຫວ່າງບັນດາປະເທດ, ບັນດາກຸ່ມໃນສັງຄົມ ໂດຍສະເພາະແມ່ຍິງ, ເດັກນ້ອຍ, ຊົນເຜົ່າ ແລະ ຄົນພິການ ຍ້ອນການເຂົ້າເຖິງສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ການເມືອງທີ່ຍັງບໍ່ທົ່ວເຖິງ ແລະ ເທົ່າທຽມກັນ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາລັດຖະສະພາ ຄຳນຶງເຖິງຕົວເລກຂອງແມ່ຍິງໃນລັດຖະສະພາ, ເພື່ອສາມາດເອົາບຸກຄົນທີ່ເປັນຕົວແທນແຫ່ງສິດຂອງແມ່ຍິງ ເວົ້າລວມ, ເວົ້າສະເພາະ ຜູ້ທີ່ຈະເປັນກະບອກສຽງໃຫ້ແກ່ແມ່ຍິງ ສາມາດນຳໃຊ້ກອບນິຕິກຳຕໍ່ບັນຫາປ່ຽນ ແປງດິນຟ້າອາກາດ ຜ່ານແນວຄິດແບບກວມລວມ ແລະ ຄຳນຶງເຖິງບົດບາດຍິງຊາຍ. ພ້ອມດຽວກັນນັ້ນ, ກໍເຫັນໄດ້ສາຍພົວພັນລະຫວ່າງ ບັນຫາປ່ຽນແປງດິນຟ້າອາກາດ ແລະ ບັນຫາສິດທິມະນຸດ ຍ້ອນເຫດການໄພພິບັດທາງທຳມະຊາດ, ຄວາມຂາດແຄນດ້ານຊັບພະຍາກອນທຳມະຊາດ ໄດ້ບີບບັງຄັບໃຫ້ປະຊາຊົນເຄື່ອນຍ້າຍບ່ອນຢູ່ ຈົນກ້າວໄປເປັນຂໍ້ຂັດແຍ່ງຢູ່ພາຍໃນ;
- ສົ່ງເສີມລັດຖະສະພາສີຂຽວ: ລັດຖະສະພາ ຄວນເປັນແບບຢ່າງໃນລະດັບອົງການສາກົນໃນການຫຼຸດ ຜ່ອນ carbon footprint ໂດຍປັບປ່ຽນພຶດຕິກຳໃນການນຳໃຊ້ພະລັງງານ ແລະ ນຳໃຊ້ເຄື່ອງມືດິຈິຕອນ ແລະ ເຕັກໂນໂລຊີໃຫ້ມີປະສິດທິພາບສູງສຸດ. ລັດຖະສະພາ ຄວນສົ່ງເສີມຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບບັນຫາປ່ຽນແປງດິນຟ້າອາກາດ ໂດຍເລິ່ມຈາກການຝຶກອົບຮົມໃຫ້ແກ່ ສະມາຊິກລັດຖະສະພາ ແລະ ພະນັກງານລັດຖະສະພາ ແລະ ມີການແລກປ່ຽນຄວາມຮູ້ລະຫວ່າງຊ່ຽວຊານພາຍໃນລັດຖະສະພາຕໍ່ບັນຫາປ່ຽນແປງດິນຟ້າອາກາດຢ່າງເລື້ອຍໆເປັນປົກກະຕິ;
- ເພີ່ມທະວີການຮ່ວມມືລະດັບພາກພື້ນ ແລະ ສາກົນເພື່ອການແກ້ໄຂບັນຫາປ່ຽນແປງດິນຟ້າອາກາດຮ່ວມກັນ: ການຮ່ວມມືສາກົນ ແມ່ນມີຄວາມສຳຄັນທີ່ສຸດເພື່ອແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ທີ່ເປັນບັນຫາລະດັບໂລກ ແລະ ບໍ່ມີຂອບເຂດຊາຍແດນ. ໃນດ້ານພູມິພາກການເມືອງ, ການລຶບລ້າງອາວຸດນິວເຄຼຍແມ່ນເປັນບູລິມະສິດຕົ້ນຕໍ ເພື່ອຮັກສາຄວາມສະຫງົບ ແລະ ໝັ້ນຄົງໃນລະດັບຊາດ, ພາກພື້ນ ແລະ ສາກົນ ເພື່ອການແກ້ໄຂບັນຫາປ່ຽນແປງດິນຟ້າກາດໄດ້ຢ່າງມີປະສິດທິພາບ. ນອກນັ້ນ, ກໍເພື່ອເພິ່ມທະວີຄວາມອາດສາມາດ ໃນການຟຶ້ນຟູ ແລະ ປັບໂຕຂອງປະເທດສະມາຊິກຕໍ່ບັນຫາດິນຟ້າອາກາດ;
