loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມລະດົມຄວາມຄິດເຫັນ ໃສ່ຮ່າງບົດຄົ້ນຄວ້າວິທະຍາສາດ ແລະ ຫຼັກສູດ ຂອງສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ

ສ.ຫ. 17, 2023 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອລະດົມຄວາມຄິດເຫັນ ໃນການປັບປຸງເນື້ອໃນຂອງຮ່າງບົດຄົ້ນຄວ້າວິທະຍາສາດ ແລະ ຫຼັກສູດ ສຳລັບການຝຶກອົບຮົມ, ການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ; ເພື່ອແລກປ່ຽນຄຳຄິດຄຳເຫັນຕໍ່ເນື້ອໃນຂອງຮ່າງບົດຄົ້ນຄວ້າວິທະຍາສາດ ແລະ ຫຼັກສູດໃຫ້ມີຄວາມຖືກຕ້ອງ, ຄົບຖ້ວນ, ສົມບູນ, ມີຫຼັກວິທະຍາສາດ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ເພື່ອຈະນຳເອົາຂໍ້ມູນຕ່າງໆ ຈາກການປະກອບຄຳຄິດຄຳເຫັນໄປຄົ້ນຄວ້າ ປະກອບໃສ່ບັນດາເນື້ອໃນຮ່າງບົດຄົ້ນຄວ້າວິທະຍາ ສາດ ແລະ ຫຼັກສູດ ໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມລະດົມຄວາມຄິດເຫັນ ໃສ່ຮ່າງບົດຄົ້ນຄວ້າວິທະຍາສາດ ແລະ ຫຼັກສູດ ຂອງສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ໃນລະຫວ່າງວັນທີ 17-18 ສິງຫາ 2023 ທີ່ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ປອ. ຢ່າງກູ້ ຢ່າງລືໄຊ ຫົົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ເຂົ້າຮ່ວມມີທ່ານ ສຸບັນ ສະວະບຸດ ປະທານກຳມາທິການວຽກງານສະມາຊິກສະພາແຫ່ງຊາດ, ມີບັນດາທ່ານຮອງປະທານກຳມາທິການ, ປະທານສະພາປະຊາຊົນແຂວງໄຊສົມບູນ, ບໍລິຄຳໄຊ ແລະ ແຂວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ.
ໃນກອງປະຊຸມ, ທ່ານ ປອ. ຢ່າງກູ້ ຢ່າງລືໄຊ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ໃນໄລຍະ 02 ປີກວ່າທີ່ຜ່ານມາ ຄະນະປະຈຳສະພາແຫ່ງຊາດ ໄດ້ເອົາໃຈໃສ່ນຳພາຊີ້ນຳຢ່າງໃກ້ຊິດ ໃນການຈັດກອງປະຊຸມຝຶກອົບຮົມການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ,ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານເສນາທິການ ຈຳນວນ 13 ຄັ້ງ ມີຜູ້ເຂົ້າຮ່ວມຈຳນວນ 1399 ເທື່ອຄົນ ເປັນຍິງ 575 ທ່ານ ຊຶ່ງລວມມີຫຼາຍຫົວຂໍ້ ເປັນຕົ້ນ:
1) ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ;
2) ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນຂັ້ນແຂວງ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ;
3) ບົດຮຽນການປະຕິບັດໜ້າທີ່ດ້ານນິຕິບັນຍັດ;
4) ບົດຮຽນກ່ຽວກັບການແກ້ໄຂຄຳຮ້ອງຂໍຄວາມເປັນທຳຂອງພົນລະເມືອງ;
5) ທັກສະການຊັກຖາມ, ການປະກອບຄຳເຫັນ ແລະ ການລົງພົບປະຜູ້ມີສິດເລືອກຕັ້ງ;
6) ການຕິດຕາມກວດການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ;
7) ການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ;
8.) ຫົວຂໍ້ສຳຄັນ ແລະ ຈຳເປັນອື່ນໆ.
