ກອງປະຊຸມຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V

ທ.ວ. 26, 2025

ເພື່ອເຮັດໃຫ້ກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ດຳເນີນໄປຢ່າງຖືກຕ້ອງ ແລະ ໄດ້ຮັບຜົນສຳເລັດທັນເວລາ.

ຕອນບ່າຍຂອງວັນທີ 25 ທັນວາ 2025 ຢູ່ທີ່ສະໂມສອນຂອງແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມຝຶກອົບຮົມໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນ້ຳທາ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໃຫ້ກຽດເຂົ້າຮ່ວມມີບັນດາທ່ານຄະນະນຳຂອງແຂວງ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຄະນະກຳມະການເລືອກຕັ້ງຂັ້ນເມືອງ, ບັນດາອະນຸກຳມະການ, ສະມາຊິກສະພາປະຊາຊົນແຂວງ, ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມດ້ວຍກອງເລຂາຊ່ວຍວຽກຂອງອະນຸກຳມະການ ເຂົ້າຮ່ວມທັງໝົດ 200 ກວ່າທ່ານ.

ໃນກອງປະຊຸມ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຂຶ້ນເຜີຍແຜ່ມະຕິກົມການເມືອງສູນກາງພັກສະບັບເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນຳພາ-ຊີ້ນຳ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ.

ທ່ານ ສິງໄຊ ວັນຄຳ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ກຳມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ເຜີຍແຜ່ເອກະສານວຽກງານເພີ່ມທະວີການນຳພາແນວຄິດ, ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຊິ່ງໄດ້ສະແດງໃຫ້ເຫັນການນຳພາແນວຄິດ, ສະພາບຈຸດພິເສດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕົວຈິງຂອງປະເທດ ແລະ ແຕ່ລະທ້ອງຖິ່ນ ແລະ ບັນຫາທີ່ຕ້ອງເອົາໃຈໃສ່ໃນການນຳພາແນວຄິດ ແລະ ການເສີມຂະຫຍາຍສິດປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ;

ພ້ອມດຽວກັນນັ້ນ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ກຳມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ ຜູ້ປະຈຳການຄະນະປະຈຳການຂອງຄະນະເລືອກຕັ້ງຂັ້ນແຂວງ ໄດ້ເຜີຍແຜ່ເນື້ອໃນສຳຄັນບາງມາດຕາຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ພ້ອມນັ້ນ ບັນດາທ່ານຕາງໜ້າຄະນະກໍາມະການເລືອກຕັ້ງຂັ້ນເມືອງ 5 ເມືອງ ໄດ້ລາຍງານຄວາມຄືບໜ້າ ການກະກຽມໃຫ້ແກ່ວຽກງານເລືອກຕັ້ງຢູ່ເມືອງຂອງຕົນຕໍ່ກອງປະຊຸມ.

ຫຼັງຈາກນັ້ນ ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ສົນທະນາແລກປ່ຽນຄຳເຫັນ ຕໍ່ແຕ່ລະເນື້ອໃນບັນດາເອກະສານ ເພື່ອຄວາມເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງໃຫ້ໄດ້ຮັບຜັນສຳເລັດຕາມລະດັບຄາດໝາຍ.

ໂດຍ ນາງ ອຳພອນ ສີປະເສີດ