ການອະພິປາຍຂອງລັດຖະສະພາສະມາຊິກ ແມ່ນໄດ້ຮຽກຮ້ອງໃຫ້ມີການສົ່ງເສີມ ແລະ ສະໜັບສະໜູນການຈັດກອງປະຊຸມເພື່ອປຶກສາຫາລືກັນ ລະຫວ່າງ ລັດຖະສະພາສະມາຊິກ ໃນລະດັບພາກພື້ນ ແລະ ອະນຸພາກພື້ນ ເພື່ອແລກປ່ຽນບົດຮຽນທີ່ແທດເໝາະກັບກັບບັນດາປະເທດຢ່າງເປັນຮູບປະທຳ, ເພິ່ມທະວີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການປ່ຽນແປງດິນຟ້າອາກາດ ພ້ອມທັງ ສ້າງຄວາມອາດສາມາດໃຫ້ແກ່ລັດຖະສະພາໃນການສ້າງກົດໝາຍ ແລະ ຕິດຕາມກວດກາການຈັດຕັ້ງປະຕິບັດຕໍ່ວຽກງານການປ່ຽນແປງດິນຟ້າອາກາດຂອງລັດຖະບານຢ່າງເຂັ້ມງວດ ແລະ ໜັກແໜ້ນ.
3. ກອງປະຊຸມຍັງໄດ້ຮັບຮອງເອົາ 02 ມະຕິຂອງກຳມາທິການຄື: 1): ມະຕິວ່າດ້ວຍການນຳໃຊ້ຂໍ້ມູນຂ່າວສານເຕັກໂນໂລຊີ ແລະ ການສື່ສານ ເຂົ້າໃນຂະແໜງການສຶກສາໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 (Leveraging Information and Communication Technology as an enabler for the education sector, including in times of pandemic) ຂອງກຳມາທິການການພັດທະນາແບບຍືນຍົງແລະ 2) ມະຕິວ່າດ້ວຍການທົບທວນຄືນ ແລະ ກຳນົດແນວທາງ ຂະບວນການສ້າງສັນຕິພາບເພື່ອແນໃສ່ສົ່ງເສີມສັນຕິພາບທີ່ຍືນຍົງ (Rethinking and reframing the approach to peace processes with a view to fostering lasting peace) ຂອງກຳມາທິການສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.
4. ກອງປະຊຸມໄດ້ຮັບຮອງເອົາການເປັນເຈົ້າພາບຈັດກອງປະຊຸມສະມັດຊາລັດຖະສະພາສາກົນ ຄັ້ງທີ 145 ທີ່ ນະຄອນຫຼວງ ຄິກາຣີ, ປະເທດ ລາເວນດາ ຊຶ່ງຈະຈັດຂຶ້ນໃນເດືອນ ຕຸລາ 2022.
7. ກອງປະຊຸມ ສະມັດຊາໃຫຍ່ ລັດຖະສະພາ ລະ ຫວ່າງຊາດອາຊຽນ (AIPA) ຄັ້ງທີ 43, ຈັດຂຶ້ນໃນລະຫວ່າງວັນທີ 20-24 ພະຈິກ 2022, ທີ່ ຣາຊະອານາຈັກກຳປູເຈຍ.
ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 43 ພາຍໃຕ້ຫົວຂໍ້: “ການກ້າວໄປພ້ອມກັນເພື່ອອາຊຽນທີ່ຍືນຍົງ, ກວມລວມ ແລະ ເຂັ້ມ ແຂງ” ຊຶ່ງກອງປະຊຸມໄດ້ມີການພິຈາລະນາຮັບຮອງເອົາເນື້ອໃນຕ່າງໆ ດັ່ງລຸ່ມນີ້:
- ຜົນການຕົກລົງຂອງກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 43
- ກອງປະຊຸມຄະນະບໍລິຫານງານໄອປາ
ກອງປະຊຸມຄະນະບໍລິຫານງານໄອປາ ໄດ້ມີການພິຈາລະນາ ແລະ ຕົກລົງຮັບຮອງເອົາຫຼາຍບັນຫາເພື່ອໄປ
ຄົ້ນຄວ້າພິຈາລະນາ ໃນກອງປະຊຸມກຳມາທິການຕ່າງໆ ຂອງ ໄອປ້າ ດັ່ງນີ້: 1) ຮັບຮອງຮ່າງວາລະກອງປະຊຸມ;
2) ຮັບຮອງຮ່າງຕາຕະລາງການດໍາເນີນກອງປະຊຸມ; 3) ບັນດາຮ່າງມະຕິ ເພື່ອນໍາໄປພິຈາລະນາໃນກອງປະຊຸມ
ກໍາມາທິການຕ່າງໆລວມທັງໝົດ 38 ສະບັບ ແລະ 4) ຕົກລົງວັນເວລາ ແລະ ສະຖານທີ່ຈັດກອງປະຊຸມ
ສະມັດຊາໃຫຍ່ໄອປາ ຄັ້ງທີ 44.
- ກອງປະຊຸມກຳມາທິການການເມືອງ
ກຳມາທິການການເມືອງ ໄດ້ພິຈາລະນາມະຕິທັງໝົດ ຈຳນວນ 05 ສະບັບຢ່າງເປັນເອກະສັນ ຄື:
- ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍກອງປະຊຸມຄະນະປະສານງານໄອປາ (AIPA Caucus) ຄັ້ງທີ 13;
- ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານກອງປະຊຸມພົບປະລະຫວ່າງຜູ້ນຳໄອປາ ແລະ ອາຊຽນ ໃນລະຫວ່າງກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 40 ແລະ 41;
- ມະຕິວ່າດ້ວຍ ການສົ່ງເສີມສັນຕິພາບ, ຄວາມສາມັກຄີ, ລັດທິຫຼາຍຝ່າຍໃຫ້ແກ່ການເປັນແກນກາງຂອງອາຊຽນ;
- ມະຕິວ່າດ້ວຍ ການສົ່ງເສີມການທູດລັດຖະສະພາ ກ່ຽວກັບຄວາມໝັ້ນຄົງທາງທະເລ ເພື່ອຄວາມສະຖຽນລະພາບ ໃນອາຊຽນ;
- ມະຕິວ່າດ້ວຍ ການທູດລັດຖະສະພາ ເພື່ອການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງອາຊຽນ.
- ກອງປະຊຸມກຳມາທິການເສດຖະກິດ
ກຳມາທິການເສດຖະກິດ ໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາມະຕິ ຈຳນວນ 03 ສະບັບຢ່າງເປັນເອກະສັນ ຄື:
- ມະຕິວ່າດ້ວຍ ການສົ່ງເສີມການຮ່ວມມືລັດຖະສະພາ ເພື່ອຄວາມຍືນຍົງ ແລະ ການເຕີບໂຕຂອງເສດຖະກິດແບບກວມລວມ ເຊັ່ນ: ສິ່ງແວດລ້ອມ, ສັງຄົມ ແລະ ການປົກຄອງ (ESG);
- ມະຕິວ່າດ້ວຍ ການສົ່ງເສີມການພັດທະນາຄວາມອາດສາມາດ ໃຫ້ແກ່ວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນການຫັນເປັນດິຈິຕອນ;
- ມະຕິວ່າດ້ວຍ ການຍົກສູງປະສິດທິພາບການມີສ່ວນຮ່ວມຂອງວິສາຫະກິດຈຸລະພາກ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນຂະແໜງການທ່ອງທ່ຽວ ເພື່ອການຟື້ນຟູເສດຖະກິດ.
