(ສພຊ) – ວັນທີ 8-13 ມິຖຸນາ 2025 ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກໍາມາທິການການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມສະພາທີ່ປຶກສາຂອງໄອປາ ກ່ຽວກັບໄພອັນຕະລາຍຂອງຢາເສບຕິດ ຄັ້ງທີ 8 (The 8th Meeting of the AIPA Advisory Council on Dangerous Drug – AIPACODD) ທີ່ເມືອງກວນຕັນ ລັດປາຮັງ ປະເທດມາເລເຊຍ ໂດຍການຮ່ວມເປັນເຈົ້າພາບລະຫວ່າງສະພາຜູ້ແທນລາສະດອນມາເລເຊຍ ແລະ ສະພານິຕິບັນຍັດແຫ່ງລັດປາຮັງ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທີ່ເຂົ້າຮ່ວມຈາກ 9 ປະເທດສະມາຊິກໄອປາ ໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນພາຍໃຕ້ຫົວຂໍ້ “ການເຕົ້າໂຮມຂອງລັດຖະສະພາບັນດາປະເທດອາຊຽນ ເພື່ອຄວາມເປັນເອກະພາບ ແລະ ຍືນຍົງ ໃນການແກ້ໄຂສິ່ງທ້າທາຍດ້ານຢາເສບຕິດໃນປັດຈຸບັນ” ພ້ອມກັນນີ້, ຄະນະຜູ້ແທນແຕ່ລະປະເທດ ໄດ້ປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບມາດຕະການໃນການຄວບຄຸມຢາເສບຕິດໃນປະເທດຂອງຕົນ, ສິ່ງທ້າທາຍທີ່ເກີດຂຶ້ນ, ການບຳບັດຮັກສາ ແລະ ການຟື້ນຟູ, ການນໍາໃຊ້ມາດຕະການເພື່ອຫຼຸດຜ່ອນການນໍາໃຊ້ຢາເສບຕິດ ເຊິ່ງໄດ້ບັນລຸຫຼາຍກວ່າການປຶກສາຫາລືແບບທົ່ວໄປ ແລະ ຍັງໄດ້ກຳນົດເອົາທິດທາງໃໝ່ສຳລັບການຮ່ວມມືຂອງລັດຖະສະພາ ໃນການແກ້ໄຂບັນຫາທີ່ທ້າທາຍດ້ານຄວາມໝັ້ນຄົງ ແລະ ສາທາລະນະສຸກ ທີ່ຮີບດ່ວນທີ່ສຸດຂອງອາຊຽນ; ຜ່ານການຮັບຟັງ ແລະ ແລກປ່ຽນຄວາມຄິດເຫັນຂອງບັນດາຄະນະຜູ້ແທນແຕ່ລະປະເທດ, ກໍໄດ້ມີການຕົກລົງຮັບຮອງເອົາເນື້ອໃນມະຕິດັ່ງກ່າວຢ່າງເປັນເອກະສັນ ເຊິ່ງເປັນຂີດໝາຍອັນສຳຄັນອີກໜຶ່ງບາດກ້າວຂອງ AIPACODD ທີ່ສະທ້ອນໃຫ້ເຫັນແນວທາງໃໝ່ໃນການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ແລະ ການສ້າງລະບົບທີ່ເຂັ້ມແຂງ, ຍືນຍົງ ແລະ ຍາວນານ. ກອງປະຊຸມຍັງມີການເຫັນດີກ່ຽວກັບເງື່ອນໄຂການອ້າງອີງຂອງຄະກຳມະການສຶກສາກ່ຽວກັບການປ່ຽນຊື່ຈາກ AIPACODD ເປັນການຮ່ວມມືແກ້ໄຂບັນດາຂົງເຂດອາຊະຍາກຳຂ້າມຊາດ (Address Broader Areas of Cooperation on Transnational Crime) ທີ່ສະເໜີໂດຍທ່ານເລຂາທິການໃຫຍ່ໄອປາ; ພ້ອມກັນນັ້ນ, ປະທານກອງປະຊຸມຍັງໄດ້ຍົກໃຫ້ເຫັນຄວາມສຳຄັນໃນການປ່ຽນຊື່ຄັ້ງນີ້ ທີ່ຈະສະທ້ອນເຖິງການຮັບຮູ້ຮ່ວມກັນຕໍ່ການຜັນຂະຫຍາຍຂອງເຄືອຂ່າຍອາຊະຍາກຳພາກພື້ນໃນປັດຈຸບັນ ທີ່ໄດ້ພັດທະນາໄປໄກເກີນກວ່າການຄ້າຢາເສບຕິດພຽງຢ່າງດຽວ ແຕ່ຍັງໄດ້ຂະຫຍາຍໄປຫຼາຍຂົງເຂດເຊັ່ນ: ການຄ້າມະນຸດ, ການລັກລອບຄ້າຂາຍສັດປ່າ, ການກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການຟອກເງິນ. ກອງປະຊຸມໄດ້ຊີ້ໃຫ້ເຫັນວ່າ ລັດຖະສະພາອາຊຽນ ຈະຕ້ອງຕອບສະໜອງຕໍ່ກັບບັນຫາດັ່ງກ່າວໃຫ້ເໝາະສົມ ແລະ ໄດ້ຖືເອົາການປຶກສາຫາລືຫາໃນຄັ້ງນີ້ ເປັນບາດກ້າວທຳອິດທີ່ສຳຄັນ.

ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຜູ້ແທນສະພາແຫ່ງຊາດລາວ ໄດ້ມີຄໍາເຫັນໃນກອງປະຊຸມ ໂດຍໄດ້ສະເໜີບົດລາຍງານຄວາມຄືບໜ້າກ່ຽວກັບສະພາບຢາເສບຕິດ ແລະ ອາຊະຍາກຳຂ້າມຊາດ ຢູ່ ສປປລາວ ເຊິ່ງຍົກໃຫ້ເຫັນເຖິງຄວາມພະຍາຍາມຢ່າງຕໍ່ເນື່ອງຂອງລັດຖະບານ ຕໍ່ການປະຕິບັດຕາມວາລະແຫ່ງຊາດກ່ຽວກັບການຄວບຄຸມຢາເສບຕິດ ແລະ ທາດເຄມີ (2021-2025) ໂດຍສຸມໃສ່ການປະສານງານໃນທົ່ວພາກລັດ ແລະ ສັງຄົມ. ພ້ອມທັງໄດ້ລາຍງານວ່າ ໃນປີ 2024 ໜ່ວຍງານສະກັດກັ້ນ ແລະ ປາບປາມຢາເສບຕິດ ສປປລາວ ໄດ້ບັນລຸຜົນສຳເລັດໃນການສະກັດກັ້ນການຄ້າຂາຍຢາເສບຕິດໃນຂອບເຂດທົ່ວປະເທດ ມີ 4,063 ຄະດີ, ຈັບຕົວຜູ້ກະທໍາຜິດ 6,332 ຄົນ (ຕ່າງຊາດ 132 ຄົນ), ຢຶດຂອງກາງໄດ້ຢາບ້າເກືອບ 70 ລ້ານເມັດ ຢາໄອຊ໌ 1,373 ກິໂລ ເຮໂຣອິນ 179 ກິໂລ; ການບັງຄັບໃຊ້ກົດໝາຍເຂັ້ມແຂງຂຶ້ນດ້ວຍດຳລັດໃໝ່ ແລະ ການເຝົ້າລະວັງຊາຍແດນທີ່ດີຂຶ້ນ ໂດຍການປະສານງານຂອງ 25 ຫ້ອງການຕິດຕໍ່ພົວພັນທາງຊາຍແດນ ໃນການຮ່ວມມືສອງຝ່າຍ ແລະ ສາກົນ ລວມໄປເຖິງຄວາມພະຍາຍາມໃນການຂະຫຍາຍສູນການຟື້ນຟູ ແລະ ປ້ອງກັນ ທີ່ລັດຖະບານລາວໄດ້ໃຫ້ຄວາມສຳຄັນ ໂດຍມີຫຼາຍກວ່າ 8,400 ຄົນ ໄດ້ຮັບການບຳບັດປິ່ນປົວ ແລະ ໄດ້ມີກິດຈະກຳປຸກລະດົມແນວຄິດກ່ຽວກັບໄພຂອງຢາເສບຕິດ 3,800 ກິດຈະກຳ ມີຜູ້ເຂົ້າຮ່ວມ 2.8 ລ້ານຄົນ. ໃນຕົ້ນປີ 2025, ສປປລາວ ບັນລຸໄດ້ຄວາມຄືບໜ້າທີ່ພົ້ນເດັ່ນ ໂດຍຜ່ານການນຳພາທີ່ເຂັ້ມແຂງ, ການປະສານງານລະຫວ່າງຂະແໜງການ, ການເຂົ້າຮ່ວມຂອງຊຸມຊົນ; ວຽກງານກົດໝາຍໄດ້ຮັບການເສີມສ້າງດ້ວຍດຳລັດໃໝ່ ທີ່ແນໃສ່ສານເສບຕິດທີ່ອອກລິດຕໍ່ປະສາດຊະນິດໃໝ່ (NPS) ແລະ ສານເຄມີຕົ້ນ (Precursor chemicals), ການບັງຄັບໃຊ້ກົດໝາຍເຮັດໃຫ້ມີການຈັບກຸມ ແລະ ມ້າງເຄືອຂ່າຍການຄ້າມະນຸດຂ້າມຊາດຢ່າງຫຼວງຫຼາຍ; ໃນຂະນະທີ່ສູນການບຳບັດຟື້ນຟູ ໄດ້ຂະຫຍາຍເພີ່ມຂຶ້ນ ແລະ ເຂົ້າເຖິງຊຸມຊົນຫຼາຍຂຶ້ນ; ພ້ອມທັງສຸມໃສ່ສ້າງບ້ານປອດຢາເສບຕິດ, ໂຮງຮຽນປອດຢາເສບຕິດ, ເຂດຊາຍແດນປອດຢາເສບຕິດ ຕາມວິໄສທັດຂອງອາຊຽນກ່ຽວກັບປະຊາຄົມປອດໄພ ແລະ ປອດຢາເສບຕິດ. ນອກຈາກນີ້, ຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ປະກອບຄໍາເຫັນຕື່ມອີກຈໍານວນໜຶ່ງຕໍ່ຮ່າງມະຕິການເຕົ້າໂຮມຂອງລັດຖະສະພາບັນດາປະເທດອາຊຽນ ເພື່ອຄວາມເປັນເອກະພາບ ແລະ ຍືນຍົງ ໃນການແກ້ໄຂສິ່ງທ້າທາຍດ້ານຢາເສບຕິດໃນປັດຈຸບັນ.