ພ້ອມກັນນັ້ນ, ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ກໍໄດ້ຄົ້ນຄວ້າຫົວຂໍ້ວິທະຍາສາດ ແລະຫຼັກສູດສຳເລັດໂດຍພື້ນຖານ ຈຳນວນ 09 ຫົວຂໍ້, ຈັດພິມປື້ມປະມວນມະຕິການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງບັນດາກົງຈັກຂອງສະພາແຫ່ງຊາດ, ຈັດພິມແຜ່ນພັບຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ປື້ມປະມວນເອກະສານການສະເຫຼີມສະຫຼອງວັນລັດຖະທຳມະນູນ ຄົບຮອບ 30 ປີ, ຈັດພິມປື້ມຄູ່ມືກ່ຽວກັບບາງບົດຮຽນການເຄື່ອນໄຫວຂອງສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ຈຳນວນ 03 ເຫຼັ້ມ, ສ້າງ ແລະ ປັບປຸງລະບົບເຄືອຂ່າຍພາຍໃນຂອງສະພາແຫ່ງຊາດ ແລະ ອື່ນໆ. ຢ່າງໃດກໍຕາມ, ຜ່ານການຈັດກອງປະຊຸມຝຶກອົບຮົມ ການຍົກສູງຂີດຄວາມສາມາດໃນໄລຍະ 02 ປີກວ່າທີ່ຜ່ານມາ ເຫັນວ່າບາງຫົວຂໍ້ເອກະສານຍັງບໍ່ທັນໄດ້ຄົ້ນຄວ້າຂຽນເປັນຫຼັກສູດ ແລະ ປື້ມຄູ່ມືທີ່ເປັນລະບົບ ແລະ ມີເນື້ອໃນຕາມຫຼັກວິທະຍາສາດ-ວິຊາການ ຢ່າງເລິກເຊິ່ງເທື່ອ. ຊຶ່ງມີຄວາມຈຳເປັນຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າຂຽນເປັນຫົວຂໍ້ວິທະຍາສາດ ແລະ ຫຼັກສູດຕ່າງໆ ຕາມທີ່ໄດ້ກຳນົດຢູ່ໃນ ແຜນພັດທະນາການຍົກສູງຂີດຄວາມສາມາດ ກໍຄືແຜນພັດທະນາ ວຽກງານໄລຍະ 05 ປີ ຂອງສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ເພື່ີອຮັບໃຊ້ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ກໍຄືສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ ໃຫ້ມີປະສິດທິຜົນດີກວ່າເກົ່າ.
ກອງປະຊຸມປຶກສາຫາລືໃນຄັ້ງນີ້ ຈະໄດ້ດຳເນີນໄປເປັນເວລາ 02 ວັນ ຊຶ່ງພວກເຮົາຈະໄດ້ພ້ອມກັນຮັບຟັງການສະເໜີຫົວຂໍ້ ວິທະຍາສາດ ແລະ ຫຼັກສູດ ສຸມໃສ່ແລກປ່ຽນບົດຮຽນ, ປະກອບຄຳຄິດຄຳເຫັນໃສ່ 4 ຫົວຂໍ້ບົດຄົ້ນຄວ້າ ຄື: 1)ຄວາມຮູ້ພື້ນຖານກ່ຽວກັບການສ້າງກົດໝາຍ; 2) ທັກສະການພົບປະຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; 3)ທັກສະການປະກອບຄຳເຫັນ ແລະ ການຊັກຖາມໃນກອງປະຊຸມຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; 4) ບົດບາດຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງກັບແນວຄວາມຄິດການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ. ພ້ອມກັນນັ້ນ, ບັນດາທ່ານຄະນະຮັບຜິດຊອບຄົ້ນຄວ້າໃນແຕ່ລະຫົວຂໍ້, ບັນດາທ່ານຜູ້ແທນກອງປະຊຸມ ຈະໄດ້ມີການຄົ້ນຄວ້າແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນ ຕາມແຕ່ລະຫົວຂໍ້ ເພື່ອເຮັດໃຫ້ເນື້ອໃນຂອງບົດຄົ້ນຄວ້າມີລັກສະນະວິທະຍາສາດ, ຕິດພັນກັບກົດໝາຍ, ມີເນື້ອໃນເລິກເຊິ່ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດໃນການປະຕິບັດໜ້າທີ່ການເມືອງຂອງບັນດາກົງຈັກການຈັດຕັ້ງຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ພະນັກງານທີ່ເປັນເສນາທິການ.
ກອງປະຊຸມດັ່ງກ່າວໂດຍໄດ້ຮັບທຶນສະໜັບສະໜູນຈາກຄະນະເລຂາທິການສະພາແຫ່ງຊາດ ແລະ ງົບປະມານຊ່ວຍເຫຼືອລ້າຈາກມູນິທິເອເຊຍ (TAF).