- ກອງປະຊຸມກຳມາທິການວຽກງານສັງຄົມ
ກອງປະຊຸມກຳມາທິການວຽກງານສັງຄົມ ໄດ້ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາມະຕິ ຈຳນວນ 4 ສະບັບ ຢ່າງເປັນເອກະສັນ ຄື:
- ມະຕິວ່າດ້ວຍ ການຮັບຮອງເອົາບົດລາຍງານຂອງກອງປະຊຸມຄະນະກໍາມະການໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ (AIPACODD) ຄັ້ງທີ 5 ແລະ ການຮັບມືກັບສິ່ງທ້າທາຍຮ່ວມກັນ ເພື່ອສ້າງອາຊຽນປອດຢາເສບຕິດ;
- ມະຕິວ່າດ້ວຍ ການເພີ່ມທະວີການຫັນເປັນດີຈີຕອນ ເພື່ອການປົກປ້ອງສັງຄົມຢ່າງເທົ່າທຽມ;
- ມະຕິວ່າດ້ວຍ ການສົ່ງເສີມການປົກປ້ອງສຸຂະພາບສັງຄົມ ເພື່ອແກ້ໄຂບັນດາສິ່ງທ້າທາຍໃນອາຊຽນ;
- ມະຕິວ່າດ້ວຍ ການຊຸກຍູ້ການພົວພັນຮ່ວມມືກັບຊາວໜຸ່ມ ເພື່ອປະຊາຄົມອາຊຽນທີ່ຍືນຍົງ, ເຂັ້ມແຂງ ແລະ ວັດທະນາຖາວອນ.
- ກອງປະຊຸມກຳມາທິການວຽກງານຈັດຕັ້ງພາຍໃນ
ກອງປະຊຸມກຳມາທິການວຽກງານພາຍໃນ ໄດ້ພິຈາລະນາຮ່າງມະຕິທັງໝົດ ຈຳນວນ 22 ສະບັບ ແລະ ສາມາດຮັບ ຮອງເອົາໄດ້ 21 ສະບັບ ກ່ຽວກັບວຽກງານບໍລິຫານການເງິນລາຍຮັບ-ລາຍຈ່າຍ ແລະ ການປັບປຸງບົດບັນທຶກການຮ່ວມມືລະຫວ່າງໄອປາ ແລະ ຄູ່ຮ່ວມອື່ນໆ, ການສ້າງຕັ້ງຫ້ອງສະໝຸດກົດໝາຍດິຈິຕອນ ລວມທັງການມອບລາງວັນໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນປະຕິບັດວຽກງານໄອປາ ໃນໄລຍະຜ່ານມາ ໂດຍຜູ້ໄດ້ຮັບລາງວັນຄັ້ງນີ້ມີ ຄື:
- ທ່ານ Pehin Orang Kaya Seri Lela Dato Seri Setia Awang Haji Abdul Rahman bin Dato Setia Haji Mohammad Taib, ປະທານສະພານິຕິບັນຍັດແຫ່ງບຣູໄນ;
- ທ່ານ ນາງ Kittisangahakbindit Khuon Sudary, ຮອງປະທານສະພາແຫ່ງຊາດຜູ້ທີສອງ ຂອງກຳປູເຈຍ ແລະ ປະທານ WAIPA;
- ທ່ານ Rose Marie J, Arenas, ອາດີດປະທານສະພາແຫ່ງຊາດ ຟີລິບປິນ;
ນອກຈາກນັ້ນ, ກອງປະຊຸມ ໄດ້ຕົກລົງເຫັນດີຮັບເອົາລັດຖະສະພາ ສ.ອາເມລິກາ, ເນປານ, ໄອເຊີໄບຈານ ແລະ ຈໍເຈຍ ເຂົ້າເປັນປະເທດສັງເກດການໃຫມ່ຂອງໄອປາ. ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຊົມເຊີຍຕໍ່ການສຳ ເລັດໜ້າທີ່ການເປັນປະທານໄອປາຄັ້ງທີ 43 ຂອງສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຼີ ເຮັງຊໍາຣິນ, ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ຊົມເຊີຍຕໍ່ການສຳເລັດໜ້າທີ່ການເປັນເລຂາທິການໃຫຍ່ໄອປາຄົນທີ 5 ຂອງ ທ່ານ ນາງ Nguyen Tuong Van, ຈາກ ສສ.ຫວຽດນາມ ພ້ອມທັງຮັບຮອງເອົາການແຕ່ງຕັ້ງ ທ່ານ ນາງ Siti Rozaimeriyanty DSLJ Haji Abdul Rahman, ຈາກ ບຣູໄນ ເປັນເລຂາທິການໃຫຍ່ໄອປາຄົນໃຫມ່ ຕາມລໍາດັບ;
ສຳລັບຮ່າງມະຕິວ່າດ້ວຍການຮັບຮອງເອົາບົດບັນທຶກການຮ່ວມມື ລະຫວ່າງໄອປາ ແລະ ເຄືອຄ່າຍສະມາຊິກລັດຖະສະພາທີ່ບໍ່ຮ່ວມກຸ່ມ ທີ່ສະເໜີໂດຍ ລັດຖະສະພາ ໄອເຊີໄບຈັນ, ກອງປະຊຸມມີຄຳເຫັນໃຫ້ ກອງເລຂາໄອປານຳ ໄປສຶກສາ ແລະ ປະສານສົມທົບກັບສະມາຊິກໄອປາ ຕາມຂັ້ນຕອນກ່ອນ ຈຶ່ງນຳກັບມາສະເໜີຕໍ່ກອງປະຊຸມສະມັດຊາໃຫຍ່ໄອປາ ຄັ້ງທີ 44.
