(ສພຊ) – ຕອນເຊົ້າວັນຈັນທີ 1 ທັນວານີ້, ການນຳພັກ-ລັດ ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປລາວ ຄົບຮອບ 50 ປີ (2/12/1975-2/12/2025) ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ຫຼັງຈາກສຳເລັດການວາງພວງມາລາ, ການນຳພັກ-ລັດ ໄດ້ສືບຕໍ່ເຂົ້າວາງກະຕ່າດອກໄມ້ຢູ່ຕໍ່ໜ້າຮູບປັ້ນຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ທີ່ໄດ້ເສຍສະຫຼະເຫື່ອແຮງ, ສຸມສະຕິປັນຍາ ເຂົ້າໃນການນຳພາ-ຊີ້ນໍາພາລະກິດປະຕິວັດ ຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະ ແລະ ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ. ພາຍຫຼັງສະຖາປານາ ສປປລາວ, ເພິ່ນຍັງເປັນຜູ້ນໍາທີ່ມີແນວຄິດລິເລີ່ມ ແລະ ຊອກຫາແນວທາງການປ່ຽນແປງໃໝ່ ເຊິ່ງໄດ້ນໍາເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ; ຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ແມ່ນໃຫຍ່ຫຼວງທີ່ສຸດ, ເພິ່ນໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະ ເປັນສັນຍະລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ ເຊິ່ງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ.
ວັນຊາດທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະລະພາບ, ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ ທັງແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ.
(ເພຈ: ປະເທດລາວ Pathedlao)

