(ສພຊ) – ກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບ ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ດຳເນີນໃນຕອນເຊົ້າວັນທີ 30 ຕຸລາຜ່ານມາ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານສູນກາງສະຫະພັນກໍາມະບານລາວ, ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ຕາງໜ້າສະຫະພັນນັກຮົບເກົ່າລາວ ແລະ ແຂກຖືກເຊີນ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ກ່າວວ່າ: ກອງປະຊຸມຮ່ວມໃນຄັ້ງນີ້ ແມ່ນເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເນື້ອໃນມາດຕາ 7 ຂອງລັດຖະທໍາມະນູນ ແລະ ກົດໝາຍກ່ຽວຂ້ອງ ທີ່ໄດ້ກໍານົດການຕິດຕາມກວດກາຂອງສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ການເຄື່ອນໄຫວຂອງສະພາແຫ່ງຊາດ ພ້ອມທັງສ່ອງແສງຄໍາຄິດຄໍາເຫັນຂອງສັງຄົມ ກໍຄືຄວາມຂັດຂ້ອງໝອງໃຈ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າ ມາຍັງສະພາແຫ່ງຊາດ ເພື່ອຕິດຕາມ, ຊຸກຍູ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ຢ່າງເຂັ້ມງວດ ເຊິ່ງເປັນການຍົກສູງບົດບາດການຕິດຕາມກວດກາຂອງສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າລາວ ແລະ ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ; ສ້າງຄວາມເປັນເອກະພາບໃນການແກ້ໄຂບັນຫາຕ່າງໆ ໃຫ້ສອດຄ່ອງກັບແນວທາງນະໂຍບາຍ, ລັັດຖະທໍາມະນູນ ແລະ ກົດໝາຍ ລວມທັງການປະສານງານໃຫ້ມີຄວາມໂລ່ງລ່ຽນ ແລະ ມີປະສິດທິພາບ.
ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ເຊີດຊູຄວາມຮັບຜິດຊອບໃນການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາ, ສ້າງສັນ, ຍົກໃຫ້ເຫັນບົດຮຽນຕົວຈິງ ໃນການຕີລາຄາການຈັດຕັ້ງປະຕິບັດກົນໄກການປະສານງານລະ ຫວ່າງຄະນະປະຈໍາສະພາແຫ່ງຊາດ (ກໍາມາທິການບັນດາເຜົ່າ) ກັບ ສູນກາງແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ເພື່ອແກ້ໄຂວຽກຄົງຄ້າງໃຫ້ມີສໍາເລັດຕາມຄາດໝາຍ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
(ນາງ ອາລິນ ສຸພິມມະປະດິດ)