- ກອງປະຊຸມສະມາຊິກລັດຖະສະພາເພດຍິງ (WAIPA)
ກອງປະຊຸມສະມາຊິກລັດຖະສະພາເພດຍິງ ໄດ້ຮັບຮອງເອົາ ມະຕິຢ່າງເປັນເອກະສັນ ຈຳນວນ 3 ສະບັບຄື:
- ມະຕິວ່າດ້ວຍ ການຮັບຮອງບົດລາຍງານຂອງກອງປະຊຸມຄະນະປະສານງານຂອງສະມາຊິກລັດຖະສະພາເພດຍິງໄອປາ;
- ມະຕິວ່າດ້ວຍ ຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ເພື່ອການຟື້ນຟູຫຼັງ COVID-19 ແບບຍືນຍົງ, ກວມລວມ ແລະ ເຂັ້ມແຂງ;
- ມະຕິວ່າດ້ວຍ ການສົ່ງເສີມບົດບາດຂອງສະມາຊິກລັດຖະສະພາເພດຍິງໃນການຊຸກຍູ້ການເຄື່ອນໄຫວຂອງແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ.
- ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ (YPA)
ກອງປະຊຸມສະມາຊິກລັດຖະສະພາໜຸ່ມໄອປາ ໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາ 01 ມະຕິຄື: ມະຕິວ່າດ້ວຍການຊຸກຍູ້ການພົວພັນຮ່ວມມືກັບຊາວໜຸ່ມ ເພື່ອປະຊາຄົມອາຊຽນທີ່ມີຄວາມຍືນຍົງ ແລະ ເຂັ້ມແຂງ, ເປັນການຊຸກຍູ້ການພົວພັນຮ່ວມມືຂອງຊາວໜຸ່ມ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງແບບຍືນຍົງ ໂດຍການສ້າງເຄືອຂ່າຍການເຊື່ອມໂຍງລະຫວ່າງສະມາຊິກລັດຖະສະພາໜຸ່ມຂອງ AIPA ເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ມີຊີວິດຊີວາ, ໝັ້ນຄົງ ແລະ ວັດທະນາຖາວອນ, ຫຼັງຈາກປຶກສາຫາລືກັນ ກອງປະຊຸມໄດ້ເຫັນດີເປັນເອກະສັນ ໃນການນຳເອົາຮ່າງມະຕິສະບັບດັ່ງກ່າວ ສະເໜີຕໍ່ກອງປະຊຸມກຳມາທິການສັງຄົມ ເພື່ອຮັບຮອງເອົາຕາມລະບຽບການ.
