loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂວງ ຢູ່ເມືອງນານ, ແຂວງຫຼວງພະບາງ.

ພ.ພ. 12, 2023 | ເຂດ 6 ຫລວງພະບາງ

ໃນວັນທີ 10 ພຶດສະພາ 2023, ສະພາປະຊາຊົນແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງດ້ານການແກ້ໄຂຄຳຮ້ອງທຸກຂອງປະຊາຊົນ, ການຕິດຕາມກວດກາ ແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ແລະ ການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍສະພາປະຊາຊົນແຂວງ ທີ່ເມືອງນານ, ແຂວງຫຼວງພະບາງ, ໂດຍການເປັັນປະທານຂອງ ທ່ານ ວົງສະຫວັນເທບພະຈັນ ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ,

ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າພະແນກ-ຮອງພະແນກ,ພະນັກງານສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກ 6 ເມືອງໃຕ້ຄື: ເມືອງປາກແຊງ, ເມືອງໂພນໄຊ, ເມືອງປາກອູ, ເມືອງຊຽງເງິນ, ເມືອງພູຄູນແລະ ເມືອງນານ, ກອງປະຊຸມ ຄັ້ງນີ້ໄດ້ຝຶກອົບຮົມພາຍໃຕ້ 9 ຫົວຂໍ້ຄື: 1. ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ; 2. ພາລະບົດບາດ ສິດ ແລະ ໜ້າທີ່ຂອງຄະນະກຳມະການເສດຖະກິດ, ແຜນການແລະ ການເງິນ; 3. ຂັ້ນຕອນການໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ; 4. ການສຶກສາທາງດ້ານກົດໝາຍ ໃນຮູບແບບຄຼີນິກກົດໝາຍ Clinical Legal Education ຫຼື (CLE); 5. ການສ້າງແຜນງົບປະມານ ແລະ ການເກັບລາຍຮັບຄຸ້ມຄອງລາຍຈ່າຍ; 6. ວິທີການສ້າງແຜນບົດໂຄງການ ແລະ ການປະເມີນໂຄງການລົງທຶນຂອງລັດ; 7. ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ, ການຊັກຖາມ ແລະ ການພົບປະຜູ້ມີສິດເລືອກຕັ້ງຂອງສະມາຊິກສະພາປະຊາຊົນແຂວງ; 8. ຂັ້ນຕອນ ແລະ ວິທີການຄົ້ນຄວ້າຄຳຮ້ອງທຸກ ຂອງສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງນະຄອນ ແລະການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍການແກ້ໄຂຄຳຮ້ອງທຸກ;

9. ການສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ແຜນງົບປະມານ. ຊຶ່ງກອງປະຊຸມຝຶກອົບຮົມດັ່ງກ່າວຈະໄດ້ດຳເນີນໄປເປັນເວລາ 3 ວັນ ຈົນເຖິງຕອນແລງຂອງວັນທີ 12 ພຶດສະພາ2023 ຈຶ່ງຈະສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

​​​​​​​ຂ່າວ: ວິລິຍະ ວັນນະສີ

ສະໜັບສະໜູນໂດຍ: ແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໄລຍະ II (CEGGA II)