ກອງ​ປະ​ຊຸມສະມາຊິກລັດຖະສະພາ​​ເພດຍິງ​ລະຫວ່າງຊາດອາຊຽນ

ກ.ຍ. 28, 2025

(ສພຊ) – ວັນທີ 17 ກັນຍາຜ່ານມາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດເພດຍິງ ນໍາໂດຍທ່ານ​ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ​ ນາງ​ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ແລະ ທ່ານ​ ປອ. ນາງ​ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມເວທີສົນທະນາຂອງຜູ້ນໍາທາງດ້ານການເມືອງຂອງເພດຍິງ ຄັ້ງທີ​ 2 (2ND WAIPA WOMEN POLITICAL LEADERS FORUM) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ທານ ສຣິ ດາໂຕະ ໂຈຮາຣິ ບິນ ອັບດຸນ (TAN SRI DATO’ (DR.) JOHARI BIN ABDUL) ປະທານສະພາຜູ້ແທນລາສະດອນມາເລເຊຍ, ກອງປະຊຸມຈັດຂຶ້ນພາຍໃຕ້ຫົວຂໍ້ “ການນໍາພາຂອງເພດຍິງ ເພື່ອການຄຸ້ມຄອງທີ່ມີຄວາມພ້ອມສຳລັບອະນາຄົດ: ກ້າວໄປສູ່ການຫັນປ່ຽນໃນຍຸກດິຈິຕອນແບບຍືນຍົງ” (Women’s Leadership for Future-Ready Governance: Navigating Transitions in the Digital and Sustainability Era) ໂດຍມີ​ສະມາຊິກ​ລັດຖະສະພາ​ເພດຍິງຈາກບັນດາປະເທດສະມາຊິກໄອປາ, ສະມາຊິກລັດຖະ​ສະພາ​ຜູ້​ສັງ​ເກດ​ການໄອປາ, ຄູ່​ຮ່ວມ​ມື​ພັດທະນາ ​ແລະ ບັນດາ​ຜູ້​ມີ​ສ່ວນ​ຮ່ວມ​ຜູ້​ຊ່ຽວຊານ ເຂົ້າຮ່ວມ ​ເພື່ອ​ຄົ້ນ​ຄວ້າກ່ຽວກັບວິທີ​ການນຳພາ​ຂອງ​ເພດຍິງ​ ທີ່ສາມາດ​ສ້າງ​​ນະ​ໂຍບາຍທີ່​ຕອບ​ສະໜອງ​ຢ່າງສະ​ເໝີ​ພາບ, ຊຸກຍູ້​ການ​ປະດິດ​ສ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ຢືດຢຸ່ນ​ຂອງ​ພາກ​ພື້ນ, ສະໜັບສະໜູນ​ການ​ຈັດຕັ້ງປະຕິບັດ​ແຜນດໍາເນີນງານ​ ​ແລະ ຂອບ​ແຜນການປະຕິບັດງານຂອງ WAIPA ກ່ຽວກັບການມີສ່ວນຮ່ວມທາງການເມືອງ ແລະ ຄວາມເປັນຜູ້ນໍາຂອງເພດຍິງ (WPPL 2024-2030) ເຊິ່ງສອດຄ່ອງ​ກັບ​ເປົ້າ​ໝາຍ​ຍຸດ​ທະ​ສາດ 7 ຂອງ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ​ອາ​ຊຽນ (ASCC) ພາຍ​ໃຕ້​ວິ​ໄສ​ທັດ​ອາ​ຊຽນ 2045; ພ້ອມທັງຢືນຢັນ​ຄືນ​ໃນຄຳ​ໝັ້ນ​ສັນຍາ​ຂອງ​ອາ​ຊຽນ​ ໃນ​ການ​ຄຸ້ມ​ຄອງແບບກວມລວມ ແລະ ການສ້າງຄວາມເຂັ້ມແຂງ​ໃຫ້ແກ່ເພດຍິງ ໃນການຕັດສິນບັນຫາ. ກອງປະຊຸມໄດ້ສົນທະນາ 2 ເນື້ອໃນສໍາຄັນກ່ຽວກັບ 1) ການນໍາພາການຫັນປ່ຽນແບບຍືນຍົງ: ແມ່ຍິງ ແລະ ອະນາຄົດດິຈິຕອນ, ດິນຟ້າອາກາດ ແລະ ວາລະການຄຸ້ມຄອງ; 2) ⁠ການສ້າງການປົກຄອງແບບກວມລວມ: ແນວທາງຂອງອົງການນິຕິບັນຍັດ ແລະ ການຮ່ວມມືເພື່ອລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ ແລະ ມີຄວາມພ້ອມສໍາລັບອະນາຄົດ.


