ກອງປະຊຸມສະໄໝສາມັນເທື່ອທີ 10 ໄຂຂຶ້ນຢ່າງເປັນທາງການ

​ພ.ຈ. 10, 2025

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນຈັນທີ 10 ພະຈິກນີ້ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ບັນດາທ່ານທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນປະຈໍາ ສປປລາວ ແລະ ແຂກຖືກເຊີນ.
ພາຍຫຼັງທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ. ກອງປະຊຸມໄດ້ຮັບຟັງບົດລາຍງານຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ປະຈຳປີ 2025, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 5 ປີ (2021-2025), ປະຈຳປີ 2025 ແລະ ແຜນເງິນຕາ ປະຈຳປີ 2025; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ປະຈຳປີ 2026, ຮ່າງແຜນງົບປະມານແຫ່ງລັດ 5 ປີ (2026-2030), ປະຈຳປີ 2026 ແລະ ຮ່າງແຜນເງິນຕາ ປະຈຳປີ 2026; ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການ ຂອງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ປີ 2025 ແລະ ເງິນເກີນແຜນປີ 2024; ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ກໍໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງທ່ານນາຍົກລັດຖະມົນຕີ. ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳໃນການຄົ້ນຄວ້າປະກອບຄຳເຫັນ; ບັນດາທ່ານ ສສຊ ກໍໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ ຈົນຮອດພາກບ່າຍຂອງວັນທີ 11 ພະຈິກ ຕາມວາລະຂອງກອງປະຊຸມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງ ສພຊ ຊຸດທີ IX ຈະດຳເນີນໄປຈົນຮອດວັນທີ 21 ພະຈິກ 2025, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງສາມາດສົ່ງຕາມວິທີລຸ່ມນີ້:
ສາຍດ່ວນໝາຍເລກ: 156 (ໃນໂມງລັດຖະການ)
ອີເມວ: [email protected]
ແອັປພລິເຄຊັນ: Lao Na


(ນາງ ສຸພາວັນ ຫອມສະນິດ)