ກອງປະຊຸມ ປຶກສາຫາລື ແລະ ເຜີຍແຜ່ແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ II.

ມ.ຖ. 6, 2025 | ເຂດ 13 ສະ​ຫວັນນະເຂດ

ໃນຕອນເຊົ້າວັນທີ 02 ມິຖຸນາ 2025 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມຂຶ້ນ ພາຍໄດ້ການເປັນປະທານຂອງທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ, ຮອງເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໝງ ພ້ອມດ້ວຍພະນັກງານວິຊາການພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອປຶກສາຫາລືບັນດາຫົວຂໍ້ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມຮ່ວມກັບອົງການປົກຄອງແຂວງ, ແລະ ຜ່ານຮ່າງມະຕິ ແບ່ງໜ້າທີ່ຮັບຜິດຊອບ ຂອງຄະນະຮັບຜິດຊອບ ກະກຽມແຜນການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ 2, ພ້ອມກັນນັ້ນປະທານກອງປະຊຸມກໍ່ໄດ້ເໜັ້ນໜັກ ໃຫ້ບັນດາອະນຸກໍາມະການທີ່ຖືກແຕ່ງຕັ້ງຮັບໃຊ້ກອງປະຊຸມ ຕ້ອງເປັນເຈົ້າການປະສານສົມທົບເຊິ່ງກັນ ແລະ ກັນ ເພື່ອຮັບປະກັນທາງດ້ານເນື້ອໃນຕໍ່ບັນດາຫົວຂໍ້ ທີ່ຈະນຳເຂົ້າພິຈາລະນະຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 09 ໃຫ້ທັນຕາມກໍານົດເວລາ, ຕອນທ້າຍຂອງກອງປະຊຸມ, ປະທານກອງປະຊຸມ ໄດ້ມີຄໍາເຫັນສະຫຼຸບຕີລາຄາ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະກໍາມະການ, ຄະນະເລຂາທິການ ແລະ ພະນັກງານວິຊາການຂອງສະພາປະຊາຊົນແຂວງ ທີ່ໄດ້ເອົາໃຈໃສ່ໃນການເຮັດໜ້າທີ່ເປັນເສນາທິການຈັດຕັ້ງປະຕິບັດວຽກງານຕາມການມອບໝາຍໄດ້ຮັບຜົນສໍາເລັດຫຼາຍດ້ານ ແລະ ໄດ້ເນັ້ນໃຫ້ທຸກພາກສ່ວນຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຍັງຄ້າງຄາ ໃຫ້ມີຜົນສໍາເລັດ ແລະ ຮັບປະກັນປະສິດທິພາບ