(ສພຊ) – ວັນສຸກທີ 27 ມິຖຸນາຜ່ານມາ ໄດ້ມີກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ (ສພຂ) ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະປະຈຳສະພາແຫ່ງຊາດ ເຊິ່ງມີບັນດາທ່ານຮອງປະທານກໍາມາທິການ ແລະ ຮອງເລຂາທິການ ສພຊ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຕາງໜ້າຫ້ອງວ່າການສໍານັກງານປະທານປະເທດ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມນຳ.
ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດພາລະບົດບາດຂອງ ສພຊ ຊຸດທີ IX ແລະ ສພຂ ຊຸດທີ II ແລະ ທິດທາງແຜນການໃນຕໍ່ໜ້າ; ລາຍງານໂດຍສັງເຂບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂອງສະພາປະຊາຊົນນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ ແລະ ແຂວງສະຫວັນນະເຂດ. ຈາກນັ້ນ, ໄດ້ມີການປະກອບຄໍາເຫັນແລກປ່ຽນບົດຮຽນຢ່າງຫ້າວຫັນ ແລະ ມີຄວາມເອກະພາບຕໍ່ທັດສະນະໃນການປັບປຸງແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ການເຄື່ອນໄຫວຂອງ ສພຊ ຊຸດທີ X ມີປະສິດທິພາບ, ປະສິດທິຜົນກວ່າເກົ່າ ພ້ອມທັງຄົ້ນຄວ້າ, ປຶກສາຫາລື ແລະ ເປັນເອກະພາບຕໍ່ການຕີລາຄາດ້ານຄົງຄ້າງ ແລະ ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ຢ່າງກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ.

ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ມີຄໍາເຫັນເນັ້ນໜັກບາງບັນຫາດັ່ງນີ້:
1. ດ້ານນິຕິບັດຍັດ: ຕ້ອງສົມທົບກັບລັດຖະບານ ກໍຄືກະຊວງ-ອົງການ ກວດກາຄວາມພ້ອມເນື້ອໃນກົດໝາຍທີ່ມີໃນແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງ ສພຊ ຊຸດທີ X ແລະ ຈະນໍາເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງປະຖົມມະລືກ.
2. ຕົກລົງບັນຫາສໍາຄັນພື້ນຖານຂອງຊາດ ກໍຄືທ້ອງຖິ່ນ: ເພີ່ມທະວີບົດບາດເປັນໃຈກາງ, ເປັນເຈົ້າການ ສົມທົບກັບບັນດາອົງການໃນລະບົບການເມືອງ ເພື່ອພ້ອມກັນປຶກສາຫາລື, ຄົ້ນຄວ້າບັນຫາ ແລະ ມີຄວາມເປັນເອກະພາບແຕ່ຫົວທີ ແນໃສ່ຍົກສູງຄຸນນະພາບໃນການຄົ້ນຄວ້າ, ພິຈາລະນາ ໃຫ້ຖືກທິດ, ວ່ອງໄວ ແລະ ທັນກັບສະພາບການ.
3. ການຕິດຕາມກວດກາ: ເພີ່ມທະວີການຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດໝາຍ ຂອງບັນດາອົງການລັດ ຕ້ອງຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ ເພື່ອຊຸກຍູ້ສົ່ງເສີມ ແລະ ເສີມຂະຫຍາຍສູ່ລວງເລິກຢ່າງກວ້າງຂວາງ ໂດຍສະເພາະບັນຫາເຄັ່ງຮ້ອນທີ່ມີຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ຕໍ່ການພັດທະນາເສດຖະກິດ-ສັງຄົມ; ສູ້ຊົນໃຫ້ຜົນການຕິດຕາມກວດກາໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ທັນການ.
4. ຄົ້ນຄວ້າປັບປຸງກົງຈັກການຈັດຕັ້ງຂອງ ສພຊ ແລະ ສພຂ ໃຫ້ກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ; ສຸມໃສ່ລົງເລິກຄົ້ນຄວ້າກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່.
5. ກະກຽມແຕ່ຫົວທີ ກ່ຽວກັບເປົ້າໝາຍບຸກຄະລາກອນທີ່ຈະອອກສະໝັກຮັບເລືອກຕັ້ງເປັນນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ III ໃຫ້ຮັບປະກັນຕາມມາດຕະຖານເງື່ອນໄຂທີ່ກໍານົດໄວ້ໃນກົດໝາຍ ເພື່ອສ້າງພະນັກງານໃຫ້ເປັນລະບົບ, ມີລັກສະນະສືບທອດຕໍ່ເນື່ອງ, ຫັນເປັນມືອາຊີບຫຼາຍຂຶ້ນ ແລະ ມີຄວາມໜັກແໜ້ນ, ເຂັ້ມແຂງ (ການນໍາຂອງສູນກາງພັກ, ຂອງຄະນະພັກແຕ່ລະຂັ້ນ ໃຫ້ອອກສະໝັກຮັບເລືອກຕັ້ງ ແລະ ເປັນສະມາຊິກສະພາຫຼາຍຂຶ້ນ, ມີເພດ, ເຜົ່າ ແລະ ຫັນເປັນໜຸ່ມ).
6. ຄະນະ ສສຊ ປະຈໍາເຂດເລືອກຕັ້ງ ເອົາໃຈໃສ່ຕິດຕາມກວດກາບັນຫາທີ່ພົ້ນເດັ່ນຂອງທ້ອງຖິ່ນ ແລະ ລາຍງານໃຫ້ ຄປຈສພຊ ເພື່ອມີທິດຊີ້ນໍາໃນການແກ້ໄຂ.
7. ເພີ່ມທະວີການປະສານສົມທົບວຽກງານລະຫວ່າງ ສພຊ ແລະ ສພຂ ເພື່ອຮັບປະກັນໃຫ້ການເຄື່ອນໄຫວວຽກງານຂອງສະພາຊຸດນີ້ ບັນລຸຕາມຄາດໝາຍ, ສືບຕໍ່ພົບປະປະຊາຊົນໃຫ້ໄດ້ຢ່າງກວ້າງຂວາງກວ່າເກົ່າ.
8. ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບລັດຖະສະພາຂອງປະເທດເພື່ອນມິດ ແລະ ການເຊື່ອມໂຍງກັບລັດຖະສະພາສາກົນ ຢ່າງເປັນເຈົ້າການ ບົນພື້ນຖານແນວທາງການຕ່າງປະເທດ ເອກະລາດ, ມິດຕະພາບ ແລະ ການຮ່ວມມືເພື່ອພັດທະນາ.

(ນາງ ອາລິນ ສຸພິມມະປະດິດ)