ເພື່ອເສີມຂະຫຍາຍພາລະບົດບາດ, ສິດ, ໜ້າທີ່ ແລະຄວາມຮັບຜິດຊອບໃນການຕິດຕາມກວດກາ ຂອງ ສະພາປະຊາຊົນຂັ້ນແຂວງ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ເຮັດໃຫ້ບຸກຄະລາກອນທີ່ຖືກປະເມີນ ເຫັນໄດ້ຈຸດດີຜົນງານ, ຈຸດອ່ອນຂໍ້ຄົງຄ້າງຂອງຕົນ ໃນໄລຍະຜ່ານມາ, ວິທີປັບປຸງແກ້ໄຂ ແລະ ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ວຽກງານສູງຂຶ້ນກວ່າເກົ່າ.

ໃນວາລະທີ 7 ຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ, ຕອນບ່າຍຂອງວັນທີ 23 ມັງກອນ 2025 ທີ່ຫ້ອງປະຊຸມໃຫ່ຍຂອງແຂວງຄຳມ່ວນໄດ້ດໍາເນີນການປະເມີນຄວາມໄວ້ວາງໃຈ ໃນການປະຕິບັດໜ້າທີ່ຂອງບຸກຄະລາກອນ ທີ່ສະພາປະຊາຊົນແຂວງຄຳມ່ວນ ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ຈາກ 10 ຕົວເມືອງ ແລະ ຄະນະຮັບຜິດຊອບການປະເມີນຄວາມໄວ້ວາງໃຈເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການສະເໜີຈຸດປະສົງການປະເມີນ ຈາກປະທານສະພາປະຊາຊົນຂັ້ນແຂວງ, ຫຼັງຈາກນັ້ນ ໄດ້ຮັບຟັງລາຍງານການກະກຽມ ແລະ ດໍາເນີນວຽກງານຮອບດ້ານ ກ່ຽວກັບການປະເມີນຄວາມໄວ້ວາງໃຈ, ປະກາດລະບຽບການປະເມີນເປົ້າໝາຍທີ່ຖືກປະເມີນຄວາມໄວ້ວາງໃຈ ຈາກຄະນະຮັບຜິດຊອບການປະເມີນ. ບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງໄດ້ດຳເນີນການຕາມຂັ້ນຕອນຂອງການປ່ອນບັດ ເຊິ່ງເປົ່າໝາຍບຸກຄະລາກອນ ທີ່ຖືກປະເມີນຄວາມໄວ້ວາງໃຈ ມີທັງໝົດ 35 ທ່ານ ຍິງ 8 ທ່ານ, ສະພາປະຊາຊົນຂັ້ນແຂວງ ມີ 11 ທ່ານ ຍິງ 4 ທ່ານ; ອົງການປົກທ້ອງຖິ່ນ ມີ 19 ທ່ານ ຍິງ 3ທ່ານ; ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນເຂດ, ສານປະຊາຊົນແຂວງ, ສານປະຊາຊົນເຂດ ມີ 5 ທ່ານ;
ຕອນທ້າຍກອງປະຊຸມ ປະທານກອງປະຊຸມ ໄດ້ມີຄໍາເຫັນສັງລວມກ່ຽວກັບການປະເມີນ ແລະ ມອບໃຫ້ຄະນະຮັບຜິດຊອບປະເມີນ ແລະ ກອງເລຂາ ນໍາເອົາຄະແນນໄປນັບ ແລ້ວນໍາມາລາຍງານ ໃຫ້ກອງປະຊຸມສະພາປະຊາຊົນຂັ້ນແຂວງ ເພື່ອຮັບຊາບ.