ກະກຽມຄວາມພ້ອມ ນິຕິກໍາ ຂໍ້ຕົກລົງ ທີ່ຈະນໍາເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 9

​ກ.ກ. 3, 2025 | ເຂດ 14 ສາ​ລະ​ວັນ

 

ເພື່ອຮັບປະກັນໃຫ້ວຽກງານການສ້າງ, ປັບປຸງນິຕິກໍາໃຕ້ກົດໝາຍ ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມບາດກ້າວຂັ້ນຕອນ ແລະ ສະຫຼຸບຕີລາຄາຄືນ ການປະເມີນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ທີ່ໄດ້ຮັບຮອງໃນໄລຍະຜ່ານ ໃນຂົງເຂດເສດຖະກິດ, ຂົງເຂດວັດທະນະທໍາ-ສັງຄົມ ເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ສາເຫດທີ່ມີຜົນກະທົບ  ເພື່ອກະກຽມຄວາມພ້ອມທີ່ນໍາເຂົ້າລາຍງານ, ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II; ມາໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2025 ນີ້, ທີ່ສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລື  ວຽກງານການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ຈໍານວນ 3 ສະບັບ ແລະ ວຽກງານການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງເຈົ້າແຂວງ ຈໍານວນ 4 ສະບັບ; ໂດຍການເປັນປະທານກອງປະຊຸມຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ; ເຂົ້າຮ່ວມມີຮັກສາການປະທານ-ຮອງປະທານຄະນະກໍາມະການ ຍຸຕິທໍາ ແລະ ປກຊ-ປກສ, ຮອງປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ບັນດາທ່ານຕາງໜ້າຈາກຄະນະຮັບຜິດຊອບປັບປຸງ ແລະ ສ້າງນິຕິກໍາໃຕ້ກົດໝາຍຂັ້ນແຂວງ, ພະແນກການທີ່ຮັບຜິດຊອບສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ;

ນິຕິກໍາໃຕ້ກົດໝາຍ ທີ່ຈະນໍາເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ນີ້ມີ 3 ສະບັບ, 1.ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເກັບລາຍຮັບຈາກຊັບພະຍາກອນທໍາມະຊາດ ແລະ ເຄື່ອງປ່າຂອງດົງຢູ່ແຂວງສາລະວັນ(ສະບັບສ້າງໃໝ່); 2.ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຕະຫຼາດ ຂະໜາດນ້ອຍຢູ່ແຂວງສາລະວັນ(ສະບັບສ້າງໃໝ່); 3.ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງອູ່ສ້ອມແປງພາຫະນະຢູ່ແຂວງສາລະວັນ (ສະບັບສ້າງໃໝ່) ແລະ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ທີ່ຖືກປະເມີນຜົນ ມີ 4 ສະບັບ, 1.ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຢູ່ແຂວງສາລະວັນ; 2.ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດຢູ່ແຂວງສາລະວັນ(ສະບັບປັບປຸງ); 3.ຂໍ້ຕົກລົງ ວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນກິດຈະກໍາສໍາປະທານຢູ່ແຂວງສາລະວັນ; 4.ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄຸນນະພາບນໍ້າດື່ມ ແລະ ນໍ້າກ້ອນທີ່ຜະລິດຈາກໂຮງງານພາຍໃນແຂວງສາລະວັນ(ສະບັບປັບປຸງ);

ໃນກອງປະຊຸມບັນດາທ່ານແຂກທີ່ຖືກເຊີນເຂົ້າຮ່ວມ ໄດ້ລາຍງານຄວາມຄືບໜ້າຂອງການກະກຽມຄວາມພ້ອມ ແລະ ປະກອບຄໍາເຫັນຄົ້ນຄວ້າປຶກສາຫາລື, ຊີ້ແຈງ ຕໍ່ເນື້ອໃນນິຕິກໍາໃຕ້ກົດໝາຍ ບາງໝວດບາງມາດຕາ ຢ່າງເປັນເຈົ້າການຕາມໜ້າທີ່ຮັບຜິດຊອບ ຕໍ່ກັບຈຸດທີ່ພາໃຫ້ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນໄດ້ຜັນຂະຫຍາຍເຊື່ອມຊຶມໄດ້ຢ່າງກວ້າງຂວາງ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດຂອງພະແນກການຂັ້ນແຂວງ, ຂັ້ນເມືອງ ແລະ ບັນຫາຕ່າງໆທີ່ພົບລ້ວນແຕ່ເປັນຂໍ້ເປັນມູນໃຫ້ພະແນກການທີ່ຮັບຜິດຊອບສ້າງນິຕິກໍາໃຕ້ກົດໝາຍ ນຳໄປຄົ້ນຄວ້າ ແລະ ປັບປຸງເນື້ອໃນບາງມາດຕາຂອງນິຕິກໍາໃຕ້ກົດໝາຍ ທີ່ອາດຍັງບໍ່ທັນສອດຄ່ອງກັບສະພາບຕົວຈິງຂອງສັງຄົມໃນປັດຈຸບັນ, ແນໃສ່ຮັບປະກັນໃຫ້ນິຕິກໍາໃຕ້ກົດໝາຍ ມີເນື້ອໃນຖືກຕ້ອງຕາມແນວທາງ, ແຜນນະໂຍບາຍຂອງພັກ ແລະ ຕາມລັດຖະທໍາມະນູນ, ກົດໝາຍ ໃຫ້ມີຄວາມສອດຄ່ອງກົມກຽວ, ໜັກແໜ້ນ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;

 

ພາບ-ຂ່າວ: ດີລໍາພົນ ພົມມະຈັນ