

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2026 ນີ້ ຢູ່ທີ່ຫ້ອງປະຊຸມ ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ສຈ.ປອ ຈະເລີນ ເຢຍປາວເຮີ ຮອງປະທານຄະນະປະຈໍາສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ, ມີບັນດາຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V ເຂົ້າຮ່ວມ.

ໃນໂອກາດນີ້ ທ່ານ ສຈ.ປອ ຈະເລີນ ເຢຍປາວເຮີ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈທັດສະນະຊີ້ນໍາຂອງກົມການເມືອງສູນກາງພັກ ພ້ອມທັງກຳແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາ ແລະ ສະມາຊິກສະພາ ແຕ່ລະຂັ້ນ ຮັບຮູ້, ເຂົ້າໃຈຕໍ່ກັບເນື້ອໃນ ແລະ ກອງປະຊຸມໄດ້ແນະນໍາວິທີການໂຄສະນາຫາສຽງໃຫ້ມີຄວາມເປັນເອກະພາບໃນທົ່ວນະຄອນຫຼວງ. ໃຫ້ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ X ແລະ ສສນວ ຊຸດທີ V ໂດຍມີເນື້ອໃນສໍາຄັນຄື: ຮັບຟັງການສະເໜີເນື້ອໃນ ບາງມາດຕາຂອງກົດໝາຍ ວ່າດ້ວຍສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ; ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ບົດບາດຂອງເພດຍິງໃນສະພາ; ແນະນໍາບັນຫາຈໍານວນໜຶ່ງ ທີ່ຄວນເອົາໃຈໃສ່ໃນການໂຄສະນາຫາສຽງ ແລະ ການປະຕິບັດໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ໃນຕໍ່ໜ້າ.

ພ້ອມນີ້ທ່ານໄດ້ເນັ້ນ ບາງບັນຫາຕື່ມອີກເປັນຕົ້ນ ບັນດາທ່ານໃນຄະນະກໍາມະການເລືອກຕັ້ງຂັ້ນນະຄອນຫຼວງ, ຂັ້ນເມືອງ ກໍ່ຄືອານຸກຳມະການຊ່ວຍວຽກ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບ ແລະ ປະສານສົມທົບຢ່າງກົມກຽວໃນການກະກຽມເງື່ອນໄຂ ເພື່ອຮັບປະກັນໃນການເລືອກຕັ້ງໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ; ອານຸກຳມະການໂຄສະນາ, ປຸກລະດົມຂະບວນການ ກໍ່ຄືທີມງານນໍາພາໂຄສະນາຫາສຽງແຕ່ລະຈຸດ ຈະຕ້ອງໄດ້ເພີ່ມທະວີການປະສານສົມທົບໃນການກະກຽມຄວາມພ້ອມ ເພື່ອເຮັດໃຫ້ການລົງເຄື່ອນໄຫວໂຄສະນາໄດ້ຮັບຜົນດີ ເຮັດໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງສາມາດຮັບຮູ້ ແລະ ກຳໄດ້ປະຫວັດການເຄື່ອນໄຫວຂອງຜູ້ສະໝັກສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອເປັນບ່ອນອີງ ໃນການຄົ້ນຄວ້າໃຊ້ສິດເລືອກເອົາຜູ້ແທນ; ບັນດາທ່ານຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຈະຕ້ອງໄດ້ມີການກະກຽມຄວາມພ້ອມໃນການລົງເຄື່ອນໄຫວໂຄສະນາຫາສຽງ ໂດຍສະເພາະແມ່ນ ບົດແນະນໍາຕົວ ຈະຕ້ອງສັ້ນກະທັດຮັດ ແຕ່ມີເນື້ອໃນຄົບຖ້ວນ ແລະ ສອດຄ່ອງກັບກົດໝາຍ, ລະບຽບການ ເພື່ອຮັບປະກັນເຮັດໃຫ້ການເລືອກຕັ້ງມີຜົນສໍາເລັດ.