ວັນທີ 18 ກັນຍາ, ກອງ​ປະ​ຊຸມສະມາຊິກລັດຖະສະພາ​​ເພດຍິງ​ລະຫວ່າງຊາດອາຊຽນ ຫຼື ໄວປາ (WOMEN PARLIAMENTARIANS OF AIPA – WAIPA) ໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ນາງ ອາລິດ ຫຼິວ ກຽງ ຢຽງ (Alice Lau Kiong Yieng) ຮອງ​ປະທານ​ສະພາ​ຜູ້​ແທນ​ລາສະ​ດອນມາ​ເລ​ເຊຍ, ປະທານໄວປາ ຄັ້ງທີ 46 ເຊິ່ງ​ມີສະມາຊິກລັດຖະສະພາ​​ເພດຍິງ​ 9 ປະເທດ ເຂົ້າ​ຮ່ວມຄື: ບຣູໄນ ດາຣູຊາລາມ, ກໍາປູເຈຍ, ອິນໂດເນເຊຍ, ສປປລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ; ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ,​ ປະກອບຄໍາຄິດເຫັນ ແລະ ພິຈາລະນາຮ່າງມະຕິ 5 ສະບັບ ແລະ ສາມາດຮັບຮອງເອົາຢ່າງເປັນເອກະສັນ 3 ມະຕິ ຄື:
1. ມະຕິ​ວ່າດ້ວຍ​ການສົ່ງເສີມຄວາມພະຍາຍາມການ​ມີສ່ວນຮ່ວມທາງດ້ານ​ການ​ເມືອງ ​ແລະ ຄວາມ​ເປັນ​ຜູ້ນຳ​ຂອງ​ເພດຍິງ​ໃນ​ອາ​ຊຽນ;
2. ມະຕິ​ວ່າດ້ວຍສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນອາຊຽນ ໂດຍຜ່ານເສດຖະກິດດູແລເບິ່ງແຍງ;
3. ມະຕິ​ວ່າດ້ວຍການຊຸກຍູ້ບົດບາດຍິງ-ຊາຍ ໂດຍການສົ່ງເສີມທັກສະດ້ານດິຈິຕອນໃຫ້ແກ່ແມ່ຍິງ (ສະເໜີໂດຍ ສປປລາວ, ສະເໜີຂໍຮ່ວມສະໜັບສະໜູນໂດຍປະເທດກໍາປູເຈຍ).
​ ສໍາລັບຮ່າງມະຕິທີ່ ສປປລາວ ສະເໜີໃນກອງປະຊຸມຄັ້ງນີ້ ເປັນຮ່າງມະຕິອັນສໍາຄັນໃນການຊຸກຍູ້ບົດບາດຍິງ-ຊາຍ ໂດຍສະເພາະແມ່ນການສົ່ງເສີມທັກສະດ້ານດິຈິຕອນໃຫ້ແກ່ແມ່ຍິງ ທັງເປັນການຜັນຂະຫຍາຍມະຕິກອງປະຊຸມສະມາຊິກລັດຖະສະພາລະຫວ່າງຊາດອາຊຽນເພດຍິງ ໃນປີຜ່ານມາ ທີ່ ສປປລາວ ເປັນເຈົ້າພາບ ແລະ ແຜນ​ດຳ​ເນີນ​ງານ ​ແລະ ຂອບແຜນ​ການ​ປະຕິບັດງານ ກ່ຽວ​ກັບການ​ມີ​ສ່ວນ​ຮ່ວມ​ທາງ​ການ​ເມືອງ ​ແລະ ຄວາມ​ເປັນ​ຜູ້ນຳຂອງເພດຍິງ (WPPL 2024-2030) ທີ່ຮັບຮອງຢູ່ ສປປລາວ ໃນປີ 2024 ທີ່ຜ່ານມາ ໃນໂອກາດທີ່ ສປປລາວ ເປັນເຈົ້າພາບ.