ໃນຕອນເຊົ້າຂອງວັນທີ 6 ມີນາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມສະຫຼຸບວຽກງານປະຈຳປີ 2024 ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄຳມ່ວນ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ, ມີຮອງປະທານສະພາປະຊາຊົນຂັ້ນແຂວງ, ປະທານ/ຮອງປະທານຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະຕະຫລອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມເພື່ອຈັດຕັ້ງປະຕິບັດ, ສິດ ແລະໜ້າທີ່ ຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 65/ສພຊ, ລົງວັນທີ 10 ທັນວາ 2015; ແລະ ເພື່ອສະຫຼຸບຕີລາຄາຄືນບັນດາວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ໃນການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີຂຶ້ນຕາມລຳດັບ.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວວຽກງານປະຈຳປີ 2025; ຈາກນັ້ນ, ກອງປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ຢ່າງມີບັນຍາກາດອັນຟົດຟື້ນ ແລະ ເປັນເຈົ້າການເຂົ້າໃສ່ເນື້ອໃນ ໃຫ້ມີອັນຄົບຖ້ວນສົມບູນເລິກເຊິ່ງຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ທັງເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ໄດ້ຮັບປະສິດທິພາບ.
ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມ ທ່ານໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍຕໍ່ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ທີ່ໄດ້ເປັນເຈົ້າການຕັ້ງໜ້າເຄື່ອນໄຫວວຽກງານຂອງຕົນໃນປີ 2024 ແລະ ມີຜົນສຳເລັດຫຼາຍດ້ານເຊັ່ນ: ການເປັນເສນາທິການຮອບດ້ານທາງດ້ານເນື້ອໃນໃຫ້ແກ່ການດຳເນີນກອງປະຊຸມສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຄະນະປະຈຳສະພາສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຮ່ວມກັບອົງການປົກຄອງແຂວງ; ໃນການປະຕິບັດ 3 ພາລະບົດບາດຂອງສະພາປະຊາຊົນຂັ້ນແຂວງ, ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຢ່າງເປັນປົກກະຕິ ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກມີຄວາມອຸ່ນອຽນທຸ່ນທ່ຽງ ມີຄຸນທາດການເມືອງທີ່ໜັກແໜ້ນ ແລະ ເພີ່ມທະວີຄວາມສາມາດໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ເປັນເສນາທິການຮອບດ້ານໃຫ້ແກ່ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດ.
ໂດຍ: ເອື້ອ ມະໂນສິງ