ກອງປະຊຸມປະເມີນພະນັກງານ-ລັດຖະກອນ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ

ກ.ຍ. 22, 2025

ໃນວັນທີ 16 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມປະເມີນພະນັກງານ-ລັດຖະກອນ ປະ​ຈໍາປີ 2025  ຂອງສະພາປະຊາຊົນແຂວງຂຶ້ນໂດຍການເປັນປະທານ ຂອງທ່ານ ວຽງໄຊ ສີວິໄລ ຮອງປະທານສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມມີຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນ​ແຂວງເຂົ້າຮ່ວມ.

​            ຈຸດປະສົງ​ໃນ​ການ​ດໍາ​ເນີນ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້  ​ເພື່ອ​ເປັນ​ການສະຫຼຸບຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ວຽກງານ ຂ​ອງ​ພະນັກງານ​-ລັດຖະກອນສະພາ​ປະຊາຊົນ​ແຂວງໃນການເຄື່ອນໄຫວວຽກງານ ໄລຍະ 1 ປີຜ່ານມາ. ໃນທີ່ປະຊຸມໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 103, ລົງວັນທີ 15 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບການປະເມີນຜົນການປະຕິບັດວຽກງານຂອງພະນັກງານລັດຖະກອນ ຂອງສະພາປະຊາຊົນແຂວງ ປະຈໍາປີ 2025 ໃນໂອກາດດັ່ງກ່າວ ທ່ານວຽງໄຊ ສີວິໄລ ຫົວໜ້າຄະນະຮັບຜິດຊອບການປະເມີນພະນັກງານ-ລັດຖະກອນ ປະຈໍາປີ 2025 ໄດ້ແນະນໍາການປະເມີນ ໂດຍໄດ້ແບ່ງອອກເປັນ 4 ຈຸຄື: ຄະນະເລຂາທິການ, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະກໍາມະການຍຸດຕິທໍາ ແລະ ປກຊ-ປກສ, ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ​ໃນ​ການ​ປະ​ເມີນ​ຄັ້ງ​ນີ້​ໄດ້​ປະ​ເມີນຕາມມາດຖານຂອງການປະເມີນ​ຄື: ​ດ້ານວຽກງານ​ການ​ເມືອງ​ແນວ​ຄິດ ​ແລະ ດ້ານ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ ແລະ ດ້ານການປະເມີນຜົນສໍາເລັດຂອງການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ.

ໃນ​ຕອນທ້າຍ ທ່ານ ວຽງໄຊ ສີວິໄລ ໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານສະພາປະຊາຊົນແຂວງ ​ຈົ່ງສືບຕໍ່ປະຕິບັດໜ້າທີ່ວຽກງານຂອງສະພາປະຊາຊາຊົນແຂວງໃຫ້ມີຜົນສໍາເລັດດີຂຶ້ນ ແລະ ການໃຫ້ຄະແນນໃນການປະເມີນບໍ່ໃຫ້ມີແນວຄິດອະຄະຕິຕໍ່​ຜູ​້ຖືກ​ປະ​ເມີນ, ການ​ປະ​ເມີນ​ຕ້ອງ​ມີຄວາມໂປ່ງໃສສາມາດກວດສອບໄດ້.

ສະພາປະຊາຊົນແຂວງຊຽງຂວາງ

ຂ່າວ​​ໂດຍ: ນາງ ສຸກສະຫວັນອິນທະແສງ