
ຕອນເຊົ້າຂອງວັນອັງຄານທີ 6 ມິຖຸນາ 2023 ກໍາມາທິການບັນດາເຜົ່າສະພາແຫ່ງຊາດ, ໄດ້ຈັດກອງປະຊຸມເພື່ອເອກະພາບບັນດາຄາດໝາຍດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2023 ຂຶ້ນຢ່າງເປັນທາງການ(ຮູບແບບທາງໄກ), ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າສະພາແຫ່ງຊາດ, ມີບັນດາທ່ານຮອງປະທານກໍາມາທິການ, ຮອງລັດຖະມົນຕີ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາ 18 ເຂດເລືອກຕັ້ງໃນຂອບເຂດທົ່ວປະເທດ, ຄະນະຮັບຜິດຊອບ, ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຂົ້າຮ່ວມ.





ປະທານກອງປະຊຸມໄດ້ມີຄໍາເຫັນຊີ້ນໍາ, ພ້ອມນັ້ນ, ໄດ້ຮັບຟັງຕາງໜ້າຄະນະຮັບຜິດຊອບສະເໜີຜົນການຕິດຕາມກວດກາ ບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງກໍາມາທິການບັນດາເຜົ່າສະພາແຫ່ງຊາດ ແລະ ຫຼັງຈາກນັ້ນ, ບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມ ໄດ້ຕາງໜ້າເຂດເລືອກຕັ້ງຂອງຕົນໃນຂອບເຂດທົ່ວປະເທດປະກອບຄໍາຄິດຄໍາເຫັນ, ສົນທະນາແລກປ່ຽນເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ ຕໍ່ກັບບັນດາຄາດໝາຍດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ປະຈໍາປີ 2023 ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທີ່ໄດ້ກໍານົດໃນມະຕິຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ສະບັບເລກທີ 82/ສພຊ, ລົງວັນທີ 30 ທັນວາ 2022 ແລະ ມະຕິຮັບຮອງແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ຂອງບັນດາແຂວງ ແລະ ນະຄອນ ຫຼວງ ເພື່ອໃຫ້ມີຄວາມເປັນເອກະພາບ.



ກອງປະຊຸມດັ່ງກ່າວ ໄດ້ດໍາເນີນເປັນເວລາໜຶ່ງວັນເຕັມ ຈຶ່ງສໍາເລັດ.
ພາບ/ຂ່າວ: ແສງພອນ ອິນນະລົງ.