ໃນລະຫວ່າງວັນທີ 6-8 ສິງຫາ 2024 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການສ້າງ, ຄຸ້ມຄອງນຳໃຊ້ເວັບໄຊສ ຂອງສະພາປະຊາຊົນແຂວງຄໍາມ່ວນ ແລະ ການເຂົ້າເຖິງເຄື່ອຄ່າຍພາຍໃນສະພາແຫ່ງຊາດ ໃຫ້ແກ່ພະນັກງານຂະແໜງການຂອງ ສະພາປະຊາຊົນຂັ້ນແຂວງ, ໂດຍການເປັນປະທານຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີ ຄະນະເລຂາທິການ, ວິທະຍາກອນຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ຕະຫຼອດຮອດພະນັກງານສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.


ທ່ານ ຕີຕ້າ ດາລາສຸກ ວິທະຍາກອນ ຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງຄໍາມ່ວນ
ກອງປະຊຸມ ໄດ້ຮຽນຮູ້ກ່ຽວກັບການສ້າງ ແລະ ຄຸ້ມຄອງນຳໃຊ້ເວັບໄຊສ ສະພາປະຊາຊົນແຂວງຄໍາມ່ວນ, ການຕິດຕັ້ງ wordPress, ການບໍລິຫານຈັດການເວັບໄຊສ, ການປັບແຕ່ງ ແລະ ແກ້ໄຂໜ້າເວັບໄຊສ, ການບໍລິຫານຈັດການ hosting- ການbackup ຂໍ້ມູນເວັບໄຊສ ແລະ ກອງປະຊຸມຍັງຈະໄດ້ຮັບຟັງການສະເໜີວິທີການສະໝັກການນຳໃຊ້ລະບົບເຄືອຂ່າຍພາຍໃນສະພາແຫ່ງຊາດ, ການເຂົ້າເຖິງ ແລະ ຊອກຫາເອກະສານ ແລະ ນິຕິກຳຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ບັນດາອົງການລັດ ໃນລະບົບເຄື່ອຄ່າຍພາຍໃນ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ຈັດແບ່ງກຸ່ມ ແລະ ເຮັດເຝິກຫັດຕົວຈິງ, ໃນການນຳໃຊ້ເວັບໄຊສ, ຂຽນບົດຂ່າວລົງໜ້າເວັບໄຊສ ແລະ ລົງທະບຽນສະໝັກເຂົ້ານຳໃຊ້ເຄື່ອຄ່າຍດັ່ງກ່າວ ແລະ ທົດລອງນຳໃຊ້ຕົວຈິງໃນການເຂົ້າລະບົບ ແລະ ຊອກຄົ້ນບັນດາເອກະສານທີ່ຕ້ອງການ, ໃຫ້ມີຄວາມປອດໄພ ເພື່ອເຮັດໃຫ້ສາມາດເຂົ້າໃຈຢ່າງຈະແຈ້ງ ແລະ ສາມາດນຳໃຊ້ໄດ້ຢ່າງຄ່ອງຕົວພ້ອມທັງໄດ້ມີການກວດແກ້, ສົນທະນາຖາມ-ຕອບ ແລະ ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້ທີ່ມີຄວາມສົນໃຈ.


ກອງປະຊຸມ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ກອງປະຊຸມຝຶກອົບຮົມ ຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້, ຄວາມສາມາດ ແລະ ພັດທະນາທາງດ້ານວິຊາການ ໃຫ້ທ່ວງທັນກັບສະພາບໃນໄລຍະໃໝ່ ໃຫ້ພະນັກງານສະພາປະຊາຊົນຂັ້ນແຂວງ ທັງເປັນການຍົກສູງຄຸນນະພາບຂອງວຽກງານຮອບດ້ານໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ ໃນການໂຄສະນາເຜີຍແຜ່ການເຄື່ອນໄຫວວຽກງານຂອງອົງການນິຕິບັນຍັດ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 3 ພາລະບົດບາດ ຂອງສະພາປະຊາຊົນຂັ້ນແຂວງ ໃຫ້ບັນດາອົງການຈັດຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ, ມວນຊົນຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ເອົາໃຈໃສ່ສືບຕໍ່ນຳເອົາບົດຮຽນໃນຄັ້ງນີ້ ນຳໃຊ້ເຂົ້າໃນການຄົ້ນຄວ້າ ແລະສະໜອງ ຂໍ້ມູນໃຫ້ມີຄວາມວ່ອງໄວ, ຖືກຕ້ອງເປັນເສນາທິການຮອບດ້ານໃຫ້ແກ່ ສະພາປະຊາຊົນຂັ້ນແຂວງ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ.
ໂດຍ: ເອື້ອ ມະໂນສິງ