ໃນຕອນບ່າຍວັນສຸກວັນທີ 24 ມັງກອນ 2025 ທີ່ສະໂມສອນໃຫ່ຍ 21 ມີນາ ຂອງແຂວງຄຳມ່ວນ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸດທີ II ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ 10 ຕົວເມືອງ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ອາດີດການນໍາຂັ້ນສູງຂອງແຂວງ ແລະ ແຂກຖືກເຊີນ.


ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມເປັນເວລາ 4 ວັນ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນທີ່ມີຄວາມເປັນເອກະພາບສູງ ຂອງບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມກັບການປະກອບສ່ວນສໍາຄັນຂອງອົງການປົກຄອງແຂວງ ບັນດາພະແນກການທີ່ກ່ຽວຂ້ອງທີ່ໄດ້ເປັນເຈົ້າການສະເໜີ, ຊີ້ແຈງ, ແລະຕອບຄຳຊັກຖາມຕໍ່ກັບບັນຫາທີ່ ສະມາຊິກສະພາປະຊາຊົນຂັ້ນແຂວງໃຫ້ຄວາມສົນໃຈໃນການປະກອບສ່ວນເຮັດໃຫ້ການຄົ້ນຄວ້າ ພິຈາລະນາ ຮັບຮອງເອົາ ມະຕິກອງປະຊຸມ ຈໍານວນ 12 ສະບັບໃນນີ້, ມະຕິຮັບຮອງເອົາວຽກງານອົງການປົກຄອງແຂວງ 3 ສະບັບ, ມະຕິຮັບຮອງເອົາວຽກງານອົງການ ກວດສອບ ປະຈໍາພາກກາງ ແລະ ອົງການກວດກາລັດແຂວງຄໍາມ່ວນ 2 ສະບັບ, ວຽກງານ ອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ຄໍາມ່ວນ 2 ສະບັບ, ມະຕິຮັບຮອງເອົາວຽກງານສະພາປະຊາຊົນແຂວງຄຳມ່ວນ 2 ສະບັບ ແລະ ມະຕິຮັບຮອງເອົາບັນດານິຕິກຳໃຕ້ກົດໝາຍ 3 ສະບັບ, ນອກນັ້ນ, ກອງປະຊຸມໄດ້ປະເມີນ ບຸກຄະລາກອນ ດໍາລົງຕໍາແໜ່ງ ທີ່ສະພາປະຊາຊົນຂັ້ນແຂວງ ເລືອກຕັ້ງ ແລະ ຮັບຮອງການແຕ່ງຕັ້ງ; ກອງປະຊຸມຮຽກຮ້ອງມາຍັງຄະນະປະຈໍາສະພາປະຊາຊົນແຂວງ, ບັນດາຄະນະກໍາມະການ, ຄະນະເລຂາທິການ, ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ອົງການປົກຄອງແຂວງ, ຄະນະບໍລິຫານງານພັກແຂວງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງໄດ້ຜັນຂະຫຍາຍ ມະຕິ ກອງປະຊຸມຄັ້ງນີ້ ເຂົ້າໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ.