ຕອນເຊົ້າຂອງວັນທີ 14 ກໍລະກົດ 2025 ນີ້, ທີ່ຫ້ອງປະຊຸມສະໂມສອນແຂວງສາລະວັນ ໄດ້ຈັດກອງປະຊຸມ ຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ, ໂດຍການເປັນປະທານກອງປະຊຸມຂອງທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູທົງ ຄໍາມະນີວົງ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງສາລະວັນ, ມີບັນດາທ່ານຄະນະປະຈໍາພັກແຂວງ, ຮອງປະທານ ສະພາປະຊາຊົນແຂວງ, ກໍາມະການພັກແຂວງ, ບັນດາທ່ານຄະນະປະຈໍາ ພາຍໃນສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະເລຂາທິການ, ບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ-ອົງການລັດທຽບເທົ່າຂັ້ນແຂວງ ເຂົ້າຮ່ວມ;
ໃນວາລະກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການງານ ຜົນການພົວພັນປະສານງານ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໄລຍະ 6 ເດືອນຕົ້ນປີ 2025 ທີ່ໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນ ເຊິ່ງສະແດງເຖິງຄວາມພະຍາຍາມ ແລະ ເອົາໃຈໃສ່ສູງໃນການພົວພັນປະສານງານຮ່ວມກັນ ຈົນມີຜົນສໍາເລັດໃນແຕ່ລະດ້ານ ລວມທັງດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບັນຫາທີ່ເຮັດໃຫ້ການປະຕິບັດ ຍັງບໍ່ທັນເປັນລະບົບຕໍ່ເນື່ອງ; ຈາກນັ້ນ,ກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນຄໍາຄິດເຫັນ ແລະ ກ້າວໄປເຖິງການສ້າງຄວາມເປັນເອກະພາບຕໍ່ບັນດາເນື້ອໃນ ກໍຄື ຫົວຂໍ້ທີ່ຢູ່ໃນຄວາມຮັບຜິດຊອບ ຂອງອົງການປົກຄອງແຂວງໃນ 10 ຫົວຂໍ້ທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II ທີ່ຈະຈັດຂຶ້ນໃນຕໍ່ໜ້າ; ນອກນັ້ນ, ຍັງພ້ອມກັນຕີລາ ແລະ ຖອດຖອນບົດຮຽນກົນໄກການປະສານງານ ລະຫວ່າງ ອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງ ເພື່ອປັບປຸງ ແລະ ຍົກສູງປະສິດທິຜົນໃນການພົວພັນ ແລະ ປະສານງານປະຕິບັດພາລະບົດບາດ ລະຫວ່າງ ສະພາປະຊາຊົນແຂວງ ກັບ ບັນດາອົງການລັດຂັ້ນແຂວງໃຫ້ດີຂື້ນເທື່ອລະກ້າວ, ຮັບປະກັນ ໃຫ້ການປະຕິບັດພາລະບົດບາດ ຂອງສະພາປະຊາຊົນແຂວງ ແລະ ອົງການອຳນາດລັດຂັ້ນຕ່າງໆ ຂອງແຂວງ ໃຫ້ສອດຄ່ອງກັບລະບຽບກົດໝາຍ, ການເຄື່ອນໄຫວຂອງແຕ່ລະອົງການໃຫ້ມີປະສິດທິຜົນ ແລະ ປະສິດທິພາບສູງຂຶ້ນ;
ພາບ-ຂ່າວ: ດີລໍາພົນ ພົມມະຈັນ