- ກອງປະຊຸມ AIPA-ASEAN Hearing
ກອງປະຊຸຸມດັ່ງກ່າວ ເປັນການປຶກສາຫາລື ກ່ຽວກັບບັນຫາຍຸດທະສາດ ແລະ ຄວາມກັງວົນຮ່ວມກັນໃນພາກພື້ນ ລວມໄປເຖິງການເສີມສ້າງການຮ່ວມມື ລະຫວ່າງ ອົງການນິຕິບັດຍັດ ແລະ ອົງການບໍລິຫານ ຂອງສະມາຊິກອາຊຽນ ໃນການປະກອບສ່ວນສົ່ງເສີມປະຊາຄົມອາຊຽນທີ່ມີຄວາມຍືນຍົງ, ກວມລວມ, ຈະເລີນຮຸ່ງເຮື່ອງ ແລະ ເຂັ້ມແຂງ;
ໃນກອງປະຊຸມ, ເລຂາທິການໃຫຍ່ໄອປາ, ຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນຈາກສະມາ ຊິກໄອປາ ໄດ້ປຶກສາຫາລືກັນ ກ່ຽວກັບການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມອາຊຽນ 2025 ແລະ ຄວາມສໍາຄັນຂອງວິໃສທັດອາຊຽນ ຫຼັງປີ 2025, ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງອາຊຽນ, ການເປັນປະທານອາຊຽນຂອງອິນໂດເນເຊຍ ແລະ ຂະບວນການຮັບຮອງເອົາປະເທດ ຕີມໍ ເລສເຕ ເຂົ້າເປັນສະມາຊິກສົມບູນຂອງອາຊຽນ, ບັນຫາແຮງງານ, MSMEs ແລະ ບັນຫາຄວາມໝັ້ນຄົງທາງທະເລ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບການດຳເນີນງານຮ່ວມກັນຂອງໄອປາ ແລະ ອາຊຽນ ເພື່ອສົ່ງເສີມຄວາມຮັບຮູ້ຂອງປະຊາຊົນ ກ່ຽວກັບອັດຕະລັກຂອງອາຊຽນ ແລະ ການຫຼຸດຊ່ອງວ່າງຄວາມແຕກຕ່າງໃນພາກພື້ນ.
- ຜົນຂອງການພົບປະກັບຄູ່ເຈລະຈາ
ກອງປະຊຸມໄດ້ປຶກສາຫາລືກັນພາຍໃຕ້ຫົວຂໍ້: “ການສົ່ງເສີມສັນຕິພາບ, ການພັດທະນາແບບຍືນຍົງ ແລະ ການຟື້ນຟູຫຼັງການແຜ່ລະບາດຂອງພະຍາດ ໂຄວິດ-19” ໃນກອງປະຊຸມຕ່າງໆຄື: ກຳມາທິການການເມືອງ, ກຳມາທິການເສດຖະກິດ, ກໍາມາທິການວຽກງານສັງຄົມ, ກໍາມາທິການວຽກງານຈັດຕັ້ງພາຍໃນ, ກອງປະຊຸມຄະນະສະມາຊິກລັດຖະສະພາເພດຍິງ, ສະມາຊິກລັດຖະສະພາໜຸ່ມໄອປາ ແລະ AIPA-ASEAN Hearing ແລະ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານ ແລະມະຕິຕ່າງໆຈຳນວນ 38 ສະບັບຄື: ຂົງເຂດການເມືອງມີ 5 ມະຕິ, ຂົງເຂດເສດຖະກິດ ມີ 3 ມະຕິ, ຂົງເຂດສັງຄົມ ມີ 4 ມະຕິ ແລະ ຂົງເຂດວຽກງານພາຍໃນ ມີ 21 ມະຕິ ຂົງເຂດສະມາຊິກລັດຖະສະພາເພດຍິງ ມີ 3 ມະຕິ, ຂົງເຂດສະມາຊິກລັດຖະສະພາໜຸ່ມໄອປາ ມີ 1 ມະຕິ.
ໃນກອງປະຊຸມໃຫຍ່ໄອປາຄັ້ງນີ້ ຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກລັດຖະສະພາອາຊຽນໄດ້ລົງນາມຕໍ່ຖະແຫຼງການຮ່ວມກອງປະຊຸມໃຫຍ່ໄອປາ ຄັ້ງທີ 43. ນອກນີ້, ກອງປະຊຸມຍັງໄດ້ຮັບຮອງເອົາວັນເວລາ ແລະ ສະຖານທີ່ຈັດກອງປະຊຸມຄັ້ງຕໍ່ໄປ, ຄັ້ງທີ 44 ໃນປີ 2022, ໂດຍເປັນປະທານໄອປາ ແລະເປັນເຈົ້າພາບຈັດກອງປະຊຸມ ແມ່ນລັດຖະສະພາ ແຫ່ງ ອິນໂດເນເຊຍ.