ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງຊຽງຂວາງ ແຫ່ງ ສປປ ລາວ ແລະ ສະພາປະຊາຊົນ ເມືອງກີ່ເຊີນ, ແຂວງເຫງະອານ ແຫ່ງ ສສ. ຫວຽດນາມ

ພ.ພ. 14, 2025 | ເຂດ 9 ຊຽງ​ຂວາງ

ໃນວັນທີ 10 ພຶດສະພາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ມີກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງຊຽງຂວາງ ແຫ່ງ ສປປ ລາວ ແລະ ສະພາປະຊາຊົນແຂວງ ເມືອງກີ່ເຊີນ, ແຂວງເຫງະອານ ແຫ່ງ ສສ. ຫວຽດນາມ ເຊິ່ງຝ່າຍລາວນໍາໂດຍ ສະຫາຍ ວຽງໄຊ ສີວິໄລ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ພ້ອມນີ້ຍັງມີສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9, ສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ ແລະ ພະນັກງານ-ວິຊາການ ສະພາປະຊາຊົນແຂວງຊຽງຂວາງ ເຂົ້າຮ່ວມ ແລະ ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ວິແຮ່, ກຳມະການພັກແຂວງ, ເລຂາພັກເມືອງ, ປະທານ ສະພາປະຊາຊົນເມືອງກີເຊີນພ້ອມດ້ວຍຄະນະ.

ທັງນີ້, ກໍເພື່ອ ແລກປ່ຽນບົດຮຽນ ກ່ຽວກັບຫົວຂໍ້: ວຽກງານກົງຈັກການຈັດຕັ້ງ ຂອງສະພາປະຊາຊົນເມືອງ, ບົດຮຽນກ່ຽວກັບການຈັດຕັ້ງຂອງສະພາປະຊາຊົນຂັ້ນຕາແສງ ໃນເມືອງກີເຊີນ, ດ້ານພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນຕາແສງ, ວຽກງານຕິດຕາມກວດກາ ຂອງສະພາປະຊາຊົນເມືອງ ແລະ ສະພາປະຊາຊົນຂັ້ນຕາແສງ, ການສ້າງຄວາມສະດວກດ້ານຕ່າງໆ ລະຫວ່າງ ສະພາປະຊາຊົນເມືອງ ແລະ ສະພາປະຊາຊົນຂັ້ນຕາແສງ. ໃນການພົບປະ ສອງຝ່າຍໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງໃນໄລຍະຜ່ານມາ ແລະ ປຶກສາຫາລືແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາເປັນຕົ້ນແມ່ນ: ວຽກງານແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານກົງຈັກການຈັດຕັ້ງ, ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ, ການຕິດຕາມກວດກາ, ການສ້າງຄວາມສະດວກດ້ານຕ່າງໆ ໃນການກະກຽມກອງປະຊຸມສະໄໝສາມັນແຕ່ລະຄັ້ງ ແລະ ບັນຫາອື່ນໆອີກ. ເພື່ອກ້າວໄປສູ່ການຊຸກຍູ້ການຮ່ວມມືດ້ານຕ່າງໆຂອງສອງຊາດລາວ-ຫວຽດນາມ ທັງເປັນການ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ.ໃນຕອນທ້າຍທັງສອງຝ່າຍ ກໍໄດ້ກ່າວສະແດງຄວາມຂອບໃຈ ເຊິ່ງກັນ ແລະ ກັນ ແລະ ຮັດແໜ້ນຄວາມສາມັກຄີມິດຕະພາບກັນຕະຫຼອດໄປ. ຫຼັງຈາກນັ້ນ, ຜູ້ແທນ ສະພາປະຊາຊົນ ເມືອງກີ່ເຊີນ ກໍໄດ້ທ່ຽວຊົມພູກູດຈອມເຫຼັກ ເຊິ່ງແມ່ນແຫຼ່ງທ່ອງທ່ຽວທີ່ສໍາຄັນຂອງແຂວງຊຽງຂວາງ ແລະ ເປັນສະຖານທີ່ທີ່ມີຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດຂອງແຂວງຊຽງຂວາງ.

ສະພາ​ປະຊາຊົນ​ແຂວງ​ຊຽງ​ຂວາງ

ພາບ ​ແລະ ຂ່າຍ​ໂດຍ: ນາງ ສຸກ​ສະຫວັນ ອິນທະ​ແສງ