ທ່ານ ຄໍາຟອງ ອິນມານີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານບຸນຍອດຍິ່ງຕາເວັນຕົກສຽງເໜືອ ທີ່ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນລະຫວ່າງ ວັນທີ 19-21 ກັນຍາ 2025 ທີ່ແຂວງດ້ຽນບຽນ ສສ ຫວຽດນາມ.
ງານບຸນດັ່ງກ່າວ ແມ່ນເຫດການວັດທະນາທໍາ ທາງດ້ານປະຫວັດສາດ ຂອງ 6 ແຂວງພາກ ເໜືອ ຂອງ ສສ ຫວຽດນາມ ໂດຍສະເພາະ ໃນປີ 2025 ນີ້ ແມ່ນແຂວງດ້ຽນບຽນ ໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນຄັ້ງທໍາອິດ ທີ່ຈັດງານດັ່ງກ່າວຂຶ້ນ ໂດຍມີຈຸດປະສົງ ເພື່ອສົ່ງເສີມການທ່ອງທ່ຽວຕິດພັນກັບການອະນຸລັກວັດທະນາທໍາ ແລະ ການເອກອ້າງເຖິງ ຄວາມອຸດົມສົມບູນທາງດ້ານທໍາມະຊາດ, ຄວາມອົງອາດກ້າຫານຂອງບັ້ນຮົບດ້ຽນບຽນຟູ ແລະ ຮີດຄອງປະເພນີອັນດີງາມ, ມໍລະດົກອັນລ້ໍາຄາຂອງປະຊາຊົນບັນດາເຜົ່າພາຍໃນແຂວງດ້ຽນບຽນ. ໃຫ້ກຽດເຂົ້າຮ່ວມງານບຸນຍອດຍິ່ງຄັ້ງນີ້ ມີ ທ່ານ ນາງ ຫວໍ ທິ ແອັງ ຊວັນ ກໍາມະການສູນກາງພັກ, ຮອງປະທານປະເທດ ແຫ່ງ ສສ ຫວຽດ ນາມ, ມີການນໍາຂັ້ນສູງຂອງ ສສ ຫວຽດນາມ, ການນໍາບັນດາແຂວງພາກເໜືອຂອງ ສປປ ລາວ, ສະຖານທູດລາວ ປະຈໍາ ສສ ຫວຽດນາມ, ມີບັນດາສະຖານທູດ, ທູຕານຸທູດ ທີ່ມີສໍານັກງານຕັ້ງຢູ່ ສສ ຫວຽດນາມຈໍານວນໜຶ່ງ, ມີແຂກຖືກເຊີນ ທັງພາຍໃນ, ຕ່າງປະເທດເຂົ້າຮ່ວມ ແລະ ໃຫ້ກຽດຕ້ອນຮັບການນໍາບັນດາແຂວງພາກເໜືອ ຂອງ ສປປ ລາວ ໂດຍ ທ່ານ ເຈິ່ນ ກວກ ເກື່ອງ ກໍາມະການສູນກາງພັກ ເລຂາພັກແຂວງດ້ຽນບຽນ.
ໃນງານບຸນໄດ້ມີການສະແດງສິລະປະດົນຕຼີ, ຮ້ອງເພງ-ຟ້ອນລໍາແບບດັ່ງເດີມ ທີ່ເປັນເອກະລັດສະເພາະ ເນັ້ນໃຫ້ເຫັນເຖິງຈຸດເດັ່ນທາງດ້ານວັດທະນາທໍາ, ທໍາມະຊາດທີ່ຂຽວຊົດງົດງາມ ແລະ ຄວາມພິລະອາດຫານຂອງປະຊາຊົນບັນດາເຜົ່າຂອງຊາວຫວຽດນາມ; ມີການສະແດງສິນຄ້າຫັດຖະກໍາ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ສິນຄ້າອື່ນໆ ທີ່ມີຊື່ສຽງຂອງພາກພື້ນ ຊຶ່ງເປັນການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວໃນພາກພື້ນ ໄດ້ເປັນຢ່າງດີ. ນອກຈາກນີ້, ໃນງານດັ່ງກ່າວ ຄະນະຜູ້ແທນແຂວງຫຼວງພະບາງ ກໍໄດ້ນໍາເອົາ ສິລະປະວັດທະນາທໍາຂອງແຂວງ ໄປຮ່ວມສະແດງໃນເວທີດັ່ງກ່າວ ເປັນການສະແດງເຖິງວັດທະນາທໍາ ຮີດຄອງປະເພນີ ຂອງຊາດລາວ.
(ຂ່າວ: ວຽງໄຊ ສັກລໍາດວນ)